ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນໂດເນເຊຍກ່າວວ່າ ຕົນພົບເຫັນ ສ່ວນຫາງຂອງ​ເຮືອບິນ AirAsia ແລ້ວ


Asia Missing Pkane SOTVO
please wait

No media source currently available

0:00 0:01:42 0:00

ຄະນະປະຕິບັດງານຊອກ​ຄົ້ນ​ຫາ​ແລະກູ້ໄພຂອງອິນ​ໂດ​ເນ​ເຊຍ
ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ຊິ້ນ​ສ່ວນ-ຕອນທ້າຍ​ຂອງ
ຖ້ຽວ​ບິນ 8501 ​ເຮືອບິນ​ສາຍ​ການບິນ AirAsia ​ແລ້ວ ທີ່​ໄດ້​ຕົກ
​ໃນ​ທະ​ເລ​ຈາ​ວາ ເມື່ອ​ວັນ​ທີ 28 ທັນວາ​ຜ່ານ​ມາ​ນີ້.

ຫົວໜ້າ​ຂອງອົງ​ການ​ຊອກ​ຄົ້ນ​ຫາແລະ​ກູ້​ໄພແຫ່ງ​ຊາດຂອງ
ອິນ​ໂດ​ເນ​ເຊຍ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ
ຫາງ​ຂອງ​ເຮືອບິນ ທີ່​ບັນຈຸ​ໃນ​ອັນ​ທີ່​ເອີ້ນ​ວ່າ ຫີບ​ດຳຫຼື blackbox
ທີ່​ບັນທຶກ​ສຽງ​ແລະ​ຂໍ້ມູນຕ່າງໆ​ຂອງ​ສາຍ​ການບິນນັ້ນ ​ໄດ້​ຄົ້ນ​ພົບ
​ແລ້ວ ຫຼັງ​ຈາກ​ທີ່​ທາງ​ການ​ໄດ້​ປະກາດຂະຫຍາຍວົງ​ກວ້າງ​ອອກ
ໃນ​ການ​ຊອກ​ຄົ້ນ​ຫາ​ຫີບ​ດຳ ເມື່ອ​ວັນ​ອັງຄານ​ວານ​ນີ້. ເຄື່ອງ​ບັນທຶກ​ສຽງ​ແລະ​ຂໍ້​ມູນ​ຕ່າງໆ​ ຄາດວ່າຈະ​ຊ່​ອຍ​ໃຫ້​ເຈົ້າ​ໜ້າ​ທີ່ ພິສູດ​ເຖິງ​ສາ​ເຫດ​ຂອງ​ການ​ຕົກ​ເຮືອບິນ​ລຳ​ດັ່ງກ່າວ​ນີ້ໄດ້.

ຖ້ຽວບິນ​ທີ່​ວ່າ​ນີ້ ບັນຈຸ​ຜູ້​ໂດຍສານແລະພະນັກງານ​ທັງ​ໝົດ 162 ຄົນ ຕອນ​ທີ່​ຕົກລົງ​ໃສ່
ທະເລຈາວາ ນອກຝັ່ງ​ທະ​ເລຂອງ ເກາະ Borneo. ບໍ່​ມີ​ຜູ້​ລອດ​ຊີວິດ​ມາ​ໄດ້ ແລະ​ໄດ້​ພົບ​ເຫັນ​ຊາກ​ສົບ ໜ້ອຍ​ກວ່າ 40 ຄົນ​ຂອງຜູ້​ເຄາະ​ຮ້າຍ​ເທົ່າ​ນັ້ນ.

​ເຮືອບິນ​ເຄື່ອງ​ຈັກ​ຄູ່ Airbus A 320 ​ໄດ້​ຫາຍໄປ​ຈາກ​ຈໍ​ເຣດາ ​ໂດຍ​ບໍ່​ມີ​ຮ່ອງຮອຍ ​ເກືອ​ບ
ວ່າເຄິ່ງທາງຂອງ​ການ​ເດີນທາງ 2 ຊົ່ວ​ໂມງ ຈາກອິນ​ໂດ​ເນ​ເຊຍ ສູ່ ​ສິງກະ​ໂປ.

ພວກນັກຊ່ຽວຊານດ້ານ​ສັນ​ນະ​ສູດ​ສົບ​ຈາກ​ອອສ​ເຕຣບ​ເລຍ ​ແມ່ນ​ໄດ້ໃຫ້ການຊ່ອຍ​ເຫຼືອ​ແກ່​ອິນ​ໂດ​ເນ​ເຊຍ ​ໃນ​ການລະບຸສົບ ທັງ​ຫຼາຍນັ້ນ.

ທີ່​ຈາ​ກາ​ຕາ ​ໃນວັນຈັນ​ຜ່ານ​ມາ​ນີ້ ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້ສັ່ງ​ໃຫ້ເຈົ້າ​ໜ້າ​ທີ່​ການບິນ
ຫຼາຍ​ຄົນພັກການເປັນການຊົ່ວຄາວ ຫຼັງຈາກ​ທີ່​ໄດ້​ໃຫ້ເຮືອບິນ​ສາຍ​ການບິນ AirAsia ​ຖ້ຽວ
ບິນ 8501 ບິນ​ໂດຍ​ທີ່​ບໍ່​ມີ​ໃບ​ອະນຸຍາດ​ບິນ ຢ່າງ​ຄົບ​ຖ້ວນ ຂອງ​ມື້ ທີ່​ຖ້ຽວ​ບິນດັ່ງກ່າວຕົກ​ນັ້ນ.

ກະຊວງ​ຄົ​ມມະ​ນາ​ຄົມ​ແລະ​ຂົນ​ສົ່ງ ​ໄດ້​ກ່າວ​ວ່າ ເຮືອບິນລຳ​ທີ່​ວ່າ​ນີ້ ​ແມ່ນໄດ້ຮັບ​ອະນຸຍາດ​ໃຫ້​ບິນ​ໃນ​ເສັ້ນທາງ​ ຈາກ​ເມືອງ Surabaya ສູ່​ສິງກະ​ໂປ ​ໃນ​ວັນ​ຈັນ ວັນ​ອັງຄານ ວັນ​ພຸດ ​ແລະ​ວັນ​ເສົາ, ​ແຕ່​ວ່າ ເຮືອບິນ​ທີ່​ວ່າ​ນີ້ ກໍ​ໄດ້​ບິນ​ອອກ ​ໃນ​ວັນ​ອາທິດ​. ກະຊວງ​ຄົ​ມມະ​ນາ​ຄົມ​ແລະ​ຂົນ​ສົ່ງ ຍັງ​ໄດ້​ໂຈະ​ຖ້ຽວ​ບິນ​ຂອງ AirAsia ທັງຫຼາຍ ​ໃນ​ເສັ້ນທາງ​ບິນ​ທີ່​ວ່າ​ນີ້ ​ແລະ​ຈະ​ທຳ​ການ​ສືບສວນ​ຢ່າງ​ລະອຽດ ​ແຍກ​ອອກ​ໄປ​ຈາກ​ການ​ສືບສວນກ່ຽວກັບ​ອຸ​ປະຕິ​ເຫດນັ້ນ.

ກ່ອນ​ທີ່​ຈະ​ບິນອອກ​ແລະ​ໃນ​ນາທີ​ສຸດ​ທ້າຍ​ຂອງຖ້ຽວ​ບິນ, ນັກ​ບິນ​ໄດ້​ຂໍອະນຸຍາດ​ບິນ​ຂຶ້ນສູງ​ກວ່າ​ປົກກະຕິ ​ເພື່ອ​ລົບຫລີກພາຍຸ ​ແຕ່ການ​ຂໍ​ອະນຸຍາດ​ນັ້ນໄດ້​ຖືກ​ປະຕິ​ເສ​ດ ​ເພາະວ່າ ມີ
ຍົນອີກລຳ​ອື່ນ ບິນຢູ່​ໃນ​ລະດັບ​ນັ້ນແລ້ວ.

XS
SM
MD
LG