ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກກູ້ໄພ ສືບຕໍ່ຄົ້ນຫາ ພວກທີ່ອາດ ລອດຊີວິດມາໄດ້ ຈາກນ້ຳຖ້ວມຊຸ ໃນອິນໂດເນເຊຍ


Indonesia Flood
please wait
Embed

No media source currently available

0:00 0:00:49 0:00

ນ້ຳຖ້ວມຊຸໃນອິນໂດເນເຊຍ

ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 17​ ຄົນ ​ແລະ 3 ຄົນ​ຍັງ​ຫາຍ​ສາບ​ສູນ ຫລັງ​ຈາກ​ໄດ້​ເກີດ​ນ້ຳ​ຖ້ວມ​ຊຸ​ໃກ້ໆ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ ຊຶ່ງ​ເປັນ​ທີ່​ນິຍົມ​ຂອງ​ຜູ້​ຄົນ​ແຫ່ງ​ນຶ່ງ.

ພວກ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ກຸ່ມ​ນຶ່ງ 70 ຄົນແລະ​ຜູ້ນຳ​ທາງ​ ​ພວມ​ໄປ​ທ່ຽວເບິ່ງນ້ຳຕົກ Dua Warna ​ໃນ​ພາກ​ເໜືອ​ຂອງ​ເກາະ​ສຸ​ມາດຕຣາ ​ເວລາ​ໄດ້​ເກີດ​ນ້ຳຖ້ວມຊຸ​ຢ່າງ​ແຮງລົງ​ມາ​ຕາມ​ນ້ຳຕົກ​ບ່ອນ​ນຶ່ງ​ນັ້ນ.

ຄະນະ​ກູ້​ໄພ ຍັງ​ສືບ​ຕໍ່​ຊອກ​ຄົ້ນຫາ​ພວກ​ທີ່ຍັງ​ຫາຍ​ສູນ​ຢູ່​ໃນ​ເວລາ​ນີ້.

ທ່ານ Darwin Surbakti ຜູ້​ບັນຊາ​ການ​ຕຳຫຼວດ​ໃນ​ເຂດ​ທ້ອງ​ຖິ່ນ ກ່າວ​ຕໍ່​ພວກ ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ການຄົ້ນຫາ​ຈະ​ເພັ່ງ​ເລັງ​ໃສ່​ແມ່​ນ້ຳ​ໃຫຍ່​ສາມ​ສາຍທີ່ ບ້ານ Rambunan, Dere ​ແລະ Ujung Deleng. ບໍລິ​ເວນ​ດັ່ງກ່າວ​ແມ່ນ​ປະ ມານ 3 ຫລັກ​ກິ​ໂລ​ແມັດ ຫ່າງ​ຈາກ​ນ້ຳຕົກ.

ນ້ຳ​ຖ້ວມ​ຊຸ​ແມ່ນ​ຖື​ເປັນ​ເລື້ອງທຳ​ມະ​ດາ ​ໃນ​ລະຫວ່າງ​ລະດູ​ລົມ​ມໍ​ລະ​ສຸມ ຢູ່​ໃນ​ອິນ​ໂດ​ເນ​ເຊຍ​ ຊຶ່ງ​ສ່ວນ​ໃຫຍ່​ຈະ​ສິ້ນສຸດ​ລົງ​ໃນ​ເດືອນ​ເມສາ​ນັ້ນ.

ກາລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG