ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູ​ເຂົາ​ໄຟລະເບີດຂຶ້ນ ຢູ່ໃນອິນໂດເນເຊຍ ໃນວັນອາທິດວານນີ້ ແຕ່ບໍ່ມີໃຜເສຍຊີວິດ


ຄົນໂດຍສານຢູ່ລົດເມຄັນນຶ່ງພາກັນເບິ່ງພູເຂົາໄຟ ​ເມົາ​ທ໌ ຊີ​ນາ​ບັງ ໃນຂະນະທີ່ມັນພົ່ນຄວັນຕຶບໆອອກມາ ໃນເມືອງຄາໂຣ (Karo) ທາງພາກເໜືອຂອງ ເກາະຊູມັດຕຣາຂອງອິນໂດເນຍເຊຍ ໃນວັນທີ 2 ມັງກອນ 2018.
ຄົນໂດຍສານຢູ່ລົດເມຄັນນຶ່ງພາກັນເບິ່ງພູເຂົາໄຟ ​ເມົາ​ທ໌ ຊີ​ນາ​ບັງ ໃນຂະນະທີ່ມັນພົ່ນຄວັນຕຶບໆອອກມາ ໃນເມືອງຄາໂຣ (Karo) ທາງພາກເໜືອຂອງ ເກາະຊູມັດຕຣາຂອງອິນໂດເນຍເຊຍ ໃນວັນທີ 2 ມັງກອນ 2018.

ພູ​ເຂົາ​ໄຟ​ເມົາ​ທ໌ ຊີ​ນາ​ບັງ (Mount Sinabung) ເທິງເກາະຊູ​ມັດຕຣາ ຂອງ​ອິນ​ໂດ​ເນ
​ເຊຍ ​ໄດ້ລະ​ເບີດ​ຂຶ້ນ​ ໃນ​ວັນ​ຈັນ​ມື້ນີ້ ​ຊຶ່ງ​ໄດ້​ສົ່ງ​ຂີ້​ເຖົ່າ​ແລະ​ຄວັນເປັນສາຍຂຶ້ນໄປ​ເທິງ
​ອາກາດ​ຍາວ​ຫລາຍ​ກວ່າ 5,000 ​ແມັດ ​ແລະ​ເຮັດ​ໃຫ້​ມີ​ເມກ​ຮ້ອນ​ຕົກລົງ​ມາ​ຕາມ​ເຈີ້​ຍພູ.

ອົງການ​ຫລຸດຜ່ອນ​ຜົນ​ກະທົບ​ຂອງ​ໄພພິບັດ​ກ່າວ​ວ່າ ບໍ່ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ​ແລະເສຍ
​ຊີວິດ​ຍ້ອນ​ການລະ​ເບີດ​ຂອງ​ພູ​ເຂົາ​ໄຟ​ດັ່ງກ່າວ ​ໃນ​ຕອນ​ເຊົ້າມື້ນີ້.

ບໍ່ມີ​ໃຜຢູ່​ໃນ​ເຂດອັນຕະລາຍ​ທີ່​ມີ​ໄລຍະ​ກວ້າງ 7 ກິໂລແມັດ​ ອ້ອມ​ຮອບ​ພູ​ເຂົາ​ໄຟ​ນັ້ນ ​ແຕ່
​ວ່າ​ບ້ານ​ເຮືອນ​ຫລາຍ​ຮ້ອຍ​ຫລັງ ​ທີ່ຢູ່​ເຂດ​ນອກ​ພູ​ເຂົາ​ໄຟ​ນັ້ນ ​ແມ່ນ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ຂີ້
​ເຖົ່າ. ປະມານ 30,000 ຄົນ​ທີ່ຢູ່​ໃກ້​ພູ​ເຂົາ​ນັ້ນຕ້ອງ​ໄດ້ຍົກຍ້າຍໜີ​ໄປຢູ່​ໃນ​ສອງ​ສາມ​ປີຜ່ານ
ມາ​ນີ້.

ພູ​ເຂົາ​ໄຟ​ເມົາ​ທ໌ ຊີ​ນາ​ບັງ (Mount Sinabung) ​ແມ່ນ​ໄດ້​ມິດ​ງຽບ​ໄປ​ເປັນ​ເວລາ 400 ປີ ​ກ່ອນ​ມັນ​ຈະລະ​ເບີດ​ຂຶ້ນ​ໃນ​ປີ 2010 ທີ່​ໄດ້ເອົາຊີວິດ​ຂອງ​ສອງ​ຄົນ​ໄປ.

ພາຍຫລັງ​ທີ່​ ບໍ່​ໄດ້​ມີເຫດການ​ໃດ​ເປັນ​ເວລາ​ອັນ​ສັ້ນໆ ມັນ​ກໍ​ໄດ້​ລະ​ເບີດ​ຂຶ້ນອີກ​ໃນ​ປີ 2013 ​ແລະ​ແຕ່​ນັ້ນມາ ມັນ​ກໍ​ໄດ້​ກັບກາຍ​ມາ​ມີ​ການ​ເໜັງຕີງ​ຄືນ​ອີກ​ເລື້ອຍໆ.

ການລະ​ເບີດ​ໃນ​ປີ 2014 ​ໄດ້ເຮັດ​ໃຫ້ 16 ຄົນ​ເສຍ​ຊີວິດ ​ແລະ​ກໍ​ໄດ້​ລະ​ເບີດ​ຂຶ້ນອີກ​ຄັ້ງນຶ່ງ
​ໃນ​ປີ 2016 ຊຶ່ງ​ໄດ້​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ.

ມີ​ພູ​ເຂົາໄຟ​ເກືອບ​ຮອດ 130 ໜ່ວຍຢູ່​ໃນ​ອິນ​ໂດ​ເນ​ເຊຍຍ້ອນ​ທີ່​ຕັ້ງພູມ​ສັນຖານຂອງ​ປະ​
ເທດຕົກ​ຢູ່​ໃນ​ສິ່ງ​ທີ່​ເອີ້ນວ່າ "ວົງ​ແຫວນ​ຂອງ​ໄຟ,"ຊຶ່ງ​ເປັນ​ສາຍ​ວົງ​ຮອບ​ຂອງ​ໂຄງ​ສ້າງ
ແຜ່ນພື້ນຜິວ​ຂອງ​ໂລກ ທີ່ຢູ່​ອ້ອມ​ຮອບ​ມະຫາ​ສະມຸດ​ປາຊີ​ຟິກ ທີ່​ມີເຫດການ​ແຜ່ນດິນ​ໄຫວ
​ເກີດ​ຂຶ້ນ​ເລື້ອຍໆ. ປັດຈຸບັນ​ມີ​ພູ​ເຂົາ​ໄຟ 3 ໜ່ວຍທີ່​ຍັງ​ມີ​ການ​ເຄື່ອນໄຫວເໜັງຕີງ ຫລືບໍ່ທັນ
ໝົດສະ​ມັດ​ຕະພາບໄປ​ຢູ່ໃນ​ອິນ​ໂດ​ເນ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Mount Sinabung Volcano in Indonesia
please wait

No media source currently available

0:00 0:01:04 0:00

XS
SM
MD
LG