ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຜູກສຳພັນກັບ ກຳລັງພິເສດ ອິນໂດເນເຊຍ


ສະຫະລັດກ່າວວ່າ ຕົນຈະສ້າງຕັ້ງຄວາມສຳພັນຄືນໃໝ່ ກັບກຳລັງພິເສດ ຂອງອິນໂດເນເຊຍ ທີ່ໄດ້ຖືກຕັດຂາດ ເມື່ອນຶ່ງທົດສະວັດກວ່າໆ ຍ້ອນບັນຫາ ສິດທິມະນຸດ.

ໄດ້ມີການປະກາດ ການຕັດສິນໃຈ ທີ່ວ່ານີ້ໃຫ້ຊາບ ໃນ ວັນພະຫັດມື້ນີ້ ໂດຍເຈົ້າໜ້າທີ່ ອະວຸໂສທີ່ ບໍ່ໄດ້ລະບຸຊື່ ທ່ານນຶ່ງ ຂອງກະຊວງ ປ້ອງກັນປະເທດ ສະຫະລັດ ຂະນະທີ່ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງ ສະຫະລັດ ທ່ານ ROBERT GATES ທຳການ ຢ້ຽມຢາມ ນະຄອນຫຼວງ ຈາກາຕ້າ ຢ່າງເປັນທາງການ.

ສະຫະລັດ ໄດ້ຕັດຄວາມສຳພັນ ກັບກຳລັງພິເສດ ທີ່ມີຊື່ວ່າ KOPASSUS ໃນປີ 1998 ຫຼັງຈາກ ກອງກຳລັງ ດັ່ງກ່າວ ມີການພົວພັນນຳ ການລ່ວງລະເມີດ ສິດທິມະນຸດ ຢູ່ໃນ ຕີມໍຕາເວັນອອກ ອະດີດອານານິຄົມ ຂອງອິນໂດເນເຊຍ ແລະໃນບ່ອນອື່ນໆ.

ລັດຖະບານ ທ່ານໂອບາມາ ພວມດຳເນີນງານ ເພື່ອເສີມສ້າງ ຄວາມສຳພັນ ທາງດ້ານການ ທູດ ແລະ ການທະຫານ ກັບອິນໂດເນເຊຍ ຊຶ່ງເປັນພັນທະມິດ ທີ່ສຳຄັນ ຂອງສະຫະລັດ ໃນໂລກມຸສລິມ. ແຕ່ບັນດາ ກຸ່ມປົກປ້ອງສິດທິມະນຸດ ແລະສະມາຊິກ ລັດຖະສະພາ ສະຫະລັດ ບາງທ່ານ ໄດ້ສະແດງ ຄວາມວິຕົກກັງວົນ ຢ້ານວ່າ ຍັງມີ ພວກລ່ວງລະເມີດ ສິດທິມະນຸດ ຈຳນວນນຶ່ງ ຍັງຢູ່ໃນຖັນແຖວ ຂອງກອງກໍາລັງ KOPASSUS ນັ້ນ.

ເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ກ່າວວ່າ ວໍຊິງຕັນ ຈະດຳເນີນຂັ້ນຕອນ ແບບຄ່ອຍ ເປັນຄ່ອຍໄປ ໃນການຟື້ນຟູ ຄວາມສຳພັນ ກັບກຸ່ມກຳລັງ ດັ່ງກ່າວ.

XS
SM
MD
LG