ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍຫ້າມສູບຢາ ໃນທີ່ສາທາລະນະ ແຕ່ກໍຍັງມີການຖົກຖຽງກັນຢູ່


ສວນຢາສູບທີ່ປະເທດອິນໂດເນເຊຍ
ສວນຢາສູບທີ່ປະເທດອິນໂດເນເຊຍ

ປະເທດອິນໂດເນເຊຍໄດ້ສັ່ງຫ້າມສູບຢາໃນສະຖານທີ່ສາທາລະນະ ແລະ ​ເວລາ​ນີ້ ກໍກໍາລັງ ພະຍາຍາມທີ່ຈະຄວບຄຸມການໂຄສະນາຢາສູບ ແຕ່ຄວາມຄິດທີ່ວ່າ ຢາສູບເປັນສານເສບ ຕິດນັ້ນ ກໍາລັງ​ໄດ້​ຮັບ​ການ​ທ້າທາຍຢູ່ໃນສານລັດຖະທໍາມະນູນຂອງອິນ​ໂດ​ເນ​ເຊຍ. ຕະຫລອດ ລຍະສອງເດືອນຜ່ານມານີ້ ສານ​ດັ່ງກ່າວໄດ້ຮັບ​ຟັງ​ຄໍາ​ໂຕ້​ແຍ້​ງຈາກພວກເຈົ້າໜ້າທີ່ແລະພວກ ຊ່ຽວຊານຫລາຍຄົນທີ່ເວົ້າວ່າ ຢາສູບບໍ່ເປັນອັນຕະລາຍຕໍ່ສຸຂະພາບ ບໍ່ພາ​ໃຫ້ເປັນມະເຮັງ ປອດ ແລະຮອດອາດສາມາດເປັນປະໂຫຍດຕໍ່ຮ່າງກາຍດ້ວຍ​ຊໍ້າ. ທອງປານມີລາຍ​ງານຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ນະຄອນຫລວງ​ຈາ​ກາ​ຕາ ມາສະເໜີທ່ານໃນອັນດັບຕໍ່ໄປ

ກົດໝາຍກ່ຽວ​ກັບສຸຂະພາບສະບັບນຶ່ງ ທີ່ໄດ້ຖືກ​ຮັບ​ຜ່ານ
ເອົາໃນປີ 2009 ທີ່ຮັບຮູ້ວ່າຢາສູບເປັນສານເສບຕິດຊະນິດ
ນຶ່ງນັ້ນ ໄດ້ຖືກນໍາເອົາມາພິຈາລະນາກັນ​ໃໝ່ຢ່າງຖີ່ຖ້ວນ ຢູ່
ໃນອິນໂດເນເຊຍ ບ່ອນທີ່ອຸດສາຫະກໍາຢາສູບສາມ​າດຫລີກ
ເວ້ນໃນອະດີດຜ່ານມາ ຈາກການຖືກ​ກາ​ໜ້າ​ວ່າ ຜະລິດ​ ສານ​ເສບ​ຕິດນັ້ນ.

ໃນຕົ້ນເດືອນນີ້ ພວກນັກຊ່ຽວຊານໄດ້ບອກສານລັດຖະ
ທໍາມະນູນຂອງອິນໂດເນເຊຍວ່າ ມາດ​ກາ​ນຶ່ງ​ໃນ​ກົດ​ໝາຍ
ດັ່ງກ່າວ ທີ່ຕີຄວາມໝາຍວ່າຢາສູບ ເປັນສານເສບຕິດໃຫ້
ໂທດນັ້ນ ແມ່ນ​ເປັນ​ການ​ຈໍາ​ແນ​ກກີດ​ກັນຕໍ່ພວກຊາວສວນ
ປູກຢາທັງຫລາຍ ​ແລະກ່ອນໜ້ານັ້ນ ພວກ​ອື່ນໆ​ອີກ​ກໍ​ໄດ້
ໃຫ້ການວ່າ ຢາສູບບໍ່ແມ່ນຢາເສບຕິດໃຫ້ໂທດ ແຕ່ຢ່າງໃດ.

ທ່ານ Saldi Isra ສາ​ສະ​ດາຈານ​ວິ​ຊາກົດໝາຍລັດຖະທໍາ
ມະນູນ ທີ່ມະຫາວິທະຍາໄລ Andala ໃນ​ແຂວງສຸມາດຕຣາຕາເວັນຕົກ ໄດ້ກ່າວຕໍ່ສານວ່າ
ມາດກາທີ່​ວ່ານັ້ນ ແມ່ນບໍ່ຖືກຕ້ອງ​ຕາມລັດຖະທໍາມະນູນ. ທ່ານ ອິສຣາ ໃຫ້ການຕໍ່​ສານວ່າ:

"ລັດຖະທໍາມະນູນບົ່ງໄວ້ວ່າທຸກໆຄົນມີສິດທິໃນການດໍາລົງຊີວິດ ແລະການຈໍາ
ແນກກີດກັນຕໍ່ພວກຄົນກຸ່ມນຶ່ງ ຊຶ່ງໃນກໍລະນີນີ້ ​ແມ່ນຕໍ່ພວກຊາວສວນປູກຢານັ້ນ ຖືວ່າຂັດຕໍ່ລັດຖະທໍາມະນູນ."

ທ່ານ ບໍາບັງ ຊູກາໂນ ສະມາຊິກສະພາຈາກຂົງເຂດປູກຢາໃນພາກກາງ ​ເກາະຈາວາ ໄດ້ຂໍ
ຮ້ອງໃຫ້ສານທົບທວນຄືນ​ເບິ່ງກົດໝາຍສະບັບນີ້.

ຖ້າຫາກວ່າສານ​ເຫັນ​ດີ​ນໍາມາດກາທີ່​ວ່ານີ້ ພວກບໍລິສັດຜະລິດຢາສູບທັງຫລາຍ ກໍອາດປະ
ເຊີນກັບການຖືກສັ່ງຫ້າມໂຄສະນາໂດຍສິ້ນເຊີງ ຄື​ກັນ​ກັບເຄຶ່ອງດື່ມອາລກໍຮອລ ຫລືເຫລົ້າ ທີ່ໄດ້ຖືກຮັບຮູ້ວ່າເປັນສານເສບຕິດໃຫ້ໂທດ ແລະການໂຄສະນາຂາຍເຫລົ້າ ຢູ່​ໃນ​ອິນ​ໂດ​ເນ
ເຊຍ​ນັ້ນ ຖືວ່າຜິດກົດໝາຍ ​ເປັນ​ເວລາສິບປີຜ່ານແລ້ວ.

ທ່ານ ຊູກາໂນ ​ແລະພວກພວກສະໜັບສະໜຸນທ່ານ ກ່າວວ່າ ໃນດ້ານເທັກນິກແລ້ວ ຢາສູບ
ບໍ່ແມ່ນສານເສບຕິດໃຫ້ໂທດ ແຕ່ວ່າຢາສູບບັນຈຸສານເສບຕິດ ຄືສານນິໂຄທີນນັ້ນ. ພວກພະ
ຍານທີ່ສະໜັບສະໜຸນທ່ານຊູກາໂນ ໄດ້ໃຫ້ການຕໍ່​ສານວ່າ ຢາສູບສາມາດ​ເຮັດໃຫ້​ເປັນສານ
ເສບຕິດນ້ອຍລົງ​ໄດ້ ແລະຮອດ​ເຮັດ​ໃຫ້ເປັນປະໂຫຍດຕໍ່ສຸຂະພາບກໍ​ໄດ້.

Dr. Sutiman Bambang Sumitro ສາສະດາຈານວິຊາ​ອະ​ນູຊີວະວິທະຍາທີ່ມະຫາວິທະ
ຍາໄລ Brawijaya ໃນ​ແຂວ​ງຈາວາຕາເວັນອອກ ກ່າວ​ຕໍ່ສານໃນເດືອນ​ແລ້ວນີ້ວ່າຜ່ານສານ
ເຄມີນ້ອຍໆນັ້ນ ຢາສູບສາມາດດັດ​ແປງ​ໃຫ້​ເປັນແບບໃດກໍໄດ້ ແລະສາມາດນໍາໃຊ້ເພື່ອປິ່ນປົວ
ອາການເຈັບປ່ວຍຕ່າງໆໄດ້ ອັນໂຮມທັງໂຣກມະເຮັງນັ້ນນໍາ. Dr. Sumitro ກ່າວວ່າ:

"ສານພິດ​ໃດໆ​ກໍ​ຕາມ ​ແມ່ນສາມາດດັດແປງໃຫ້ມີປະໂຫຍດຕໍ່ສຸຂະພາບໄດ້.
ນອກນີ້ແລ້ວ ມັນເປັນໄປໄດ້ທີ່ຈະກໍາຈັດສານອະນຸມູນອິດສະຫລະຕ່າງໆ ເພື່ອ
ລົດຜ່ອນການສ່ຽງຕໍ່ສຸຂະພາບຂອງພວກສູບຢາຕົ້ນຕໍ ຫລືພວກທີ່​ບໍ່​ສູບ ​ແຕ່​ກໍ
ໄດ້ສູດດົມເອົາກິ່ນຢາສູບນັ້ນ."

ທ່ານ Aris Widodo ສາດສະດາຈານສອນວິຊາເພສັດວິທະຍາທີ່ມະຫາວິທະຍາໄລ
Brawijaya ຄືກັນນັ້ນ ບອກຕໍ່ສານວ່າ ທ່ານບໍ່ເຄີຍໄດ້ຍິນວ່າ ຜູ້ໃດເສຍຊີວິດຍ້ອນການ
ສູບຢາຈັກ​ເທື່ອແລະກ່າວຕໍ່ໄປວ່າ ການສູບຢາສາມາດກໍາຈັດຄວາມອ່ອນເພຍ ຜ່ອນຄາຍ
ຄວາມຕຶງຄຽດ​ແລະ​ຄວາມວິຕົກກັງວົນ ລະງັບປະສາດ ​ແລະ​ເຮັດ​ໃຫ້​ເຮົາ​ສາມາດ​ເພ່ງເລັງ​
ໄດ້​ດີ​ຂຶ້ນ. ທ່ານ ວິໂດໂດ ​ເວົ້າວ່າ:

"ຄວາມຕຶງຄຽດເປັນສາເຫດໃຫຍ່ຂອງຄວາມເຈັບປ່ວຍຫລາຍໆຢ່າງ ທີ່ມັກຈະ
ພາ ກັນຖິ້ມໂທດໃສ່ການສູບຢາ ແຕ່ຄວາມຕຶງ​ຄຽດ​ກໍສາມາດຜ່ອນຄາຍລົງໄດ້
ໂດຍການສູບຢາ ແທນທີ່ຈະໃຊ້ຢຸກຢາຊະນິດອື່ນທີ່ມີລາຄາແພງໆນັ້ນ."

ຢາສູບນາໆຊະນິດ ທີ່ວາງສະແດງຢູ່ງານສະແດງ ສິນຄ້າຢາສູບນາໆຊາດ ທີ່ນະຄອນຫລວງຈາກາຕາ ເມື່ອບໍ່ນານມານີ້.
ຢາສູບນາໆຊະນິດ ທີ່ວາງສະແດງຢູ່ງານສະແດງ ສິນຄ້າຢາສູບນາໆຊາດ ທີ່ນະຄອນຫລວງຈາກາຕາ ເມື່ອບໍ່ນານມານີ້.

ການຂັດ​ແຍ້ງກັນກ່ຽວກັບຢາສູບນີ້
ໄດ້ເລີ່ມຂື້ນເວລາມາດກາກ່ຽວ​ກັບ
ເລື້ອງ​ນີ້ ໄດ້ຖືກລົບລ້າງອອກຢ່າງ
ລຶກລັບ ຈາກຮ່າງກົດໝາຍສຸຂະ
ພາບສະບັບສຸດທ້າຍໃນປີ 2009
ຊຶ່ງ​ກໍ່ໃຫ້ເກີດຄວາມລະແວງສົງ
ໃສວ່າ ລັດຖະບານ​ໄດ້ກົ້ມຫົວ ໃຫ້ອຸດສາຫະກໍາຢາສູບ.

ເຫດການດັ່ງກ່າວນີ້ ຄ້າຍຄື​ກັນ
ກັບຂໍ້ຂັດແຍ້ງກັນບັ້ນນຶ່ງໃນປີ
1992 ເວລາພວກສະມາຊິກ
ສະພາໄດ້ລຶບມາດກາດຽວກັນນີ້
ອອກ ຫລັງຈາກຖືກວິ່ງເຕັ້ນເກ້ຍ
ກ່ອມ ໂດຍພວກບໍລິສັດຜະລິດ ຢາສູບ.

ທາງກະຊວງສາທາລະນະສຸກ​ໄດ້​ຢືນ​ຢັດ​ວ່າ ມາດກາທີ່ສູນຫາຍໄປໃນປີ 2009 ນັ້ນ ​ແມ່ນ
ເປັນພຽງການ​ມອງ​ຂ້າມ​ໄປເທົ່ານັ້ນ.

Dr. Hakim Siromuda Pohan ສະມາຊິກພັກປະຊາທິປັດ​ຄົນ​ນຶ່ງ ທີ່ຊ່ວຍຮ່າງກົດໝາຍ
ສະບັບດັ່ງກ່າວ ຄິດວ່າການວິ່ງເຕັ້ນຂອງ​ພວກ​ບໍ​ລິ​ສັດຢາສູບ ແມ່ນຢູ່ເບື້ອງຫລັງການຜັກດັນ
ໃຫ້ລຶບມາດການັ້ນອອກ ອີກຄັ້ງນຶ່ງ. ທ່ານ ໂປຮັນ ກ່າວວ່າ

"ຕາມ​ຫລັກວິທະຍາສາດຂັ້ນພື້ນຖານ ວິທະຍາສາດການແພດ​ແລ້ວ ຢາສູບຖືວ່າ
ເປັນຢາເສບຕິດໃຫ້ໂທດ. ບໍ່ມີຜູ້ໃດດອກ​ທີ່ເວົ້າວ່າ ມັນບໍ່ແມ່ນຢາເສບຕິດໃຫ້ໂທດ. ຖ້າຫາກວ່າຜູ້ໃດເວົ້າດັ່ງນັ້ນ ກໍຖືວ່າພວກເຂົາເຈົ້າຂີ້ຕົ໊ວະ. ວິທະຍາສາດຂັ້ນພື້ນ
ຖານ ​ແມ່ນຄັດຄ້ານ​ຄວາມ​ເຫັນ​ດັ່ງກ່າວ."

ການຂົນຂວາຍທາງການເມືອງ ແລະການຕໍ່ສູ້ກັນຢູ່ໃນສານກ່ຽວກັບຢາສູບນັ້ນ ບໍ່​ແມ່ນ
ເລຶ່ອງທີ່​ເກີດ​ຂຶ້ນ​ສະ​ເພາະ​ແຕ່ຢູ່ໃນອິນໂດເນເຊຍ. ຕົວຢ່າງເຊັ່ນ ໃນປີ 1994 ເຈົ້າໜ້າທີ່
ລະດັບບໍລິຫານສູງສຸດເຈັດຄົນຂອງບໍລິສັດຜະລິດຢາສູບ ກໍ​ໄດ້​ໄປ​ໃຫ້ການ​ຕໍ່ລັດ​ຖະສະພາ
ຂອງ​ສະຫະລັດວ່າ ພວກເຂົາເຈົ້າບໍ່ເຊື່ອວ່າ ຢາສູບ​ເປັນສານເສບຕິດ​ໃຫ້​ໂທດ.

ແຕ່ຜົນການສຶກສາຄົ້ນຄວ້າຂອງນາໆ​ຊາດຫລາຍພັນຄັ້ງ ພົບວ່າຢາສູບເປັນສານເສບຕິດ
ແລະເປັນອັນຕະລາຍຕໍ່ສຸຂະພາບ.

ຜົນການສຶກສາຄົ້ນຄວ້າຈໍານວນນຶ່ງ ເຊັ່ນອັນ​ທີ່​ເຮັດ​ຂຶ້ນໂດຍສະຖາບັນການໃຊ້ຢາໃນທາງ
ຜິດແຫ່ງຊາດສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ສານນິໂຄທີນ ເປັນສານເສບຕິດທີ່ພາໃຫ້
ຕິດຫລາຍທີ່ສຸດອັນນຶ່ງ. ການສຶກສາຄົ້ນຄວ້າບາງອັນ ກ່າວວ່າ ສານນິໂຄທີນເປັນສານທີ່
ເສບ​ແລ້ວ ພາໃຫ້ຕິດຫລາຍກວ່າຜົງເຮໂຣອີນ ໂຄເຄນ ແລະເຫລົ້າດ້ວຍ​ຊໍ້າ.

ອົງການອະນາໄມໂລກກ່າວວ່າ ຢາສູບໄດ້ເອົາຊີວິດໄປ ເຄິ່ງນຶ່ງຂອງຈໍານວນຜູ້ສູບຢາທັງໝົດ ຫລືຫລາຍກວ່າຫ້າລ້ານຄົນຕໍ່ປີ. ອົງການອະນາໄມໂລກກ່າວອີກວ່າ ຢາສູບຍັງ​ມີ​ສ່ວນ​ພົວ
ພັນກັບໂຣກມະເຮັງຫລາຍໆຊະນິດ ເປັນຕົ້ນວ່າ ມະເຮັງປອດ ມະ​ເຮັງພົກຍ່ຽວ ມະ​ເຮັງເຕົ້າ
ນົມ ແລະລໍາໃສ້ ພ້ອມທັງພະຍາດຫົວໃຈ ແລະໂຣກລົມສາລະບາດ ຫລື stroke ນໍາ​ດ້ວຍ.

XS
SM
MD
LG