ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ວີ​ໂດ​ໂດ ຮ້ອງ​ຂໍ​ໃຫ້​ສະ​ຫະ​ລັດ ຈີນ ແລະ​ຣັດ​ເຊຍ ຫຼີກ​ລ່ຽງ​ 'ສົງ​ຄາມ​ເທື່ອ​ໃໝ່'


ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ພວມ​ກ່າວ​ຕໍ່​ສື່ມວນ​ຊົນ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ປິດ​ທ້າຍກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ທີ່​ຈາ​ກາ​ຕາ ເມື່ອ​ວັນ​ທີ 7 ກັນ​ຍາ
2023.
ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ພວມ​ກ່າວ​ຕໍ່​ສື່ມວນ​ຊົນ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ປິດ​ທ້າຍກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ທີ່​ຈາ​ກາ​ຕາ ເມື່ອ​ວັນ​ທີ 7 ກັນ​ຍາ 2023.

ທ່າມ​ກາງ​ການ​ແຂ່ງ​ຂັນ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ​ທີ່​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ລະ​ຫວ່າງ​ສະ​ຫະ​ລັດ ຈີນ ແລະ​ຣັດ​ເຊຍ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ​ວິ​ໂດ​ໂດ ໄດ້​ທຳ​ການ​ຮຽກ​ຮ້ອງຢ່າງ​ໜັກ​ແໜ້ນຕໍ່​ບັນ​ດາ​ຜູ້​ນຳ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ​ຫຼີກ​ລ່ຽງບໍ່​ໃຫ້​ເກີດບັນ​ຫາ​ຂັດ​ແຍ້ງຢູ່​ໃນ​ຂົງ​ເຂດ.

ໃນ​ການ​ກ່າວ​ຄຳ​ປາ​ໄສ ເປີດກອງ​ປະ​ຊຸມ​ສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກ ຫຼື EAS ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ໄດ້​ນຳ​ເອົາ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື​ອາ​ຊຽນ ແລະ​ພາ​ຄີ ຊຶ່ງ​ປະ​ກອບ​ມີ​ສະ​ຫະ​ລັດ ຈີນ ຣັດ​ຊ​ເຍ ອອ​ສ​ເຕ​ຣ​ເລຍ ອິນ​ເດຍ ຍີ່​ປຸ່ນ ນິວ​ຊີ​ແລນ ແລະ​ ເກົາ​ຫຼີ​ໃຕ້ ມາ​ເຕົ້າ​ໂຮມ​ກັນ​ນັ້ນ ທ່ານ​ວີ​ໂດ​ໂດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ​ໃນ​ການ​ມີ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ ເພື່ອ​ເຮັດ​ໃຫ້​ສັນ​ຕິ​ພາບ​ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍໆ​ທົດ​ສະ​ວັດດຳ​ເນີນ​ຕໍ່​ໄປ.

“ທຸກໆ​ທ່ານ​ຢູ່​ໃນ​ຫ້ອງນີ້ ມີ​ຄວາມ​ຮັບ​ຜິດ​ຊອບ​ແບບ​ດຽວ​ກັນທີ່​ຈະ​ບໍ່​ສ້າງ​ບັນ​ຫາ​ຂັດ​ແຍ້ງ​ໃໝ່ ບໍ່​ສ້າງ​ຄວາມ​ເຄັ່ງ​ຕຶງ​ໃໝ່” ທ່ານ​ວີ​ໂດ​ໂດ​ກ່າວເປັນ​ພາ​ສາ​ອິນ​ໂດ​ເນ​ເຊຍ “ໃນ​ຂະ​ນະ​ດຽວ​ກັນ ພວກ​ເຮົາ​ຕ່າງ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ຫຼຸດ​ຜ່ອນ​ຄວາມ ເຄັ່ງ​ຕຶງ​ທີ່​ຮ້ອນ​ແຮງ ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ກິດ​ຈະ​ກຳ​ທີ່​ເຢັນ​ຊາ ສ້າງ​ພື້ນ​ທີ່​ສຳ​ລັບ​ການ​ເຈ​ລະ​ຈາ ແລະ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ທີ່​ມີ​ຢູ່.”

ແຕ່​ແນວ​ໃດ​ກໍ​ຕາມ ບັນ​ດາ​ຜູ້​ນຳຂອງ​ສາມປະ​ເທດ​ມະ​ຫາ​ອຳ​ນາດ - ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແລະ​ປະ
​ທາ​ນາ​ທິ​ບໍ​ດີ​ຣັ​ດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ຕ່າງ​ກໍ​ບໍ່​ໄດ້​ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແຕ່​ສົ່ງ​ພຽງ​ຜູ້​ຕາງ​ໜ້າ​ຂອງ​ຕົນ​ມາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼີ​ ຈຽງ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ເຊີ​ເກ ລາ-ວ​ຣອບ.

ໃນ​ຖາ​ນະ​ປະ​ທານ​ວຽນ​ທີ່​ພວມ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ໃນ​ຕົ້ນ​ອາ​ທິດນີ້ທ່ານ​ວີ​ໂດ​ໂດ ໄດ້​ປະ​ກາດ​ວ່າ ອາ​ຊຽນ “ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ບໍ່​ກາຍ​ເປັນ​ຕົວ​ແທນ​ຂອງ​ມະ​ຫາ​ອຳ​ນາດ​ປະ​ເທດ​ໃດ. ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ຈະ​ບໍ່​ກາຍ​ເປັນ​ເຂດ​ແນວ​ໜ້າ​ ຂອງ​ສົງ​ຄາມ​ເຢັນ​ໃໝ່ - ຊຶ່ງ​ເປັນ​ຄຳ​ໝັ້ນ​ສັນ​ຍາ ​ທີ່​ທ່ານ​ໄດ້​ໃຫ້​ໄວ້ ເວ​ລາ​ທ່ານ​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທານ​ວຽນ​ຂອງ​ອາ​ຊຽນ ​ຈາກ​ກຳ​ປູ​ເຈຍ​ໃນ​ປີ 2022.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG