ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊັ້ນລະບຽງ ໃນຕະຫຼາດ ຫຼັກຊັບ ຂອງນະຄອນຫຼວງ ຈາກາຕາ ຍຸບ, ບາດເຈັບ 75 ຄົນ


ກຳມະກອນ ອິນໂດເນເຊຍ ເບິ່ງແຍງຜູ້ເຄາະຮ້າຍທີ່ຖືກ
ອົບພະຍົບອອກມາ ຫຼັງຈາກໂຄງຮ່າງຢູ່ພາຍໃນຫໍຕະຫຼາດ
ຫຼັກຊັບນະຄອນຫຼວງ ຈາກາຕາ ໄດ້ຍຸບລົງ. ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 15 ມັງກອນ, 2018.
ກຳມະກອນ ອິນໂດເນເຊຍ ເບິ່ງແຍງຜູ້ເຄາະຮ້າຍທີ່ຖືກ ອົບພະຍົບອອກມາ ຫຼັງຈາກໂຄງຮ່າງຢູ່ພາຍໃນຫໍຕະຫຼາດ ຫຼັກຊັບນະຄອນຫຼວງ ຈາກາຕາ ໄດ້ຍຸບລົງ. ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. 15 ມັງກອນ, 2018.

ຕຳຫຼວດກ່າວວ່າ ປະຊາຊົນ 75 ຄົນໄດ້ຮັບບາດເຈັບ ໃນວັນຈັນມື້ນີ້ ເມື່ອຊັ້ນລະບຽງ
ຂອງຕະຫຼາດຫຼັກຊັບໃນນະຄອນຫຼວງ ຈາກາຕາ ໄດ້ພັງລົງໃສ່ຫ້ອງຮັບແຂກ, ເຮັດໃຫ້
ປະຊາຊົນບາງຄົນຕິດຄ້າງຢູ່ກ້ອງແຜ່ນຊີມັງ.

ບັນດາເຈົ້າໜ້າທີ່ສຸກເສີນກ່າວວ່າ ບໍ່ມີລາຍງານເຖິງຜູ້ເສຍຊີວິດ ຈາກອຸບັດຕິເຫດໃນ
ຕຶກທີ່ມີຫ້ອງການທະນາຄານໂລກປະຈຳທ້ອງຖິ່ນຢູ່ດ້ວຍນັ້ນ.

ນາງ ເມກາ ຄາປົວ "Megha Kapoor" ຜູ້ເຮັດວຽກ ຢູ່ໃນຕຶກ ແລະ ໄດ້ຢູ່ໃນຫ້ອງຮັບ
ແຂກ ໃນເວລາທີ່ຊັ້ນລະບຽງເລີ່ມແຕກອອກຈາກກັນກ່າວວ່າ “ແຜ່ນຊີມັງໄດ້ເລີ່ມຕົກລົງ
ມາ, ມັນມີຂີ້ຝຸ່ນກຸ້ມຂຶ້ນຫຼາຍ. ທໍ່ນໍ້າກໍເລີ່ມສີດນໍ້າກະຈາຍອອກມາ. ຂ້າພະເຈົ້າໄດ້ຍິນ
ສຽງແຕກຫັກດັງ. ຂ້າພະເຈົ້າເຫັນແມ່ຍິງໝົດສະຕິຄົນນຶ່ງ ນອນຄາຢູ່ກ້ອງແຜ່ນຊີມັງ.”

ຕະຫຼາດຫຼັກຊັບ ສາມາດທີ່ຈະດຳເນີນວຽກງານຂອງເຂົາເຈົ້າໄດ້ຄືນ ໃນຕອນບ່າຍຂອງ
ວັນຈັນມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG