ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູໄຟ ອີບູ ຂອງອິນໂດເນເຊຍ ລະເບີດຂຶ້ນ ໂດຍພົ່ນຂີ້ເທົ່າເມກ ຂຶ້ນສູ່ທ້ອງຟ້າ ສູງເຖິງ 5 ກິໂລແມັດ


ພາບຖ່າຍໃບປິວນີ້ ແລະຖືກເປີດເຜີຍໂດຍ ສູນກາງເພື່ອບັນເທົາໄພອັນຕະລາຍ ດ້ານພູໄຟວິທະຍາ ແລະທໍລິນີສາດ ໃນວັນທີ 13 ພຶດສະພາ 2024 ສະແດງໃຫ້ເຫັນ ພູໄຟ ອີບູ ໃນແຂວງ ມາລູກູ ຂອງອິນໂດເນເຊຍ ພວມພົ່ນຄວັນຂີ້ເທົ່າ.
ພາບຖ່າຍໃບປິວນີ້ ແລະຖືກເປີດເຜີຍໂດຍ ສູນກາງເພື່ອບັນເທົາໄພອັນຕະລາຍ ດ້ານພູໄຟວິທະຍາ ແລະທໍລິນີສາດ ໃນວັນທີ 13 ພຶດສະພາ 2024 ສະແດງໃຫ້ເຫັນ ພູໄຟ ອີບູ ໃນແຂວງ ມາລູກູ ຂອງອິນໂດເນເຊຍ ພວມພົ່ນຄວັນຂີ້ເທົ່າ.

ພູໄຟ ອີບູ ຂອງອິນໂດເນເຊຍ ໄດ້ລະເບີດຂຶ້ນ ໃນຕອນເຊົ້າ ວັນຈັນມື້ນີ້, ໂດຍພົ່ນຂີ້ເທົ່າໜາຂະໜາດໃຫຍ່ຂຶ້ນສູ່ງທ້ອງຟ້າຍາວຫຼາຍກິໂລແມັດ ດັ່ງທີ່ອົງການ ພູໄຟວິທະຍາ ຂອງປະເທດນີ້ ໄດ້ກ່າວ ອີງຕາມອົງການຂ່າວຣອຍເຕີສ໌.

ພູໄຟດັ່ງກ່າວ ຕັ້ງຢູ່ເຂດຫ່າງໄກສອກຫລີກຂອງເກາະ Halmahera ໄດ້ລະເບີດຂຶ້ນ ໃນຕອນເຊົ້າເວລາ 9 ໂມງ 12 ນາທີ ຕາມເວລາໃນທ້ອງຖິ່ນ ເປັນເວລາປະມານຫ້ານາທີ ໂດຍປະທຸຂີ້ເທົ່າຂຶ້ນສູ່ທ້ອງຟ້າສູງເຖິງ 5 ກິໂລແມັດ ບັນເຈົ້າໜ້າທີ່ໄດ້ກ່າວ.

ການລະເບີດຂະໜາດນ້ອຍກວ່າ ກໍຍນັງໄດ້ຖືກບັນທຶກໃນວັນສຸກຜ່ານມານີ້.

ສະພາບການເຕືອນໄພຈາກພູໄຟນັ້ນ ຍັງຄົງຢູ່ໃນລະດັບສູງສຸດຂັ້ນທີສອງ ທ່ານເຮນດຣາ ກູນາວານ ຫົໜ້າສູນກາງບັນເທົາໄພອັນຕະລາຍພູໄຟວິທະຍາ ແລະທໍລະນີສາດວິທະຍາ ຂອງອິນໂດເນເຊຍ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ທ່ານກ່າວຕື່ມວ່າ ທຸກກິດຈະກຳພາຍໃນລັດສະໝີຫ້າກິໂລແມັດຂອງພູໄຟ ກໍໄດ້ຖືກຫ້າມ.

ທ່ານເຮນດຣາ ເວົ້າວ່າ “ຖ້າມັນເລີ້ມມີຝົນຂີ່ເທົ່າ ພວກເຮົາແນະນຳໃຫ້ປະຊາຊົນຜູ້ທີ່ຢູ່ໃກ້ບໍລິເວນພູໄຟນັ້ນ ໃຫ້ໃສ່ໜ້າກາກ ແລະແວນຕາ.”

ພາບຖ່າຍຂອງການລະເບີດໄດ້ຖືກນຳລົງໂດຍສູນກາງດັ່ງກ່າວ ກໍໄດ້ສະແດງໃຫ້ເຫັນມອກຂີ້ເທົ່າພົ່ນອອກມາຈາກປາກພູໄຟນັ້ນ. ເຈົ້າໜ້າທີ່ ໄດ້ກ່າວວ່າ ສຽງດັງຄ້າຍຄືກັບລະເບີດ ກໍຍັງສາມາດໄດ້ຍິນ.

ມາເຖິງປັດຈຸບັນນີ້ ບໍ່ໄດ້ມີລາຍງານຂອງການຍົກຍ້າຍພົນລະເມືອງອອກຈາກພື້ນທີ່.

ອິນໂດເນເຊຍ ຕັ້ງຢູ່ເທິງ “ວັງແຫວນແຫ່ງໄຟ” ແລະໄດ້ມີພູໄຟທີ່ມີການເຄື່ອນໄຫວຢູ່ 127 ໜ່ວຍ ອີງຕາມອົງການພູໄຟວິທະຍາ.

ເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ພູໄຟ ຫຼວງ ຂອງເກາະຊູລາເວສີເໜືອ ໄດ້ລະເບີດຂຶ້ນ ໂດຍພົ່ນລາວາແດງຮ້ອນອອກມາ ໃນຂະນະທີ່ ມີແສງຟ້າຜ່າອອກມາຈາກປາກພູໄຟ.

ການລະເບີດນີ້ ໄດ້ກະຕຸ້ນໃຫ້ທາງການ ຍົກຍ້າຍປະຊາຊົນຫຼາຍກວ່າ 12,000 ຄົນ ທີ່ອາໄສຢູ່ໃກ້ເກາະດັ່ງກ່າວ ອອກໄປ.

ໃນເດືອນທັນວານປີກາຍນີ້ ຫຼາບກວ່າ 20 ໄດ້ເສຍຊີວິດ ຫຼັງຈາກພູໄຟ ມາຣາປປີ ຊຶ່ງເປັນນຶ່ງໃນພູໄຟທັງຫຼາຍທີ່ມີການເຄື່ອນໄຫວຫຼາຍທີ່ສຸດຂອງເກາະຊູມາຕຣາ ທີ່ໄດ້ລະເບີດຂຶ້ນ ສົ່ງເມກຄວັນຂີ້ເທົ່າຂຶ້ນສູງເຖິງ 3 ກະໂລແມັດ.

Indonesia's Ibu volcano erupted on Monday morning, spewing thick columns of grey ash several kilometers into the sky, the country's volcanology agency said.

The volcano on the remote island of Halmahera erupted at 9:12 a.m. for about five minutes, projecting ash into the sky as high as 5 kilometers, officials said.

A smaller eruption was also recorded on Friday.

The alert status of the volcano remains at the second-highest level, Hendra Gunawan, head of Indonesia's Volcanology and Geological Hazard Mitigation Centre, said in a statement.

All activities within a 5-kilometer radius of the volcano were prohibited, he added.

"If it starts to rain ash, we recommend people who are near the volcano to wear a mask and glasses," Hendra said.

Footage of the eruption shared by the center showed clouds of gray ash billowing from the crater. The official said a booming noise was also heard.

No evacuation of residents has been reported so far.

Indonesia sits on the Pacific "Ring of Fire" and has 127 active volcanoes, according to the volcanology agency.

In recent weeks North Sulawesi's Ruang volcano has erupted, spewing incandescent lava as lightning flashed from its crater.

The eruption prompted authorities to evacuate more than 12,000 people living on a nearby island.

In December, more than 20 people were killed after Marapi volcano, one of Sumatra's most active volcanoes, erupted and belched gray clouds of ash as high as 3 kilometers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG