ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ສົ່ງກຳລັງ ໄປຮັກສາ ຄວາມສະຫງົບ ທີ່ບ້ານ Balinuraga


ພວກຊາວບ້ານ Balinuraga ພາກັນນັ່ງເຊົາເມື່ອຍ ລຸນຫລັງໄດ້ຫລົບໜີຈາກບ້ານເຮືອນຂອງຕົນ ຍ້ອນການປະທະກັນ ລະຫວ່າງປະຊາຊົນຕ່າງເຜົ່າ ຢູ່ໃນແຂວງ Lampung, ອິນໂດເນເຊຍ ໃນວັນທີ 30 ຕຸລາ, 2012.
ພວກຊາວບ້ານ Balinuraga ພາກັນນັ່ງເຊົາເມື່ອຍ ລຸນຫລັງໄດ້ຫລົບໜີຈາກບ້ານເຮືອນຂອງຕົນ ຍ້ອນການປະທະກັນ ລະຫວ່າງປະຊາຊົນຕ່າງເຜົ່າ ຢູ່ໃນແຂວງ Lampung, ອິນໂດເນເຊຍ ໃນວັນທີ 30 ຕຸລາ, 2012.
ອິນໂດເນເຊຍໄດ້ສົ່ງກຳລັງຮັກສາຄວາມສະຫງົບ ໄປຍັງບ້ານ
ແຫ່ງນຶ່ງ ໃນພາກຕາເວັນ ຕົກຂອງປະເທດ ບ່ອນທີ່ການກໍ່ຄວາມ
ຮຸນແຮງລະຫວ່າງປະຊາຄົມໄດ້ເຮັດໃຫ້ຢ່າງໜ້ອຍ 14 ຄົນເສຍ
ຊີວິດນັ້ນ.

ຕໍາຫລວດເວົ້າວ່າ ການປະທະກັນຢູ່ໃນບ້ານ Balinuraga ໃນ
ແຂວງ Lampung ແມ່ນ ເກີດຂຶ້ນຍ້ອນມີລາຍງານວ່າ ເດັກຍິງ ເຊື້ອສາຍບາຫຼີໄດ້ຖືກລວນລາມທາງເພດຫລືຂົ່ມຂືນ ໂດຍພວກ
ຊາຍໜຸ່ມຊົນເຜົ່າ Lampung ໃນວັນອາທິດຜ່ານມານີ້.

ມີການສົ່ງຕໍາຫລວດຫລາຍກວ່າ 1,500 ຄົນ ແລະທະຫານອີກ
500 ຄົນໄປຟື້ນຟູຄວາມ ສະຫງົບຢູ່ທີ່ບ້ານດັ່ງກ່າວ ຊຶ່ງຕັ້ງຢູ່ໃນ
ບໍລິເວນສົ້ນທາງໃຕ້ຂອງເກາະຊູມັດຕຣານັ້ນ.

ມີຫລາຍກວ່າ 1 ພັນຄົນໄດ້ໄປຫຼົບໄພຢູ່ໃນຄຸ້ມພັກອາໄສຂອງຕໍາຫລວດ. ແລະຕໍາຫລວດ ເວົ້າວ່າ ມີເຮືອນຢ່າງໜ້ອຍ 160 ຫລັງ ແລະລົດຫລາຍຄັນໄດ້ຖືກຈູດເຜົາ.

ຂົງເຂດດັ່ງກ່າວ ເຄີຍເກີດການປະທະກັນລະຫວ່າງປະຊາຊົນຢູ່ໃນບ້ານດຽວກັນມາແລ້ວ ຢ່າງໜ້ອຍ 3 ຄັ້ງແລ້ວ ໃນປີນີ້.
XS
SM
MD
LG