ເຊື່ອວ່າ ຄວາມຮຸນແຮງຕໍ່ຕ້ານຊາວມຸສລິມໂຣຮິງຢາໃນມຽນມາ
ແມ່ນເປັນເຫດຊັກຈູງໃຫ້ມີການໂຈມຕີດ້ວຍລະເບີດ ໃສ່ວັດ
ສາສະໜາພຸດແຫ່ງນຶ່ງ ໃນອິນໂດເນຍເຊຍ.
ເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ແຕກຂຶ້ນໃນແລງວັນອາທິດແລ້ວນີ້
ຢູ່ທາງເຂົ້າວັດ ທີ່ກຸງຈາກາຕາ ຊຶ່ງເຮັດໃຫ້ຄົນນຶ່ງບາດເຈັບ
ແລະສ້າງຄວາມເສຍຫາຍເລັກນ້ອຍ ໃຫ້ບໍລິເວນ ອ້ອມແອ້ມ. ຂໍ້ຄວາມທີ່ຂຽນຕິດແນບໃສ່
ລະເບີດເວົ້າວ່າ “ພວກເຮົາໄດ້ຍິນສຽງຮ້ອງທີ່ເຈັບປວດຂອງຊາວໂຣຮິງຢາ.”
ຜູ້ບັນຊາການຕໍາຫຼວດແຫ່ງຊາດ ພົນໂທ Sutarman ໄດ້ຖີ້ມໂທດໃນການໂຈມຕີຄັ້ງນີ້ໃສ່
ພວກກໍ່ການຮ້າຍ ຊຶ່ງທ່ານກ່າວວ່າ: “ເຄື່ອງນ້ອຍໆ ໄດ້ແຕກຂຶ້ນໃນປະຕູໜ້າແລະຫຼັງ.
ນີ້ແມ່ນຈະແຈ້ງ ມັນເປັນລະເບີດ ແຕ່ມີຂະໜາດນ້ອຍ ໂດຍຊັ່ງຊາຕີລາຄາຈາກ
ຄວາມຈິງທີ່ວ່າມັນໄດ້ລະເບີດໃກ້ໆກັບບານກະຈົກ ແຕ່ກໍບໍ່ໄດ້ເຮັດໃຫ້ກະຈົກເຫຼົ່ານີ້
ແຕກ. ນຶ່ງໃນລະເບີດດັ່ງກ່າວໄດ້ແຕກຂຶ້ນ ແລະອີກລູກນຶ່ງມີຄວັນອອກມາ ແຕ່ບໍ່ໄດ້
ລະເບີດ. ພວມມີພິທີທຳມະດາຢູ່ທີ່ວັດແຫ່ງນັ້ນ ຊຶ່ງມັກຈະມີຜູ້ຄົນເຕັມຢູ່ເປັນປະຈຳ
ໃນຕອນເຊົ້າຂອງວັນອາທິດ ຈຸດໝາຍ ກໍແມ່ນເພື່ອສ້າງຄວາມຢ້ານກົວ ດັ່ງນັ້ນ
ມັນຕ້ອງເປັນການກະທຳຂອງພວກກໍ່ການຮ້າຍ.”
ສ່ວນລັດຖະມົນຕີຮັກສາຄວາມປອດໄພຂອງອິນໂດເນເຊຍ ທ່ານ Djoko SuYanto
ໄດ້ປະນາມການໂຈມຕີໃນຄັ້ງນີ້ວ່າ ລົບກວນເດືອນຣາມາດານ ຊຶ່ງເປັນເດືອນສັກສິດຂອງ
ສາສະໜາອິສລາມ ແລະໄດ້ສັ່ງໃຫ້ກອງກຳລັງຮັກສາຄວາມສະຫງົບ ຊອກຫາແລະຈັບໂຕ
ຜູ້ກໍ່ການມາລົງໂທດ.