ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ໄອຍະການ ຂໍຮ້ອງໃຫ້ ຈໍາຄຸກຕະຫລອດຊີວິດ ຜູ້ຊ່ວຍຜະລິດລະເບີດ ໂຈມຕີທີ່ເກາະບາຫຼີ


ການດໍາເນີນຄະດີ ນາຍ Umar Patek, ຜູ້ກໍ່ການຮ້າຍ ອິນໂດເນເຊຍ ວັນທີ 21 ພຶດສະພາ 2012.






















ບັນດາ​ໄອ​ຍະ​ການ​ອິນ​ໂດ​ເນ​ເຊຍ​ໄດ້​ຂໍ​ຮ້ອງ​ໃຫ້​ລົງ​ໂທດຈໍາ​ຄຸກ​ຕະຫຼອດຊີວິດ ​ແທນ​ການ
ປະຫານ​ຊີວິດ​ ຕໍ່ຈໍາ​ເລີຍ​ຫົວ​ຮຸນ​ແຮງ​ມຸສລິ​ມຄົນ​ນຶ່ງ​ທີ່​ຖືກ​ຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​
ຊ່ອຍ​ຜະລິດ​ລະເບີດ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ສະຖານ​ທີ່​ບັນ​ເທີ​ງ​ແຫ່ງ​ນຶ່ງ​ເທິງ​ເກາະ​ບາ​ຫຼີ ​ໃນປີ 2002 ນັ້ນ.

​ໃນ​ເບື້ອງ​ຕົ້ນ ​ພວກ​ໄອ​ຍະ​ການ​ໄດ້ຂໍ​ຮ້ອງ​ໃຫ້​ລົງ​ໂທດ​ປະຫານ​ຊີວິດ​ນາຍ Umar Patek ​ເວລາ​ການ​ດໍາ​ເນີນ​ຄະດີຜູ້ກ່ຽວ​ເລີ້ມ​ຂຶ້ນ​ໃນ​ເດືອນ​ກຸມພາ​ຜ່ານ​ມາ.

​ແຕ່ໄອ​ຍະ​ການ Bambang Suharyadi ​ ກ່າວ​ຕໍ່​ສານ​ຊັ້ນ​ຕົ້ນປະ​ຈໍາ​ເຂດ​ຕາ​ເວັນ​ຕົກ​ຂອງ Jakarta ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ນາຍ Patek ຄວນ​ຈະ​ໄດ້​ຮັບ​ໂທດ​ຈໍາ​ຄຸກຕະຫຼອດ​ຊີວິດ ເຖິ່ງ​ແມ່ນ​ຜູ່​ກ່ຽວ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ ຄວາມ​ຜິດ​ ​ໃນ​ຂໍ້​ຫາຄາດ​ຕະກໍາ​ແບບ​ທີ່​ມີ​ການ​ວາງ​ແຜນລ່ວງ​ໜ້າ​ກໍ​ຕາມ​ນັ້ນ.

ນາຍ Patek ທີ່​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ແລະຄອບ ຄົວ​ຂອງ​ເຂົາ​ເຈົ້າ​ ​ໄດ້​ໃຫ້ການ​ຕໍ່​ສານ​ໃນ​ຕົ້ນ​ເດືອນ​ນີ້ວ່າ ຕົນ​ມີບົດບາດ ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ​ ໃນ​ການ​ໂຈມ​ຕີ​ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປ 202 ຄົນ ​ແລະ​ກ່າວ​ວ່າ ຕົນ​ບໍ່ຮູ້ວ່າ ພວກ​ສະຖານ​ທີ່​ບັນ​ເທີ​ງ​ ເປັນ​ເປົ້າ​ໝາຍຂອງ​ການ​ໂຈມ​ຕີ.

ນາຍ Patek ​ໄດ້​ຖືກ​ຈັບ​ກຸມ​ໃນ​ເດືອນ​ມັງກອນ​ປີ​ແລ້ວ​ນີ້ ​ໃນເມືອງຄ້າຍ​ ທະຫານແຫ່ງດຽວ​ກັນ​ກັບ ​ທີ່ກໍ​າລັງ​ຂອງ​ສະຫະລັດລອບເຂົ້າ​ໄປສັງຫານນາຍ​ໂອຊາ​ມາ ບິນ ລາ​ເດັນ ຜູ້​ນໍາ​ກຸ່ມ ອານ ກາ​ອິດາ ນັ້ນ.

XS
SM
MD
LG