ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເຄາະຮ້າຍ ພາກັນ ອົບພະຍົບ ໄປຢູ່ຕູບ ຜ້າຕັ້ງຊົ່ວຄາວ ແລະພວກນັກທ່ອງທ່ຽວ ຖືກຍົກຍ້າຍແລ້ວ


ພວກຕູບຜ້າຕັ້ງທັງຫຼາຍ ໄດ້ໃຊ້ເປັນສູນອົບພະຍົບຊົ່ວຄາວ ສຳລັບພວກທີ່ໄດ້ຮັບເຄາະຈາກແຜ່ນດິນໄຫວໃນເມືອງຊຳບາລັງ , ເກາະລອມພ໊ອກ, ອິນໂດເນເຊຍ, 6 ສິງຫາ 2018.
ພວກຕູບຜ້າຕັ້ງທັງຫຼາຍ ໄດ້ໃຊ້ເປັນສູນອົບພະຍົບຊົ່ວຄາວ ສຳລັບພວກທີ່ໄດ້ຮັບເຄາະຈາກແຜ່ນດິນໄຫວໃນເມືອງຊຳບາລັງ , ເກາະລອມພ໊ອກ, ອິນໂດເນເຊຍ, 6 ສິງຫາ 2018.

ພວກ​ຜູ້​ຄົນ​ຈຳນວນ​ຫຼາຍພັນ​ຄົນ ​ໄດ້​ຂາດ​ທີ່ຢູ່​ອາ​ໄສ ຈາກ​ເຫດ​ແຜ່ນດິນ​ໄຫວຂະໜາດແຮງ ​ທີ່​ເກາະ​ຕາກ​ອາກາດ​ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ພາກັນ​ຊອກ​ຫາ​ທີ່ພັກ​ພາອາ​ໄສ ​ໃນແລງວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພ ຍັງສືບ​ຕໍ່​ຊອກ​ຫາພວກ​ທີ່​ຫາຍ​ສາບ​ສູນແລະ​ໄດ້​ກ່າວ​ວ່າ​ ມີ​ຜູ້​ຄົນ​ລົ້ມ​ຕາຍ ​ເຖິງ 98 ຄົນ​ແລ້ວ ​ແລະຄາດ​ວ່າ ຈະ​ມີຈຳນວນ​ເພີ້​ມຂຶ້ນ​ອີກ.

ພວກ​ທີ່ຢູ່ອາ​ໄສ​ໃນ​ເຂດ​ນັ້ນ ທີ່​ໄດ້​ສູນ​ເສຍ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ​ແມ່ນ​ໄດ້​ໄປ​ອາ​ໄສ​ຢູ່​ໃນ​ຕູບ​ຜ້າ​ຕັ້ງ ​ໃນ​ຂະນະ​ທີ່​ພວກ​ນັກ​ທ່ອງ​ທ່ຽວ ໄດ້​ຖືກ​ໃຫ້​ຍົກຍ້າຍ​ໃນ​ວັນ​ຈັນ​ວານ​ນີ້​ແລ້ວ.

​ແຜ່ນດິນ​ໄຫວ ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນີ້ ມີ​ຄວາມ​ແຮງ 6.9 ​ໂດຍການວັດແທກຂອງ​ອົງການ​ສຳ​ຫຼວດ​ທໍ​ລະ​ນີສາດ​ສະຫະລັດ. ​ແຜ່ນດິນ​ໄຫວ​ດັ່ງກ່າວໄດ້​ເກີດຂຶ້ນໃນ​ຄວາມ​ເລິກ ​10.5 ກິ​ໂລ​ແມັດ ​ໃນ​ພາກ​ເໜືອ​ຂອງ​ເກາະ​ລອມ​ບ໊ອກ, ໄດ້ກໍ່ໃຫ້ເກີດມີການເຕືອນ ໄພສຸ​ນາ​ມິເປັນເວລາສັ້ນໆ. ​ນອກນັ້ນມັນ​ຍັງ​ໄດ້​ສັ່ນ​ສະ​ເທືອ​ນໄປ​ເຖິງ ​ເກາະ​ຈີ​ລີ ທີ່​ຢູ່ໃກ້
ຄຽງ​ ພ້ອມ​ທັງ​ເກາະ​ບາ​ຫຼີ, ​ເກາະຊຳ​ບາ​ວາ ​ແລະ​ສ່ວນ​ນຶ່ງ​ຂອງ​ເກາະ​ຈາ​ວາ ນຳ​ດ້ວຍ.

ຄວາມ​ພະຍາຍາມ​ຂອງ​ການ​ອົບ​ພະຍົບຫລົບ​ໄພ ​ແມ່ນ​ໄດ້​ເພັ່ງ​ເລັງ​ໃສ່​ເກາະ​ນ້ອຍໆ​ຈີ​ລີ
​ແລະບ່ອນ​ຕາກ​ອາກາດ​ສາມ​ເກາະ ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ເກາະ​ລອມ​ບ໊ອກ. ພວກ​ນັກ​ທ່ອງ​ທ່ຽວ​ພາກັນ​ຢືນ​ເຂົ້າ​ແຖວ ​ໃນ​ຊາຍ​ຫາດ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ລໍຖ້າ​ເຮືອ ​ທີ່​ຈະ​ພາ​ພວກ​ເຂົາ​ເຈົ້າ​ໄປ​ຍັງ​ເກາະ​ລອມ​ບ໊ອກ ທີ່​ໃຫຍ່​ກວ່າ.

​ເຈົ້າໜ້າທີ່​ກ່າວ​ວ່າ ມີ​ຫຼາຍກວ່າ 2 ພັນຄົນ ​ແມ່ນ​ໄດ້​ຖືກ​ອົບ​ພະຍົບ ຈາກ​ເກາະ​ຈີ​ລີ ​ໃນວັນ​ຈັນ​ວານ​ນີ້.

ພວກ​ນັກ​ທ່ອງ​ທ່ຽວ ພາກັນລາກເອົາຫີບເມື້ອຜ້າ ຍ່າງຜ່ານຕືກອາຄານທີ່ຖືກຫັຫພັງ ຫຼັງຈາກທີ່ໄດ້ເກີດແຜ່ນດິນໄຫວ ໃນເມືອງ ປີມີນັງ, ພາກເໜືອຂອງເກາະລອມພ໊ອກ, ອີນໂດເນເຊຍ, 6 ສິງຫາ 2018.
ພວກ​ນັກ​ທ່ອງ​ທ່ຽວ ພາກັນລາກເອົາຫີບເມື້ອຜ້າ ຍ່າງຜ່ານຕືກອາຄານທີ່ຖືກຫັຫພັງ ຫຼັງຈາກທີ່ໄດ້ເກີດແຜ່ນດິນໄຫວ ໃນເມືອງ ປີມີນັງ, ພາກເໜືອຂອງເກາະລອມພ໊ອກ, ອີນໂດເນເຊຍ, 6 ສິງຫາ 2018.

​ໂຄສົກ​ຂອງ​ອົງການ​ຄຸ້ມຄອງໄພພິບັດ​ແຫ່ງ​ຊາດ ທ່ານ​ຊູ​ໂຕ​ໂປ ​ເປີ​ໂວ​ ນູ​ໂກ​ຣໂຮ, ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ສ່ວນ​ໃຫຍ່​ຂອງ​ພວກ​ທີ່​ເສຍ​ຊີວິດ​ ​ແລະ​ບາດ​ເຈັບ ​ແມ່ນຢູ່​ທາງ​ພາກ​ເໜືອ​ຂອງ​ເກາະ​ລອມ​ບ໊ອກ. ທີ່​ໄດ້​ຮັບຜົນກະທົບ​ຢ່າ​ງຮ້າຍ​ແຮງ​ນັ້ນ.

​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ແມ່ນ​ໄດ້​ເສຍຊີວິດຍ້ອນຊາກ​ຫັກ​ພັງທີ່
ຕົກລົງທັບ ​ແລະ​ກ່າວ​ວ່າ ມີ​ຜູ້​ຄົນຫຼາຍ​ກວ່າ 200 ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ບ້ານ​ເຮືອນ​ຫຼາຍ​ພັນ​ຫຼັງ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກແຜ່ນດິນ​ໄຫວ​ນີ້.

ທ່ານນູ​ໂກ​ຣໂຮ ກ່າວ​ວ່າ ຈຳນວນ​ຜູ້ເສຍຊີວິດ​ແມ່ນຄາດ​ວ່າຈະ​ມີ​ສູງ​ຂຶ້ນໃນ​ຂະນະ​ທີ່​ການ​ ຊອກ​ຄົ້ນ​ຫາ​ ແລະ​ພວກ​ກູ້​ໄພ​ໄດ້​ເຂົ້າ​ເຖິງ​ເຂດ​ທີ່​ໄດ້​ຮັບຜົນກະທົບ​ນັ້ນ. ທ່ານ​ໄດ້​ກ່າວ​ວ່າ ບໍ່​ມີ​ພວກ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ຮວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ.

​ບໍ່​ມີໄຟຟ້າ​ໃຊ້ ​ໃນ​ຫຼາຍໆ​ຂົງ​ເຂດ​ຂອງ​ເມືອງ ​ແລະ​ພວກຜູ້​ປ່ວຍ ​ແມ່ນ​ໄດ້​ຖືກ​ອົບ​ພະຍົບ ອອກ​ຈາກ​ໂຮງໝໍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Indonesia Quake
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG