ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດໄຟຕໍາກັນ ຢູ່ອິນໂດເນເຊຍ


У лютому двоє чоловіків відрубали руку 10-річному Мвігулу. Африканські шамани вважають частини тіла альбіносів потужним амулетом.
У лютому двоє чоловіків відрубали руку 10-річному Мвігулу. Африканські шамани вважають частини тіла альбіносів потужним амулетом.

ເຈົ້າໜ້າທີ່ອິນໂດເນເຊຍແຈ້ງໃຫ້ຊາບວ່າ ໂຕເລກພວກທີ່ ເສຍຊີວິດ ຈາກອຸບັດຕິເຫດລົດໄຟຕຳກັນ ທີ່ເກາະ Java ມີ 36 ຄົນ ແລະມີຜູ້ໄດ້ຮັບບາດເຈັບອີກ ຫຼາຍສິບຄົນ.

ຕຳຫຼວດເວົ້າວ່າ ລົດໄຟໂດຍສານຂະບວນນຶ່ງ ທີ່ເດີນ ທາງແຕ່ນະຄອນຫຼວງຈາກາຕ້າ ໄປຍັງເມືອງ Surabaya ໄດ້ເກີດອຸບັດຕິເຫດ ແລ່ນເຂົ້າຕຳກົ້ນຂອງລົດໄຟອີກຂະ ບວນນຶ່ງທີ່ຈອດຢູ່ ໃນຕອນເຊົ້າຂອງວັນເສົາມື້ນີ້ ທີ່ເມືອງ Petarukan ໃນພາກກາງຂອງແຂວງ Java.

ໂທລະພາບທ້ອງຖິ່ນລາຍງານວ່າ ມີລົດໄຟຫຼາຍໆຕູ້ໄດ້ປີ້ນ ຂວໍ້າຫຼືບໍ່ກໍໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ. ລົດໄຟທັງ ສອງຂະບວນ ຕ່າງກໍໄດ້ບັນທຸກຜູ້ໂດຍສານ ຈຳນວນຫຼາຍ ຮ້ອຍຄົນ.

ພວກທີ່ເຫັນເຫດການ ກ່າວຕໍ່ສະຖານີຂ່າວທ້ອງຖິ່ນວ່າ ຜູ້ໂດຍສານຈຳນວນນຶ່ງ ພວມ ພາກັນນອນຫຼັບຢູ່ ເວລາອຸບັດຕິເຫດເກີດຂຶ້ນ.

ເຈົ້າໜ້າທີ່ເວົ້າວ່າ ການສືບສວນໃນຂັ້ນຕົ້ນ ສະແດງໃຫ້ເຫັນວ່າ ຄວາມພິດພາດຂອງມະນຸດ ຄືສາເຫດ ທີ່ພາໃຫ້ເກີດອຸບັດຕິເຫດໃນຄັ້ງນີ້.

XS
SM
MD
LG