ເຈົ້າໜ້າທີ່ອິນໂດເນເຊຍເວົ້າວ່າ ຈໍານວນຜູ້ເສຍຊີວິດ ໄດ້ເພີ້ມ
ຂຶ້ນເຖິງ 24 ຄົນ ແລ້ວຍ້ອນເຫດແຜ່ນດິນໄຫວຂະໜາດແຮງ
ຢູ່ໃນບໍລິເວນປາຍແຫລມເໜືອສຸດຂອງເກາະສຸມາຕຣາ.
ເຈົ້າໜ້າທີ່ເວົ້າຕື່ມວ່າ ນອກນັ້ນຍັງມີຫລາຍກວ່າ 200 ຄົນໄດ້
ຮັບບາດເຈັບແລະ ຢ່າງໜ້ອຍມີບ້ານເຮືອນ 1 ພັນ 500 ຫລັງ
ໄດ້ຮັບຄວາມເສຍຫາຍ ຍ້ອນແຜ່ນດິນໄຫວທີ່ມີຄວາມແຮງ
6.1 ຣິກເຕີ ເກີດຂຶ້ນຢູ່ແຂວງ Aceh ໃນວັນອັງຄານ ວານນີ້.
ເຂດທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງສຸດແມ່ນຢູ່ເມືອງ Bener
Meriah ແລະ Aceh ກາງ ບ່ອນທີ່ແຜ່ນດິນໄຫວໄດ້ພາໃຫ້ເກີດ
ດິນເຈື່ອນແລະເຮືອນຊານພັງ ລົງ. ພວກກູ້ໄພ ຍັງສືບຕໍ່ຊອກຄົ້ນຫາຜູ້ຄົນທີ່ບໍ່ຮູ້ວ່າມີໜ້ອຍ
ຫລາຍປານໃດຖືກ ຊາກຫັກພັງທັບຢູ່ນັ້ນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ເກາະສຸມາຕຣາຂອງອິນໂດເນເຊຍມັກເກີດແຜ່ນດິນໄຫວເລື້ອຍໆ ຍ້ອນທີ່ຕັ້ງຂອງເກາະ
ຢູ່ໃກ້ກັບເສັ້ນຮອຍແຕກທີ່ອ້ອມຮອບມະຫາສະມຸດປາຊີຟິກຊຶ່ງເປັນ ທີ່ຮູ້ກັນໃນຊື່ ວົງແຫວນໄຟປາຊີຟິກ.
ໃນເຫດແຜ່ນດິນໄຫວຂະໜາດແຮງຢູ່ນອກຊາຍຝັ່ງຂອງເກາະ Aceh ໃນປີ 2004 ໄດ້ພາ
ໃຫ້ເກີດຟອງຍັກສຸນາມິ ທີ່ສັງຫານຫລາຍກວ່າ 2 ແສນຄົນຢູ່ ໃນຫລາຍໆ ປະເທດທົ່ວ
ເຂດມະຫາສະໝຸດອິນເດຍ. ຄົນສ່ວນໃຫຍ່ທີ່ເສຍຊີວິດ ໄປແມ່ນຢູ່ໃນເກາະ Aceh.
ເບິ່ງສະໄລດ໌ພາບຫລັງເຫດການແຜ່ນດິນໄຫວ ຢູ່ອິນໂດເນເຊຍ: