ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ໂດ​ເນ​ເຊຍ ໃຊ້​ໂດ​ຣນ, ໝາ ເພື່ອ​ຊ່ວຍ​ຊອກ​ຫາ ​ຜູ້​ເຄາະ​ຮ້າຍ ຈາກ​ຄື້ນ ສຸ​ນາ​ມິ


ເດັກ​ນ້ອຍ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄື້ນ ສຸ​ນາ​ມິ ຢູ່​ຊ່ອງ​ແຄບ ຊຸນ​ດາ ເກັບ​ເຂົ້າ​ໜົມ​ຈາກ​ຮ້ານ​ຂາຍ​ເຄື່ອງ​ທີ່​ພັງ​ລົງ ຢູ່​ເມືອງ ຣາ​ຈາ​ບາ​ຊາ ໃນ​ພາກ​ໃຕ້​ ຂອງ​ແຂວງ ລຳ​ປຸງ, ອິນ​ໂດ​ເນ​ເຊຍ. 25 ທັນ​ວາ, 2018.
ເດັກ​ນ້ອຍ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄື້ນ ສຸ​ນາ​ມິ ຢູ່​ຊ່ອງ​ແຄບ ຊຸນ​ດາ ເກັບ​ເຂົ້າ​ໜົມ​ຈາກ​ຮ້ານ​ຂາຍ​ເຄື່ອງ​ທີ່​ພັງ​ລົງ ຢູ່​ເມືອງ ຣາ​ຈາ​ບາ​ຊາ ໃນ​ພາກ​ໃຕ້​ ຂອງ​ແຂວງ ລຳ​ປຸງ, ອິນ​ໂດ​ເນ​ເຊຍ. 25 ທັນ​ວາ, 2018.

ບັນ​ດາ​ນັກ​ກູ້​ໄພ ອິນ​ໂດ​ເນ​ເຊຍ ໄດ້​ໃຊ້​ໂດ​ຣນ ແລະ ໝາ ເພື່ອ​ຊ່ອຍ​ໃນ​ການ​ຊອກ​ຫາ​ຜູ້
ຫາຍສາບສູນຫຼາຍກວ່າ 100 ຄົນ ຫຼັງຈາກຄື້ນ ສຸນາມິ ໄດ້ພັດເຂົ້າຖະຫຼົ່ມຊາຍຝັ່ງກ້ຳ
ຕາເວັນຕົກຂອງເກາະ ຈາວາ ແລະ ພາກໃຕ້ຂອງເກາະ ສຸມາດຕຣາ, ເຮັດໃຫ້ມີຜູ້ເສຍ
ຊີວິດ 429 ຄົນ.

ບັນ​ດາ​ເຈົ້າ​ໜ້າ​ໄດ້​ຂໍໃຫ້​ປະ​ຊາ​ຊົນ​ຢູ່ໃນ​ທ້ອງ​ຖິ່ນ ​ເອົາ​ຂໍ້​ມູນທີ່ສະ​ເພາະ​ເຈາະ​ຈົງ ກ່ຽວ​
ກັບ ຜູ້ທີ່ຫາຍສາບສູນນັ້ນ ແກ່ເຈົ້າໜ້າທີ່ຕຳຫຼວດ.

​ທ່ານ​ນາ​ຣີ​ຢາ​ນາ ບານ​ເຕັນ ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ທີ່​ຮັບ​ຜິດ​ຊອບ​ ກ່ຽວ​ກັບ​ ເລື້ອງການ
ແພດ ໄດ້ເວົ້າວ່າ “ແລ້ວພວກເຮົາກໍໄດ້ຖາມເຂົາເຈົ້າວ່າ, ເຈົ້າເຫັນລາວຄັ້ງສຸດທ້າຍ
ຕອນໃດ, ລາວໃສ່ເຄື່ອງແນວໃດ? ລາວມີບ່ອນຕຳໜິຢູ່ຕາມຮ່າງກາຍບໍ່? ພວກເຮົາ
ຫວັງວ່າຈະສາມາດລະບຸສົບຜູ້ເສຍຊີວິດຈາກບ່ອນນັ້ນ.”

ຄື້ນ​ຕ່າງໆ​ຈາກ ສຸ​ນາ​ມິ ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນໄດ້​ເຮັດ​ໃຫ້​ອີກ 1,400 ຄົນ​ບາດ​ເຈັບ
ໃນວັນເສົາທີ່​ຜ່ານ​ມາ, ຫຼາຍພັນຄົນບໍ່ມີບ່ອນຢູ່ ແລະ ສ້າງຄວາມເສຍຫາຍໃຫ້ບ້ານພັກ
ຕາກອາກາດຫຼາຍບ່ອນ ແລະ ບ່ອນຢູ່ຕ່າງໆທີ່ຕັ້ງຢູ່ຕາມເຂດຊາຍຝັ່ງໃນຫາດຊາຍທີ່
ໄດ້ຮັບຄວາມນິຍົມ.

ຄື້ນ​ນ້ຳ​ອາດ​ມີ​ສາ​ເຫດ​ມາ​ຈາກ​ດິນ​ເຈື່ອນ​ຂະ​ໜາດ​ໃຫຍ່​ຢູ່​ໃຕ້​ທະ​ເລ ເຊິ່ງ​ໄດ້​ເກີດ​ຂຶ້ນ​ຫຼັງ​
ຈາກການປະທຸຂຶ້ນຂອງພູໄຟ ​ອາ​ນັກ ຄຣາໂກຕາ, ຕັ້ງຢູ່ຊ່ອງແຄບ ຊຸນດາ, ລະຫວ່າງ
ເກາະຈາວາ ແລະ ສຸມາດຕຣາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເຕືອນ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ພູ​ໄຟ​ ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ແລະ ຄື້ນ
ນ້ຳທີ່ສູງ ໝາຍຄວາມວ່າ ຄື້ນທະເລທີ່ສ້າງຄວາມເສຍຫາຍໄດ້ ອາດຈະເກີດຂຶ້ນຕື່ມອີກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG