ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫລວດອິນໂດເນເຊຍຈັບກຸມ ຜູ້ຕ້ອງສົງໃສເປັນຫົວໜ້າ ພວກກໍ່ການຮ້າຍ


ຊາຍຜູ້ນຶ່ງ ກຳລັງຍົກຮູບຂອງ ຜູ້ຕ້ອງສົງໃສເປັນຫົວໜ້າພວກກໍ່ການຮ້າຍ ນາຍ Abu Tholut ທີ່ຖືກຈັບກຸມ ໃນ່ນະຄອນຫລວງ Jakarta, ອິນໂດເນເຊຍ.
ຊາຍຜູ້ນຶ່ງ ກຳລັງຍົກຮູບຂອງ ຜູ້ຕ້ອງສົງໃສເປັນຫົວໜ້າພວກກໍ່ການຮ້າຍ ນາຍ Abu Tholut ທີ່ຖືກຈັບກຸມ ໃນ່ນະຄອນຫລວງ Jakarta, ອິນໂດເນເຊຍ.

ຕຳຫລວດ​ອິນ​ໂດ​ເນ​ເຊຍ ​ເວົ້າວ່າພວກ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ ​ຜູ້​ຕ້ອງ​ສົງ​ໃສເປັນ​ຫົວໜ້າພວກ​ກໍ່ການຮ້າຍ ​ນາຍ Abu Tholut ທີ່​ຖື​ວ່າ​ເປັນ​ພວກ​ນັບຖື​ສາສະໜາອິສລາມຫົວ​ຮຸນ​ແຮງຈັດ ທີ່ເປັນອັນຕະລາຍ​ທີ່​ສຸດ.

ຕຳຫລວດ​ເວົ້າວ່ານາຍ Tholut ທີ່​ມີອາຍຸ 49 ປີ ຊຶ່ງ​ເປັນ​ທີ່ຮູ້ກັນໃນອີກ​ຊື່​ນຶ່ງ​ວ່າ Mustofa ​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ພະຫັດ​ວານນີ້ ຢູ່​ເຮືອນຂອງ​ຜູ້ກ່ຽວ​ເອງ ຢູ່​ເມືອງ Kudus ຂອງແຂວງ ຈາ​ວາ​ກາງ ​ເທິງ​ເກາະ​ຈາ​ວາ​ນັ້ນ.

ນາຍ Tholut ຖືກ​ກ່າວ​ຫາ​ວ່າ ​ໄດ້​ຊ່ວຍ​ຈັດຕັ້ງ​ເຄືອ​ຂ່າຍ​ພວກ​ກໍ່ການຮ້າຍ, ວາງ​ແຜນ​ທໍາ​ການໂຈມຕີ​ຊາວ​ຕ່າງປະ​ເທດ ທີ່​ໂຮງ​ແຮມ​ຫລູຫລາຫລາຍໆ​ແຫ່ງ ​ໃນ​ນະຄອນຫລວງ Jakarta ​ແລະ ວາງ​ແຜນລອບ​ສັງຫານເຈົ້າໜ້າທີ່​ຂັ້ນສູງຫລາຍ​ທ່ານລວມທັງປະທາ ນາທິບໍດີ ຂອງ​ອິນ​ໂດ​ເນ​ເຊຍ​ນໍາ.

XS
SM
MD
LG