ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນໂດເນເຊຍ ກອບກູ້ກ່ອງດຳ ຈາກເຮືອບິນ ສຣີວິຈາຢາ ທີ່ປະສົບອຸບັດຕິເຫດຕົກ


ພາບສະແດງໃຫ້ເຫັນອຸປະກອນບັນທຶກຂໍ້ມູນການບິນ ຫຼື ກ່ອງດຳ ໃນພາສະດຸໃສ່ຂອງໄສ.
ພາບສະແດງໃຫ້ເຫັນອຸປະກອນບັນທຶກຂໍ້ມູນການບິນ ຫຼື ກ່ອງດຳ ໃນພາສະດຸໃສ່ຂອງໄສ.

ບັນດາເຈົ້າໜ້າທີ່ ອິນໂດເນເຊຍ ໄດ້ກອບກູ້ນຶ່ງເອົາກ່ອງດຳຈາກເຮືອບິນຂອງສາຍການບິນ ສຣີວິຈາຢາ ທີ່ໄດ້ຕົກລົງໃນທະເລ ຈາວາ ໃນທ້າຍອາທິດທີ່ຜ່ານມາ, ອີງກຕາມການກ່າວຂອງໂຄສົກກອງທັບເຮືອໃນວັນອັງຄານວານນີ້.

ອຸປະກອງບັນທຶກຂໍ້ມູນການບິນທີ່ວ່ານັ້ນໄດ້ຖືກສົ່ງໄປທ່າເຮືອຂອງນະຄອນຫຼວງ ຈາກາຕ້າ, ອີງຕາມການກ່າວຕໍ່ອົງການຂ່າວ ຣອຍເຕີ ຂອງໂຄສົກ ຟາຈາ ທຣີ ໂຣຮາດີ.

ພາບວິດີໂອຂອງໂທລະພາບໃນທ້ອງຖິ່ນກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນກ່ອງຢາງສີຂາວທີ່ບັນຈຸອຸປະກອນດັ່ງກ່າວຢູ່ເທິງເຮືອໄວລຳນຶ່ງ.

ມັນຍັງບໍ່ແນ່ນອນໃນທັນທີວ່າອຸປະກອນບັນທຶກຂໍ້ມູນການບິນ ຫຼື ສຽງຫ້ອງບັງຄັບການປິນຂອງເຮືອບິນລຳດັ່ງກ່າວໄດ້ຖືກກອບກູ້ຂຶ້ນມາ.

ລັດຖະມົນຕີກະຊວງຂົນສົ່ງ ທ່ານ ບູດີ ຄາຢາ ຊູມາດີ ແລະ ເຈົ້າໜ້າທີ່ຄົນອື່ນໆແມ່ນມີກຳນົດທີ່ຈະຈັດກອງປະຊຸມຖະແຫຼງຂ່າວໃນຕອນແລງວັນອັງຄານ ວານນີ້.

ເຮືອບິນໂບອິງ 737-500 ພ້ອມກັບຜູ້ໂດຍສານ 62 ຄົນ ໄດ້ຕົກລົງໃນທະເລ ຈາວາ ໃນວັນເສົາແລ້ວນີ້, ສີ່ນາທີຫຼັງຈາກໄດ້ບິນອອກຈາກສະໜາມບິນຫຼັກຂອງນະຄອນຫຼວງ ຈາກາຕ້າ. ໃນຕອນ ເຊົ້າຂອງວັນອັງຄານວານນີ້, ຊາກສົບຜູ້ເສຍຊີວິດແມ່ນໄດ້ຖືກພົບເຫັນຢູ່ຈຸດເຮືອບິນຕົກ, ພ້ອມກັບສິ່ງຂອງສ່ວນຕົວເຊັ່ນ ກະເປົາເງິນທີ່ມີບັດປະຈຳຕົວ.

ເຮືອບິນລຳດັ່ງກ່າວໄດ້ທຳການເດີນທາງພາຍໃນປະເທດມຸ່ງໜ້າໄປເມືອງ ປົນເຕຍນັກ ໃນເກາະ ບໍນີໂອ, ປະມານ 740 ກິໂລແມັດຈາກນະຄອນຫຼວງ ຈາກາຕ້າ, ກ່ອນທີ່ມັນຈະຫາຍໄປຈາກໜ້າຈໍເຣດາ. ມັນເປັນອຸບັດຕິເຫດທາງອາກາດທີ່ໃຫຍ່ຄັ້ງທີສອງໃນ ອິນໂດເນເຊຍ ນັບຕັ້ງແຕ່ຜູ້ໂດຍ ສານ 189 ຄົນ ແລະ ຈຸບິນໄດ້ເສຍຊີວິດໃນປີ 2018 ເວລາທີ່ເຮືອບິນ ໂບອິງ 737 MAX ຂອງສາຍການບິນ Lion ໄດ້ຕົກລົງໃນທະເລ ຈາວາ ບໍ່ດົນຫຼັງຈາກໄດ້ບິນອອກຈາກນະຄອນຫຼວງ ຈາກາຕ້າ.

ເຮືອບິນທີ່ໄດ້ຕົກໃນວັນເສົາທີ່ຜ່ານມານັ້ນ ແມ່ນຖືກອອກແບບແຕກຕ່າງຫຼາຍ.

ເວລາທີ່ກ່ອງບັນທຶກຂໍ້ມູນການບິນ ແລະ ສຽງຫ້ອງບັງຄັບເຮືອບິນຖືກກອບກູ້ມາໄດ້ນັ້ນ, ຄະນະກຳມະການຄວາມປອດໄພໃນການຂົນສົ່ງແຫ່ງຊາດຂອງ ອິນໂດເນເຊຍ ໄດ້ກ່າວວ່າ ເຂົາເຈົ້າຄາດວ່າຈະສາມາດອ່ານຂໍ້ມູນຳພາຍໃນສາມວັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG