ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ຜູ້​ຕາງ​ໜ້າ​ຕາ​ລີ​ບານ ຢ້ຽມ​ຢາມ 'ແບບ​ບໍ່​ເປັນ​ທາງ​ການ'


ແຟ້ມ - ພວກ​ນັກ​ລົບ​ຕາ​ລີ​ບານ​ກິນ​ເຂົ້າ​ສວາຍ ຢູ່​ທີ່​ເຮືອນ​ຫຼັງ​ນຶ່ງ ທີ່​ຖືກ​ໃຊ້​ເປັນ​ດ່ານກວດ ທີ່​ແຂວງວາ​ດັກ ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.
ແຟ້ມ - ພວກ​ນັກ​ລົບ​ຕາ​ລີ​ບານ​ກິນ​ເຂົ້າ​ສວາຍ ຢູ່​ທີ່​ເຮືອນ​ຫຼັງ​ນຶ່ງ ທີ່​ຖືກ​ໃຊ້​ເປັນ​ດ່ານກວດ ທີ່​ແຂວງວາ​ດັກ ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.

ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ເດີນ​ທາງ​ໄປ​ອິນ​ໂດ​ເນ​ເຊຍ​ໃນ​ຕົ້ນ​ເດືອນນີ້ ໃນ​ການ​ຢ້ຽມ​ຢາມ ​ຢ່າງ​ບໍ່​ເປັນ​ທາງ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕ້າ ກ່າວ​ໃນ​ວັນ​ອັງ​ຄານວານນີ້ ທັງໆ​ທີ່​ກາ​ບູ​ລ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ການ​ເມືອງ ຢູ່​ໃນ​ປະ​ເທດ ​ທີ່​ມີ​ຜູ້​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມຫຼາຍທີ່​ສຸດ​ໃນ​ໂລກ ແລະ​ກໍເປັນ​ຊົນ​ກຸ່ມໃຫຍ່ ອີງ​ຕາມ​ລາຍ​ງານ​ຂອງ ​ອົງ​ການ​ຂ່າວ AFP.

ລັດ​ຖະ​ບານ​ຕາ​ລີ​ບານ​ທີ່​ເຂົ້າ​ຢຶດ​ອຳ​ນາດ​ຄືນ​ໃນ​ປີ 2021 ​ກຳ​ລັງ​ພະ​ຍາ​ຍາມ​ຊອກ​ຫາ​ທາງ ເພື່ອ​ໃຫ້​ມີ​ການ​ຮັບ​ຮູ້​ ການ​ປົກ​ຄອງ​ຂອງ​ຕົນ​ຕື່ມ​ຂຶ້ນ ​ຢູ່​ໃນ​ໂລກ​ອິ​ສ​ລາມ ຮວມ​ທັງຊັກ​ຊວນ​ໃຫ້​ອິນ​ໂດ​ເນ​ເຊຍ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ.

ແຕ່​ອິນ​ໂດ​ເນ​ເຊຍ ​ຍັງ​ບໍ່​ທັນ​ຮັບ​ຮູ້​ຄວາມ​ຖືກ​ຕ້ອງ​ຊອບ​ທຳ​ຂອງ​ລັດ​ຖະ​ບານ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ເທື່​ອ ນັບ​ແຕ່​ກຸ່ມ​ດັ່ງ​ກ່າວ ​ໄດ້​ກັບ​ຄືນ​ເຂົ້າ​ມາ​ກຳ​ອຳ​ນາດ ຈາກ​ການ​ປົກ​ຄອງ​ເມື່ອ​ສອງ​ທົດ​ສະ​ວັດ​ກ່ອນ ຫຼັງ​ຈາກ​ກຳ​ລັງ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ​ໄດ້​ໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ພວກ​ເຂົາ​.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ​ເທີ​ກູ ໄຟ​ຊາ​ສ​ຢາ​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ​ແມ່ນ​ວ່າພວກ​ເຂົາ​ເຈົ້າ​ໄດ້​ມາ​ຈາ​ກາ​ຕ້າ​ຢ່າງ​ບໍ່​ເປັນ​ທາງ​ການ ເພື່ອ​ເລື້ອ​ງ​ພາຍ​ໃນ ກັບ​ຜູ້​ຕາງ​ໜ້າ​ອັ​ຟ​ການ​ກິ​ສ​ຖານ​ຢູ່ນີ້.”

ທ່ານ​ກ່າວ​ວ່າ ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າ​ເປັນ​ຄະ​ນະ​ຜູ້​ຕາງ​ໜ້າ​ດັ່ງ​ທີ່​ອາດເວົ້າເປັນ​ໄນ​ວ່າ “ຢ່າງ​ເປັນ​ທາງ​ການ​ໃນ​ຮູບ​ໃດ​ຮູບ​ນຶ່ງ.”

ແຕ່​ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຮາ​ຟິ​ສ ອາ​ໝັດ ຂຽນ​ລົງ​ໃນ​ທວີດ​ເຕີ້ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ​ວ່າ ​ນຶ່ງ​ໃນນັກ​ການ​ທູດ​ຊັ້ນ​ນຳ​ຂອງ​ລັດ​ຖະ​ບານ​ໄດ້​ນຳ​ພາ “ຄະ​ນະ​ຜູ້​ຕາງ​ໜ້າ” ໄປ​ອິນ​ໂດ​ເນ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG