ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອິນ​ໂດ​ເນ​ເຊຍ ເພີ້ມການ​ສືບ​ສວນ​ສອບ​ສວນ ຫຼັງ​ຈາກ ​ກຸ່ມ​ຫົ​ວ​ຮຸນ​ແຮງ ໂຈມ​ຕີ ຕຳຫຼວດ


ຕຳຫຼວດ ແລະ​ກຳ​ລັງ​ທະ​ຫານ ຂອງ​ອິນ​ໂດ​ເນ​ເຊຍ ປົກ​ປ້ອງ​ພື້ນ​ທີ່ ບໍ​ລິ​ເວນ ​ເຂດ​ປາ​ລູ ໃນພາກ​ກາງ​ຂອງ​​ເກາະ​ຊູ​ລາ​ເວ​​ສີ ຂອງ​ອິນ​ໂດ​ເນ​ເຊຍ, ວັ​ນ​ທີ 2 ທັນ​ວາ 2018.
ຕຳຫຼວດ ແລະ​ກຳ​ລັງ​ທະ​ຫານ ຂອງ​ອິນ​ໂດ​ເນ​ເຊຍ ປົກ​ປ້ອງ​ພື້ນ​ທີ່ ບໍ​ລິ​ເວນ ​ເຂດ​ປາ​ລູ ໃນພາກ​ກາງ​ຂອງ​​ເກາະ​ຊູ​ລາ​ເວ​​ສີ ຂອງ​ອິນ​ໂດ​ເນ​ເຊຍ, ວັ​ນ​ທີ 2 ທັນ​ວາ 2018.

ຕຳ​ຫຼວດ​ໃນ​ເຂດ​ພາກ​ກາງ​ຂອງ​ເກາະ​ຊູ​ລາ​ເວ​ສີຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ຕົນຍັງ​ສືບ
​ຕໍ່​ຕາມ​ລ່າ​ຫາ​ສະ​ມາ​ຊິກ​ກຸ່ມ​ຫົວ​ຮຸນ​ແຮງທີ່​ສົງ​ໄສວ່າ​ໂຈມ​ຕີຕຳ​ຫຼວດໃນ​ເຂດ​ທ້ອງ​ຖິ່ນ ເມື່ອ
​ອາ​ທິດ​ແລ້ວນີ້.

ເຈົ້າ​ໜ້າ​ທີ່​ໃນ​ແຂວງ​ຊູ​ລາ​ເວ​ສີ ກ່າວ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມານີ້​ວ່າ ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​
ຕຳ​ຫຼວດ​ຄົນ​ນຶ່ງ​ເສຍ​ຊີ​ວິດ ແມ່ນ​ເປັນ​ນ້ຳ​ມື​ຂອງ​ພວກ​ທີ່​ຮູ້​ກັນ​ໃນ​ຊື່ ​ກຸ່ມ​ມູຈາ​ຮີ​ດິນ​ໃນ​ພາກ ​
ຕາ​ເວັນ​ອອກ​ອິນ​ໂດ​ເນ​ເຊຍ ຫຼື MIT.

ມື​ປືນຫ້າ​ຄົນ​ໄດ້​ດັກ​ສະ​ກັດ​ໂຈມ​ຕີ​ແລະ​ຈັບ​ໂຕ​ຊາວ​ບ້ານແລະ​ຕຳ​ຫຼວດ​ຈຳ​ນວນ​ນຶ່ງ​ໄວ້​
ເປັນ​ໂຕ​ປະກັນ. ອີງ​ຕາມ​ຕຳ​ຫຼວດໃນ​ທ້ອງ​ຖິ່ນ​ແລ້ວ ​ພວກ​ເຈົ້າ​ໜ້າ​ທີ່​ຫາ​ກໍ​ກັບ​ມາ​ຈາກ​
ການ​ໄປສູດ​ມົນ​ທີ່​ວັດ​ສ​າ​ສະ​ໜາ​ອິ​ສ​ລາມ​ນ້ອຍໆ​ແຫ່ງ​ນຶ່ງ ທີ່​ບ້ານ​ຊູ​ລາ​ບັງ​ກາ ໃນ​ເຂດ​
ພາກກາງ​ຂອງ​ເກາະ​ຊູ​ລາ​ເວ​ສີ.

ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ພວກ​ໂຈມ​ຕີ​ໄດ້​ພາ​ກັນ​ຫລົບ​ໜີ​ໄປ​ໃນ​ທັນ​ທີ​ຈາກ​ບ່ອນ
​ທີ່​ເກີດ​ເຫດ.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ໃນ​ເຂດ​ພາກ​ກາງ​ຂອງເກາະ​ຊູ​ລາ​ເວ​ສີ ​ທ່ານ​ຊູ​ເກັງ ເລ​ສ​ຕາ​ຣີ
ກ່າວ​ວ່າ “ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ຜູ້​ທີ່​ຢູ່​ໃນ​ອີກ​ຫ້ອງ​ນຶ່ງ​ຂອງ​ປ້ອມ​ຕຳ​ຫຼວດ ມີ​ໂອ​ກາດ
​ຕໍ່​ສູ້​ຄືນ ແລະ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ ​ຈາກ​ປ້ອມ​ຕຳ​ຫຼວດ​ທີ່​ຢູ່​ໃກ້​ສຸດ ຜົນ​ກໍ​ຄື​ວ່າ ນຶ່ງ
​ໃນ​ພວກ​ເຈົ້າ​ໜ້າ​ທີ່ ຊຶ່ງພວມ​ປະ​ຕິ​ບັດ​ງານ​ຢູ່​ທີ່​ປ້ອມ​ດັ່ງ​ກ່າວ ທີ່​ມີຊື່​ວ່າ ມູ​ຣາ​ມັດ ແຊ​ພູ​ລ
ມູ​ໂດ​ລີ ໄດ້​ຖືກ​ຂ້າ​ຕາຍ.”

ມີ​ລາຍ​ງານ​ວ່າ ພວກ​ໂຕ​ປະ​ກັນ​ສາ​ມາດ​ພາ​ກັນ​ຫລົບ​ໄປ​ຈາກ​ບ່ອນ​ເກີດ​ເຫດ​ໃນ​ຂະ​ນະ
​ທີ່​ພວກ​ຫົວ​ຮຸນ​ແຮງ​ຍິງ​ຕໍ່​ສູ້​ກັບ​ຕຳ​ຫຼວດ​ຢູ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG