ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ ອີກ 12 ຄົນ ແຫກຄຸກ ຢູ່ອິນໂດເນເຊຍ


ຮູບພາບຂອງນັກໂທດສີ່ຄົນ ທີ່ເປັນພວກຫົວຮຸນແຮງອີສລາມ ໃນຈໍາ ນວນນັກໂທດແຫກຄຸກ 200 ຄົນນັ້ນ.
ຮູບພາບຂອງນັກໂທດສີ່ຄົນ ທີ່ເປັນພວກຫົວຮຸນແຮງອີສລາມ ໃນຈໍາ ນວນນັກໂທດແຫກຄຸກ 200 ຄົນນັ້ນ.
ຕໍາຫຼວດອິນໂດ​ເນ​ເຊຍ​ ເວົ້າ​ວ່າ ນັກ​ໂທດ 12 ຄົນ ທີ່ຖືກ​ກ່າວວ່າ​ມີຄວາມ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ​ໄດ້ພາກັນ​ແຫກ​ຄຸກ​ ເມື່ອວັນ​ພຸດ​ວານ​ນີ້ ທີ່​ເກາະ Batam ຊຶ່ງ​ເປັນ​ການ​ແຫກ​ຄຸກ​ຂະໜາດ​ໃຫຍ່​ຄັ້ງ​ທີ່​ສອງ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຮອບ​ນຶ່ງອາທິດ​ຜ່ານ​ມາ.

ຕໍາຫຼວດ​ເວົ້າ​ວ່າ ພວກ​ນັກ​ໂທ​ດຈຸ​ດັ່ງກ່າວ ​ໄດ້​ພາກັນ​ເອົາແທ່ງ​ເຫຼັກ ຈາກ​ຕຽງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ ທຸບ​ຕີ​ຄົນ​ຍາມ​ຄຸກ​ຄົນ​ນຶ່ງ ​ແລະ​ທຸບ​ປ່ອງອ້ຽມ ຢູ່​ຫ້ອງ​ການ​ຄຸມ​ຄຸກ ກ່ອນຈະ​ຫຼົບໜີອອກຈາກ​ຄຸກ ​ທີ່​ແອ​ອັດ​ເກີນ​ຂອບ​ເຂດ​ຢູ່​ເກາະ Batam ຂອງ​ອິນໂດ​ເນ​ເຊຍ ນອກ​ແຄມຝັ່ງ​ທະ​ເລ​ກໍ້າໃຕ້​ຂອງ​ສິງຄະ​ໂປ.

ຄຸກ​ດັ່ງກ່າວ ສາມາດບັນຈຸ​ນັກ​ໂທດ​ໄດ້ 250 ຄົນ ​ແຕ່​ຂັງ​ນັກ​ໂທດ​ທັງ​ໝົດ​ປະມານ 400 ຄົນ. ບັນດາ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ປະຕິບັດ​ການ​ນໍາ​ຈັບ​ພວກ​ນັກ​ໂທດຢາ​ເສບ​ຕິດ​ເຫຼົ່ານີ້ ​ແລະ​ປະກົດ​ວ່າ​ ສາມາດ​ຈັບ​ໄດ້​ຄົນ​ນຶ່ງ​ແລ້ວ.

ໃນເຫດການ​ກ່ອນໜ້າ​ນີ້ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ນັກ​ໂທດຫຼາຍກວ່າ 200 ຄົນ ​ໄດ້​ແຫກ​ຄຸກ​ແຫ່ງ​ນຶ່ງ​ທີ່​ເມືອງ Medan ຢູ່​ເກາະ Sumatra ຊຶ່ງ​ເປັນ​ເກາະ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ. ຕໍາຫຼວດສາມາດຈັບ​ພວກ​ນັກ​ໂທດ​ທີ່ແຫກ​ຄຸກ​ໄດ້ປະມານ 100 ຄົນ ​ແຕ່​ກໍ​ຍັງ​ຕາມ​ລ່າຫາພວກ​ທີ່​ຍັງ​ຫຼົບໜີນັ້ນ ຢູ່​ໂຮມ​ທັງ​ສະມາຊິກ​ຫົວ​ຮຸນ​ແຮງ​ອີສລາມ​ອີກສີ່​ຄົນ.

​ເຫດການ​ແຫກ​ຄຸກ ​ແມ່ນ​ໄດ້​ເກີດ​ຂຶ້ນ ​ເວລາ​ພວກ​ນັກ​ໂທດ​ພາກັນ​ກໍ່​ການຈະ ລາ​ຈົນ​ປະ​ທ້ວງ​ ເລຶ່ອງການ​ຢຸດ​ບໍ່​ໃຫ້​ໃຊ້​ໄຟຟ້າ​ແລະ​ນໍ້າ​ຢູ່​ພາຍ​ໃນ​ຄຸກ ຊຶ່ງ​ກໍ ​ເປັນ​ຄຸກ​ທີ່​ມີ​ພວກ​ນັກ​ໂທດຫຼາຍ​ເກີນ​ຂອບ​ເຂດ​ຄື​ກັນ. ​ມີຫ້າ​ຄົນຖືກ​ສັງຫານ ຍ້ອນ​ເຫດ​ຮ້າຍດັ່ງກ່າວນີ້.
XS
SM
MD
LG