ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນໂດເນເຊຍ ເອີ້ນທູດ ຂອງຕົນ ປະຈຳ ອອສເຕຣເລຍ ກັບຄືນປະເທດ


ປະທານາທິບໍດີ Susilo Bambang Yudhoyono ແຫ່ງ
ອິນໂດເນເຊຍ
ປະທານາທິບໍດີ Susilo Bambang Yudhoyono ແຫ່ງ ອິນໂດເນເຊຍ
ອິນ​ໂດ​ເນ​ເຊຍໄດ້ເອີ້ນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ປະຈຳ​ອອສ​ເຕຣ​
ເລຍ ກັບ​ຄືນ​ປະ​ເທດຫຼັງ​ຈາກ​ກ່າວ​ອ້າງ​ວ່າ ພວກສືບ​ລັບ​ຂອງ​ອອສ​ເຕຣ​
ເລຍ​ໄດ້​ພະຍາ​ຍາມ​ລັກ​ຟັງ​ການ​ໂອ້ລົມ​ທາງ​ໂທລະສັບ​ຂອງ​ປະທານາທິ
ບໍດີ Susilo Bambang Yudhoyono.

ທ່ານ Marty Natalegawa ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ​ເອກ​ອັກຄະ​ລັດ​ຖະທູດ​ຂອງ​ຕົນ​ຖືກ​ເອີ້ນ​ກັບ​ຄືນ​ມາ​ຍັງ​ກຸງ​ຈາ​ກາ​ຕາ ​ເພື່ອ​ທຳ​ການ​ປຶກສາ​ຫາລື​ກັນຫຼັງ​ຈາກ​ມີ​ເອກະສານ​ລັບ​ຮົ່ວ​ໄຫຼ​ອອກ​ມາ​ຈາກ​ນາຍ Edward Snowdenອະດີດ​ພະນັກງານ ສັນຍາ​ຈ້າງ​ສືບ​ຂ່າວ​ລັບ​ຂອງ​ສະຫະລັດ​ເປີດ​ເຜີຍ​ຊື່​ຂອງ​ປະທານາທິບໍດີ Yudhoyono ພ້ອມ​ດ້ວຍ​ຊື່​ພັນ​ລະ​ຍາ ​ແລະ​ພວກ​ລັດຖະມຸນຕີ​ຂັ້ນ​ອາວຸ​ໂສ​ຂອງ​ທ່ານ​ອອກມາ​ວ່າ​ເປັນ​ເປົ້າໝາຍ​ຂອງ​ການ​ສິ້ງ​ຊອມ​ສອດ​ແນມ​ດັ່ງກ່າວ.

ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ເອີ້ນ​ສະຖານະ​ການ​ດັ່ງກ່າວ​ວ່າ ​ເປັນ​ພຶດຕະການ​ທີ່ບໍ່​ເປັນ​ມິດ​ແລະ​ບໍ່​ເໝາະ​ສົມ​ລະຫວ່າງ​ຄູ່​ປະ​ເທດ​ພາ​ຄີ​ດ້ານ​ຍຸດ​ທະ​ສາດ​ກັນ​.

ການ​ເອີ້ນ​ໂຕ​ກັບ​ຄືນ​ປະ​ເທດ​ດັ່ງກ່າວ​ມີ​ຂຶ້ນ​ທ່າມກາງ​ທີ່ມີ​ຄວາມ​ເຄັ່ງ​ຕຶງທາງ​ດ້ານ​ການ​ທູດ​ລະດັບ​ສູງ​ຢູ​ແລ້ວ ກ່ຽວ​ກັບ​ການ​ກ່າວ​ອ້າງ​ທີ່​ວ່າ​ພວກ​ສະຖານທູດ​ອອສ​ເຕຣ​ເລຍ​ແລະ​ສະຫະລັດ​ໃນ​ກຸງ​ຈາ​ກາ​ຕາ​ໄດ້​ພົວພັນ​ໃນ​ການ​ສອດ​ແນມ​ທົ່ວ​ໄປ​ກ່ຽວ​ກັບ​ອິນ​ໂດ​ເນ​ເຊຍ​ນັ້ນ.

XS
SM
MD
LG