ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນຫາການສັນຈອນແອອັດ ໃນອິນໂດເນເຊຍ (ເບິ່ງສະໄລດ໌ກັບວີດີໂອ ລາວ/ອັງກິດ)


ບັນຫາການສັນຈອນແອອັດ ໃນອິນໂດເນເຊຍ (ເບິ່ງສະໄລດ໌ກັບວີດີໂອ ລາວ/ອັງກິດ)
ບັນຫາການສັນຈອນແອອັດ ໃນອິນໂດເນເຊຍ (ເບິ່ງສະໄລດ໌ກັບວີດີໂອ ລາວ/ອັງກິດ)

ເຈົ້າໜ້າທີ່ອິນໂດເນເຊຍໄດ້ດໍາເນີນຄວາມພະຍາຍາມຄັ້ງຫລ້າສຸດ ເພື່ອຢຸດຢັ້ງພວກຄົນເດີນ ທາງທີ່ຂຶ້ນໄປຂີ່ຢູ່ເທິງຫລັງຄາລົດໄຟ ຊຶ່ງເປັນການເນ້ນໜັກເຖິງບັນຫາການຈາລະຈອນຕິດຂັດ ໃນນະຄອນຫລວງຈາກາຕ້າ ແລະແນວຄິດທີ່ວ່າ ລັດຖະບານຂາດປະສິດທິພາບຫລາຍຈົນບໍ່ ມີຄວາມສາມາດ ທີ່ຈະທໍາການລົງທຶນທີ່ຈໍາເປັນໄດ້ ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ. ຜູ້ສື່ຂ່າວ ວີໂອເອ Brian Padden ສົ່ງລາຍງານກ່ຽວກັບເລື່ອງນີ້ ມາຈາກຈາກາຕ້າ ດັ່ງດາຣາຈະນໍາ ມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາລາວ:

ຟັງບົດລາຍງານໂດຍເຕັມ:

ສຽງ​ລົດ​ໄຟ...

ທີ່​ນະຄອນຫລວງ​ຈາ​ກາ​ຕ້າ​ຂອງ​ອິນ​ໂອ​ເນ​ເຊຍ ໃນລະຫວ່າງຊົ່ວ​ໂມງ​ໄປລ້າໄປ​ການ ທັງ​ໃນ​
ຕອນ​ເຊົ້າ​ແລະຕ​ອນສວຍ​ ​ແມ່ນ​ຈະເຫັນພາບຊາວໜຸ່ມ ຈໍານວນ​ຫລວງຫລາຍ ນັ່ງຢູ່​ເທິງຫລັງ
ຄາ​ລົດໄຟ​ ຂະນະ​ທີ່​ລົດ​ໄຟ​ກໍາລັງ​ແລ່ນ​ໄປ​ຢູ່ ຊຶ່ງບາງ​ຄົນເຮັດແບບ​ນັ້ນ ກໍ​ເພື່ອຢາກຫລົບໜີ​
ຈາ​ກສະພາບການ​ທີ່​ແອ​ອັດ​ເກີນ​ໄປ ຫລື​ຈາກ​ຄວາມ​ຮ້ອນ​ເອົ້າ​ຢູ່​ໃນ​ລົດໄຟ. ບາງ​ຄົນ​ກໍ​ຫາ​ທາງ
ຫລີກ​ລ່ຽງ​ການ​ເສຍ​ຄ່າ​ເດີນທາງ ຊຶ່ງ​ແພງ​ພຽງປະ​ມານ 25 ​ເຊັນ​ເທົ່ານັ້ນ.

ທ້າວ Areas Chandra ອາຍຸ 23 ປີ ກ່າວ​ວ່າ ຄວາມ​ຈິງ​ແລ້ວມັນປອດໄພ ​ກ່ວາການໄປ
ຢືນ​ຈ່ອງ​ຢູ່​ຕາມ​ປະຕູລົດ​ໄຟ ທີ່​ເປີດ​ໄວ້​ນັ້ນອີກ.

