ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ວາງລະເບີດ ໂຈມຕີ ຢູ່ເກາະບາຫຼີ ອິນໂດເນເຊຍ ຂໍຂະມາໂທດ


ນາຍ Umar Patek ຜູ້ກໍ່ການຮ້າຍທີ່ຖືກດໍາເນີນຄະດີທີ່ອິນໂດເນເຊຍ.
ວັນທີ 7 ພຶດສະພາ 2012
ນາຍ Umar Patek ຜູ້ກໍ່ການຮ້າຍທີ່ຖືກດໍາເນີນຄະດີທີ່ອິນໂດເນເຊຍ. ວັນທີ 7 ພຶດສະພາ 2012



















ຊາວ​ມຸສລິ​ມຫົວ​ຮຸນ​ແຮງ​ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ​ວ່າ ຜະລິດ​ລະ​ເບີດ​ທີ່​ໃຊ້​ໃນ​ການ​ໂຈມ​ຕີ​ສະຖານ​ທີ່​ບັນ​ເທີ​ງຫຼື nightclub ​ແຫ່ງ​ນຶ່ງ​ເທິງ​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນ​ປີ 2002 ນັ້ນ​ໄດ້​ຂໍ​ຂະ​ມາ​ໂທດຕໍ່​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ແລະ​ພວກ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

​ໃນ​ລະຫວ່າງ​ການ​ໃຫ້ການ​ທີ່ມີ​ອາລົມໂສກ​ເສົ້າ​ຕໍ່​ສານ​ໃນ​ການ​ດໍາ​ເນີນຄະດີ​ຜູ້ກ່ຽວ​ໃນ​ວັນ​ຈັນ​ມື້​ນີ້ ນາຍ Umar Patek ກ່າວ​ວ່າ ລາວ​ມີ​ບົດບາດ​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ​ໃນ​ການ​ໂຈມ​ຕີ​ທີ່​ໄດ້​ສັງຫານ​ຜູ້​ຄົນ​ 202ຄົນ​ນັ້ນ ​ແລະ​ບໍ່​ຮູ້ຈັກ​ວ່າ ພວກສະຖານ​ທີ່​ບັນ​ເທີ​ງ​ເຫຼົ່າ​ນີ້​ຕົກ​ເປັນ​ເປົ້າ​ໝາຍຂອງ​ການ​ໂຈມ​ຕີ.

ນາຍ Patek ປະ​ເຊີນ​ກັບ​ໂທດປະຫານ​ຊີວິດ​ສູງ​ສຸດ ຖ້າ​ສານ​ຕັດສິນວ່າ​ຜູ້ກ່ຽວ​ມີ​ຄວາມ​ຜິດໃນ​ຂໍ້​ກ່າວ​ຫາ​ຕ່າງໆ​ທີ່​ຮວມທັງ​ການ​ຄາດ​ຕະກໍາທີ່​ມີ​ການ​ໄຕ່ຕອງ​ລ່ວງ​ໜ້າ ການ​ຜະລິດ​ລະ​ເບີດ ​ແລະ​ການ​ມີ​ອາວຸດທີ່​ຜິດ​ກົດໝາຍ​ຢູ່​ໃນ​ຄວາມ​ຄອບ​ຄອງ. ລາວ​ປະ​ເຊີນ​ການ​ກ່າວ​ຫາ​ໃນ​ທໍານອງ​ຄ້າຍຄື​ກັນ​ນີ້ ທີ່​ວ່າ​ລາວ​ມີ​ບົດບາດ​ໃນ​ການ​ໂຈມ​ຕີ​ຫຼາຍ​ບັ້ນທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ຕໍ່​ພວກ​ໂບດຄຣິນຕຽນ​ແຫ່ງ​ຕ່າງໆ​ໃນ​ກຸງ Jakarta ກ່ອນ​ວັນ​ເທດສະການ​ບຸນຄຣີສມາສ​ໃນ​ປີ 2000 ນັ້ນ.

ນາຍ Pakek ຖືກ​ຈັບ​ກຸມ​ໃນ​ເດືອນ​ມັງກອນ​ປີ​ແລ້ວ​ນີ້ ​ໃນ​ເມືອງ​ດຽວ​ກັນ​ທີ່​ປາ​ກິ​ສຖານ ບ່ອນ​ທ່ີ​ກໍາລັງ​ຂອງ​ສະຫະລັດ​ໄດ້​ສັງຫານ​ນາຍ​ໂອຊາ​ມາ ບິນ ລາ​ເດັນ ຜູ້​ນໍາ​ເຄືອ​ຂ່າຍ ອານ ກາ​ອິດາ ນັ້ນ.

ການ​ໂຈມ​ຕີ​ທີ່​ເກາະ​ບາ​ຫຼີ ​ແລະ​ໃນ​ແຫ່ງ​ອື່ນໆ​ອີກ​ຫຼາຍ​ແຫ່ງ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ພວກ​ຊາວ​ຕ່າງປະ​ເທດ​ໃນ​ອິນ​ໂດ​ເນ​ເຊຍ​ໃນ​ຮອບນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ສະມາຊິກ​ຂອງ​ກຸ່ມJemaah Islamiyah ​ຊຶ່ງ​ເປັນ​ກຸ່ມ​ມຸສລິ​ມຫົວ​ແຂງ​ກະດ້າງ ທີ່​ໄດ້ສະໜັບສະໜຸນ​ໃຫ້​ຕັ້ງ​ລັດ​ອີສລາມ​ຂຶ້ນ​ທີ່​ຄວບ​ຄຸມ​ສ່ວນ​ຫຼາຍໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ.

XS
SM
MD
LG