ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອຂ້າມຝັ່ງທີ່ບັນທຸກ 250 ຄົນ ຫຼົ້ມຢູ່ນອກຝັ່ງ ອິນໂດເນເຊຍ


ແຜນທີ່ປະເທດອິນໂດເນເຊຍ
ແຜນທີ່ປະເທດອິນໂດເນເຊຍ

ເຮືອ​ລໍາ​ນຶ່ງ​ທີ່​ບັນທຸກ ຫລາຍ​ກວ່າ 250 ຄົນ ສ່ວນຫລາຍ​ແມ່ນ​ພວກ​ມາ​ຈາກ​ເຂດພາກ​ຕາ
ເວັນ​ອອກ​ກາງ ​ແລະ​ເອ​ເຊຍ​ໃຕ້ ​ໄດ້​ຈົມ​ລົງ ຢູ່​ນອກ​ຝັ່ງ​ທະເລ​ຂອງ​ເກາະ​ໃຫຍ່​ຈາ​ວາຂອງ​ອິນ​
ໂດ​ເນ​ເຊຍ ​ແລະ​ມີ​ຫລາຍ​ກວ່າ 200 ຄົນທີ່​ຍັງຫາຍ​ສາບ​ສູນ.

ເທົ່າ​ເຖິງ​ປັດຈຸບັນ​ນີ້ໄດ້​ຊ່ວຍ​ກູ້​ໄພ​ໄດ້​ພຽງ 33 ຄົນ ພວກ​ເຈົ້າໜ້າ​ທີ່​ກ່າວວ່າ ດິນ​ຟ້າອາກາດ
ບໍ່​ອໍາ​ນວຍ​ໃນ​ການ​ກູ້​ໄພ​ປານ​ໃດ.

ຕໍາຫລວດ​ອິນ​ໂດ​ເນ​ເຊຍ​ຖິ້ມ​ໂທດ​ອຸບັດ​ເຫດ​ເຮືອ​ຫຼົ້ມໃນ​ວັນ​ເສົາ​ນີ້​ວ່າ ເປັນ​ຍ້ອນ​ບັນທຸກ​ຄົນ
ເກີນ​ກໍານົດ.

ເຊື່ອ​ວ່າພວກ​ຄົນ​ໂດຍສານ ເປັນ​ພວກ​ຄົນ​ຕ່າງ​ດ້າວ​ທີ່​ມາ​ຈາກ​ຫລາຍໆ​ປະເທດ ​ໂຮມ​ທັງ​ອິ
ຣ່ານ ​ແລະ​ອັຟກາ​ນີສຖານ. ພວກ​ຫລົບໜີ​ປະ​ເທດ​ທາງ​ເຮືອ​ຈາກ​ຂົງ​ເຂດພາກ​ຕາ​ເວັນ​ອອກ
ກາງ ​ແລະ​ເອ​ເຊຍໃຕ້ ​ໄດ້​ໃຊ້​ອິນ​ໂດ​ເນ​ເຊຍ​ເປັນທາງ​ຜ່ານ ​ໄປສູ່​ອອສ​ເຕຣ​ເລຍ ອັນ​ເປັນ​ຈຸດ
ໝາຍ​ປາຍທາງ.

XS
SM
MD
LG