“ຂີ່​ຢູ່​ເທິ່ງຫລັງ​ຄ່າ ມັນ​ສະດວກ​ສະບາຍ​ຫລາຍ​ກ່ວາຢືນ​ຈ່ອງ​ປະຕູ. ​ເຮົາອາດ​
ຈະ​ຕົກ​ໄດ້. ຫລາຍໆ​ຄົນເຄີຍຕົກ​ໄປ​ແລ້ວ ​ແຕ່​ຖ້າ​ຫາກ​ວ່າເຮົາ​ຢູ່​ເທິງຫລັງ​ຄາ​
ເຮົາ​ກໍພະຍາຍ​າມລ​ະມັດ​ລະວັງ​ເອົາ​.”

ຜ່ານ​ມານັ້ນ​ ເຈົ້າ​ໜ້າ​ທີ່​ໄດ້​ເອົາ​ໝາ​ມໝາກ​ຈັບໄປ​ຕິ​ດຕັ້ງ​ກັ້ນໄວ້ ​ເພື່ອ​ບໍ່​ໃຫ້​ພວກ​ຄົນ​ປີນ​ຂື້ນ
ໄປຂີ່ຢູ່​ເທິງ​ຫລັງຄາ​ລົດ​ໄຟ ຫລືບໍ່​ກໍ​ສີດ​ນໍ້າ​ສີ​ໄສ່​ເຂົາ​ເຈົ້າ.

ມາ​ບັດນີ້ ​ທາງ​ການ​ໄດ້ເອົາໜ່ວຍ​ໝາກບານ​ຊິເມນ​ໄປ​ຫ້ອຍ​ໄວ້​ຢູ່​ກາງ​ອາກາດ​ ຕາມ​ສະຖານີ
ລົດ​ໄຟບາງ​ແຫ່ງ ເພື່ອ​ເປັນ​ການ​ຂັດຂວາງ​ ຊຶ່ງ​ເວລາ​ລົດໄຟ​ແລ່ນ​ໄປ​ໃກ້ ໝາກບານ​ເຫລົ່າ​ນັ້ນ
ກໍ​ຈະ​ແກ່ງ​ໄປ​ຕໍາພວກ​ຄົນຂີ່​ຢູ່​ເທິ​ງ ຫລັງຄາ​ໃຫ້​ບາດ​ເຈັບຫລືຕົກ​ຈາກ​ລົດ​ໄຟ​ລົງ​ມາ​ຕາຍ​ໄດ້.

ນາຍ Chairul Bradi ຜູ້​ຊົມ​ໃຊ້​ລົດ​ໄຟ​ຄົນ​ນຶ່ງ ກ່າວ​ວ່າຄວາມ​ພ​ະຍາ​ຍາ​ມ​ເຫລົ່ານັ້ນ ແມ່ນ
ບໍ່ໄດ້​ຜົນ ​ເພາະວ່າຈໍານວນຄົນ​ໂດຍສານນັບ​ມື້​ນັບເພີ້​ມຫລາຍຂື້ນ ​ເກີນ​ກ່ວາ​ທີ່​ລະບົບຂົນ​ສົ່ງ ຈະ​ຮັບ​ມື​ໄດ້.

“ມາຮອດ​ປັດ​ຈຸ​ບັນ​ນີ້ ລັດຖະບາ​ນຂ​ອງພວກ​ເຮົາໄດ້ພະຍາ​ຍາ​ມທີ່​ຈະ​ເຮັດໃຫ້​ມັນ
ດີຂື້ນ ​ແຕ່ຍ້ອນ​ວ່າ ​ແຕ່​ລະ​ມື້ ມີ​ຄົນຂີ່​ເພີ້ມ​ຂື້ນເລື້ອຍໆ ​ເຮັດ​ໃຫ້​ແອ​ອັດ​ຫລາຍ
ຈົນ​ລັດຖະບານ​ບໍ່​ສາ​ມາດ​ທີ່​ຈະຮັບ​ມືນໍາໄດ້.”

ມີ​ປະຊາກອນ ຫລາຍ​ກວ່າ 27 ລ້າ​ນຄົນ​ ອາ​ໄສ​ຢູ່​ໃນນະຄອນຫລວງ​ຈາ​ກາ​ຕ້າ ​ແລະ​ເຂດ​
ຊານ​ເມື​ອງທີ່​ຂະຫຍາຍ​ກ້ວາງ​ອອກ​ໄປ​ເລື້ອຍໆ​ນັ້ນ. ປິ​ກາຍ​ນີ້​ ຍອດ​ຂາຍ​ລົດ​ຈັກ​ແລະ​ລົດຍົນ
ໄດ້ຖີບ​ຂຶ້ນ​ເປັນ​ຈໍານວນ​ຫລາຍ​ເປັນ​ປະວັດ​ການ​ ຍ້ອນ​ເສດຖະກິດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອ​ງ ແຕ່​ວ່າ
ການ​ສ້າງ​ຖະໜົນ​ຫົນທາງແມ່ນຍັງ​ລ່າ​ຊ້າຢູ່.

ທ່ານ Suryono Herlambang ນັກ​ວາງແຜນຜັງ​ເມືອງທີ່ມະຫາວິທະຍາ​ໄລ Taruma-
nagara ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ໄດ້​ກ່າວ​ເຖິງ​ແຜນ​ການ​ກໍ່​ສ້າງ​ລະບົບ​ຂົນ​ສົ່ງ​
ມວນ​ຊົນ​ໃໝ່ ມູນ​ຄ່າ​ຫລາຍ​ພັນ​ລ້ານໂດ​ລາ​ກໍ​ຕາມ ​ແຕ່​ລັດຖະບານ​ກໍ​ຂາດ​ຄວາມ​ຕັ້ງ​ໃຈ​
ທາງ​ການ​ເມືອງ ທີ່​ຈະ​ເອົາ​ບາດກ້າວງ່າຍໆ ໃນ​ການເພີ້​ມການບໍລິການທາງລົດ​ໄ​ຟຈາກ
ຈາ​ກາ​ຕ້າ ​ໄປ​ຫາ​ເຂດ​ຊານ​ເມືອງ​ນັ້ນ. ທ່ານ Herlambang ກ່າວ​ວ່າ:

“ພວກ​ເຮົາ​ຮູ້​ຢູ່​ແລ້ວ​ວ່າ ຈາ​ກາ​ຕ້າມີ​ຕາ​ນ່າງລົດ​ໄຟຢູ່​ແລ້ວ ລ​ະຫວ່າງຈາ​ກາ​ຕ້າ
ກັບ Bekasi, Begor, ​ແລະ Tangerang ​ແຕ່​ວ່າ​ມັນ​ບໍ່​ແມ່ນ​ບຸລິມະສິດອັນ​ຮິບ​
ດ່ວນ​ຂອງ​ລັດຖະບານ,”

ທ່ານ Herlambang ກ່າວ​ວ່າ ການ​ແກ້​ໄຂ​ບັນຫາລະຍະ​ຍາວ​ກໍ​ຄື​ ເພີ້​ມ​ແລະ​ປັບ​ປຸງການ
ບໍລິການລົດໄຟໃນຂົງ​ເຂດ​ໃຫ້​ດີ​ຂຶ້ນ. ສ່ວນ​ພວກທຽວ​ທາງໄປ​ລ້າ​ໄປ​ການ ທີ່​ຂຶ້ນ​ໄປ​ຂີ່​ລົດ​ໄຟ​
ຢູ່​ເທິ​ງຫລັງຄາ​ນັ້ນ ​ພາກັນເວົ້າວ່າ ຕາບໃດທີ່​ລົດ​ໄຟຍັງ​ມີ​ຄວາມແອ​ອັດຢູ່ ​ເຂົາເຈົ້າກໍ​ຈະ​ພາ
ກັນ​ຊອກ​ຊ່ອງ​ທາງ​ປີນ​ຂື້ນ​ໄປ​ຂີ່​ຢູ່​ເທິງຫລັງ​ຄາ​ ຕໍ່ໄປ.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG