ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອິນໂດເນເຊຍ ຮຽກຮ້ອງ ໃຫ້ມຽນມາ ປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງຂຶ້ນຕື່ມ ໃນລັດຣາຄາຍ


ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນປ້ອງກັນ ຢູ່ດ້ານຫຼັງຮົ້ວໜາມຄົມ
ໃນລະຫວ່າງ ການຊຸມນຸມຕໍ່ຕ້ານ ການປະຫັດປະຫານ ຊາວ
ໂຣຮິງຢາ ມຸສລິມ ກຸ່ມນ້ອຍ ຂອງມຽນມາ ຢູ່ດ້ານນອກ ຂອງສະ
ຖານທູດ ມຽນມາ ໃນນະຄອນ Jakarta, ຂອງອິນໂດເນເຊຍ, ວັນທີ 4 ກັນຍາ 2017.
ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນປ້ອງກັນ ຢູ່ດ້ານຫຼັງຮົ້ວໜາມຄົມ ໃນລະຫວ່າງ ການຊຸມນຸມຕໍ່ຕ້ານ ການປະຫັດປະຫານ ຊາວ ໂຣຮິງຢາ ມຸສລິມ ກຸ່ມນ້ອຍ ຂອງມຽນມາ ຢູ່ດ້ານນອກ ຂອງສະ ຖານທູດ ມຽນມາ ໃນນະຄອນ Jakarta, ຂອງອິນໂດເນເຊຍ, ວັນທີ 4 ກັນຍາ 2017.

ໃນວັນຈັນມື້ນີ້ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທ່ານນາງ ເຣັດໂນ ມາຊູດີ
ໄດ້ເດີນທາງໄປປະເທດ ມຽນມາ ເພື່ອປະຊຸມກັບ ຜູ້ນຳຂອງປະເທດ ທ່ານນາງ ອອງ
ຊານ ຊູ ຈີ ພ້ອມກັບຜູ້ບັນຊາການ ທະຫານຂອງປະເທດ ແລະ ຜູ້ຊີ້ນຳດ້ານຄວາມ
ປອດໄພ ແຫ່ງຊາດ ເພື່ອປຶກສາຫາລື ກ່ຽວກັບ ວິກິດການທີ່ກຳລັງດຳເນີນຢູ່ໃນລັດ
ຣາຄາຍ.

ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ຊາວໂຣຮິງຢາ 87,000 ຄົນ ໄດ້
ຫຼົບໜີຈາກລັດ ຣາຄາຍ ໄປປະເທດ ບັງກລາແດັສ ທີ່ຢູ່ໃກ້ຄຽງ ນັບຕັ້ງແຕ່ຄວາມຮຸນ
ແຮງໄດ້ເກີດຂຶ້ນ ໃນທ້າຍ ເດືອນທີ່ຜ່ານມາ. ການຫຼັ່ງໄຫຼຂອງຄົນພວກດັ່ງກ່າວ ໄດ້
ເຮັດໃຫ້ອົງການຊ່ວຍເຫຼືອຈຳນວນຫຼາຍດີ້ນຮົນ ທີ່ຈະຕອບສະໜອງດ້ວຍສິ່ງຂອງຕ່າງໆ
ແລະ ການຮັກສາສຸຂະພາບໃຫ້ທັນຄວາມຕ້ອງການ.

ທ່ານນາງ ມາຊູດີ ກ່າວວ່າ ທ່ານຢາກປຶກສາຫາລືບັນຫາຄວາມປອດໄພ ແລະ “ຂໍ້ສະເໜີ
ຂອງພວກເຮົາຢ່າງລະອຽດ, ລວມທັງເຈຕະນາ ຂອງພວກເຮົາທີ່ຈະສົ່ງການຊ່ວຍ
ເຫຼືອ ດ້ານມະນຸດສະທຳ ໄປໃຫ້ປະຊາ ຊົນໃນລັດ ຣາຄາຍ ເພີ່ມເຕີມ.”

ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທ່ານນາງ Retno Marsudi, ຄົນທີສອງຈາກຊ້າຍ, ເດີນທາງໄປຮອດກະຊວງການຕ່າງປະເທດ ຂອງມຽນມາ ເພື່ອພົບປະກັບ ລັດຖະມົນຕີການຕ່າງ ປະເທດ ທ່ານນາງ Aung San Suu Kyi ໃນນະຄອນຫຼວງ Naypyitaw ຂອງ Myanmar, ວັນທີ 4 ກັນຍາ 2017.
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທ່ານນາງ Retno Marsudi, ຄົນທີສອງຈາກຊ້າຍ, ເດີນທາງໄປຮອດກະຊວງການຕ່າງປະເທດ ຂອງມຽນມາ ເພື່ອພົບປະກັບ ລັດຖະມົນຕີການຕ່າງ ປະເທດ ທ່ານນາງ Aung San Suu Kyi ໃນນະຄອນຫຼວງ Naypyitaw ຂອງ Myanmar, ວັນທີ 4 ກັນຍາ 2017.

ປະທານາທິບໍດີີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ ກ່າວວ່າ ທ່ານນາງ ມາຊູດີ ຈະຮຽກ
ຮ້ອງໃຫ້ລັດຖະບານ ມຽນມາ ປ້ອງກັນການສ້າງຄວາມຮຸນແຮງເພີ່ມເຕີມ, ແລະ ວ່າ
ທ່ານລັດຖະມົນຕີການຕ່າງປະເທດ ຈະເດີນທາງໄປປະເທດ ບັງກລາແດັສ ນຳ ເພື່ອ
ກະກຽມການຊ່ວຍເຫຼືອ ດ້ານມະນຸດສະທຳໃຫ້ແກ່ຜູ້ທີ່ໄດ້ຫຼົບໜີ.

ທ່ານ ວິໂດໂດ ກ່າວວ່າ “ພວກເຮົາເສຍໃຈ ແລະ ຂໍກ່າວປະນາມ ຄວາມຮຸນແຮງທີ່
ໄດ້ເກີດຂຶ້ນ ໃນລັດ ຣາຄາຍ ຂອງ ມຽນມາ. ມັນຕ້ອງ ມີການລົງມືຢ່າງແທ້ຈິງ ແລະ
ບໍ່ແມ່ນພຽງແຕ່ກ່າວວິຈານເທົ່ານັ້ນ.”

ພວກຜູ້ປະທ້ວງຫຼາຍຮ້ອຍຄົນໄດ້ລວມຕົວກັນ ຢູ່ສະຖານທູດຂອງ ມຽນມາ ໃນນະຄອນ
ຫຼວງ ຈາກາຕ້າ ຫຼາຍວັນ ເພື່ອຈັດການຊຸມນຸມ ຕາງໜ້າໃຫ້ຊາວ ໂຣຮິງຢາ ແລະ ຮຽກ
ຮ້ອງໃຫ້ລັດຖະບານ ອິນໂດ ເນເຊຍ ຮັບເອົາພວກອົບພະຍົບ.

ຄວາມຮຸນແຮງຮອບຫຼ້າສຸດໄດ້ເກີດຂຶ້ນໃນວັນທີ 25 ສິງຫາທີ່ຜ່ານມາ ເມື່ອກຸ່ມຂອງ
ຊາວໂຣຮິງຢາ ຕໍ່ຕ້ານລັດຖະບານ ໄດ້ໂຈມຕີປ້ອມຕຳ ຫຼວດ ແລະ ຄ້າຍຕ່າງໆຂອງ
ກອງທັບບົກ ໃນສິ່ງທີ່ເຂົາເຈົ້າໄດ້ກ່າວວ່າ ຄວາມພະຍາຍາມເພື່ອປົກປ້ອງຊົນເຜົ່າ
ກຸ່ມນ້ອຍ ຂອງເຂົາເຈົ້າ ຈາກການຮາວີລົບກວນ. ກອງທັບຂອງ ມຽນມາ ກ່າວວ່າ
ປະຊາຊົນເກືອບ 400 ຄົນໄດ້ເສຍຊີວິດ, ສ່ວນໃຫຍ່ແມ່ນພວກຕໍ່ຕ້ານລັດຖະບານ.

Myanmar Rohingya
please wait
Embed

No media source currently available

0:00 0:02:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG