ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍການບິນເລີ້ມຖ້ຽວບິນຄືນ ເປັນປົກກະຕິແລ້ວ ທີ່ Jakarta


ພູໄຟລະເບີດ ທີ່ອິນໂດເນເຊຍ
ພູໄຟລະເບີດ ທີ່ອິນໂດເນເຊຍ

ພວກ​ສາຍ​ການບິນ​ຕ່າງໆ​ໄດ້​ເລີ້ມ​ຖ້ຽວ​ບິນ​ຄືນ​ເປັນ​ປົກກະຕິ
ແລ້ວ​ ສໍາລັບເຂົ້າ​ໄປ​ຍັງ​ກຸງ Jakarta ​3 ມື້​ຫລັງ​ຈາກ​ພູ​ໄຟ
ລະ​ເບີດ​ຂຶ້ນ​ຄັ້ງ​ໃຫຍ່ ​ແຕ່ສະພາບການ​ດ້ານ​ອື່ນໆ​ນັ້ນ ​ແມ່​ນ
ຍັງບໍ່ໄດ້​ກັບ​ຄືນ​ສູ່​ສະພາບປົກ​ກະຕິ ສໍາລັບ​ປະຊາຊົນ​ອິນ​ໂດ
ເນ​ເຊຍ ​ທີ່​ອາ​ໄສ​ຢູ່​ໃນ​ບໍລິ​ເວນ​ອ້ອມແອ້ມພູ​ໄຟ​ເມຣາປີ​ນັ້ນ.

ພວກ​ຊ່ອຍ​ກູ້​ໄພ​ທີ່ພາກັນ​ສ່ຽງ​ໄພ​ອັນຕະລາຍ​ຊອກ​ຄົ້ນ​ນໍາ
ຂີ້​ເຖົ່າ​ໄຟ​ແລະແກ​ສຮ້ອນ ໄດ້​ພົບ​ເຫັນ​ຊາກ​ສົບ​ພວກ​ເຄາະ
ຮ້າຍ​ຕື່ມ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ເຮັດ​ໃຫ້​ຈໍານວນ​ຜູ້ເສຍ​ຊີວິດ
ເພີ່ມ​ຂຶ້ນເປັນ 141 ຄົນ​ແລ້ວ​ໃນ​ໄລຍະ 2 ສັບປະດາ​ທີ່ພູ​
ໄຟ​ໄດ້​ເລີ້ມ​ລະ​ເບີດ​ຂຶ້ນ​ມາ. ປະຊາຊົນ​ຕື່ມ​ອີກຈໍານວນ 3
ແສນ​ຄົນ​ໄດ້​ຖືກ​ອົບ​ພະຍົບອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ ໄປ​ອາ​ໄສ​ຢູ່​ໃນ​ຄ້າຍຕູບ​ຜ້າ​ຕັ້ງ​ຫລາຍໆແຫ່ງ​.


ພວກ​ປະຊາຊົນ​ໃນ​ຈໍານວນ​ຫລວງຫລາຍ​ໄດ້​ອົບ​ພະຍົບອອກ​ຈາກ​ເມືອງ Yogyakarta ທີ່​ມີ​
ພົນລະ​ເມືອງ 4 ​ແສນ​ຄົນ​ທີ່​ຕັ້ງ​ຢູ່​ໃນ​ເລາະ​ຕີນ​ພູ​ແຫ່ງ​ນີ້. ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ​ເຂົາ
ເຈົ້າບໍ່​ສາມາດ​ທໍານາຍ​ໄດ້​ວ່າຈະ​ມີ​ການລະ​ເບີດ​ຄັ້ງ​ໃຫຍ່​ເກີດ​ຂຶ້ນ​ອີກ​ຫລື​ບໍ ຄື​ກັນ​ກັບ​ການລະ
ເບີດ​ຂຶ້ນໃນວັນ​ສຸກ​ຜ່ານ​ມາ​ນີ້​ ຊຶ່ງ​ເປັນ​ການລະ​ເບີດ​ຂຶ້ນ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ພູ​ໄຟ​ແຫ່ງນີ້​ ໃນ ຮອບ 100 ກວ່າ​ປີຜ່ານມາ.

XS
SM
MD
LG