ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແຜ່ນດິນໄຫວຢູ່ອິນໂດເນເຊຍ


ຮູບທີ່ຖ່າຍໃນມື້ວານນີ້ ສະແດງໃຫ້ເຫັນວ່າ ປະຊາຊົນທີ່ຕື່ນຕົກໃຈ ຫຼັງຈາກໄດ້ເກີດແຜ່ນດິນໄຫວຂະໜາດແຮງ ໃນເຂດ Padang ທາງພາກຕາເວັນຕົກຂອງເກາະ Sumatra ພາກັນຫຼົບໜີຈາກເຮືອນຊານບ້ານຊ່ອງຂອງ ພວກເຂົາເຈົ້າ.
ຮູບທີ່ຖ່າຍໃນມື້ວານນີ້ ສະແດງໃຫ້ເຫັນວ່າ ປະຊາຊົນທີ່ຕື່ນຕົກໃຈ ຫຼັງຈາກໄດ້ເກີດແຜ່ນດິນໄຫວຂະໜາດແຮງ ໃນເຂດ Padang ທາງພາກຕາເວັນຕົກຂອງເກາະ Sumatra ພາກັນຫຼົບໜີຈາກເຮືອນຊານບ້ານຊ່ອງຂອງ ພວກເຂົາເຈົ້າ.

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ມີຢ່າງນ້ອຍ 23 ຄົນເສຍ
ຊີວິດ ແລະຫຼາຍກວ່າ 160 ຄົນ ຍັງຫາຍສາບສູນຫຼັງຈາກ
ຟອງຍັກທີ່ເກີດຈາກແຜ່ນດິນໄຫວໄດ້ພັດເຂົ້າຖະຫຼົ່ມໝູ່ເກາະ
ກຸ່ມນຶ່ງໃນເຂດສອກຫຼີກຫ່າງໄກ.

ໃນຕອນເດິກຂອງຄືນວັນຈັນວານນີ້ໄດ້ເກີດແຜ່ນດິນໄຫວ
ທີ່ມີຄວາມແຮງແທກ ໄດ້ 7.7 ໃກ້ໆໝູ່ເກາະ Mentawai
ທາງທິດຕາເວັນຕົກ ຂອງເກາະ Sumatra ແຕ່ລາຍງານ
ຂ່າວກ່ຽວ​ກັບ ​ຜູ້​ບາດ​ເຈັບ​ລົ້ມ​ຕາ​ຍ ບໍ່​ໄດ້ເລີ້ມທະຍອຍມາ
ຈົນ​ຮອດວັນ ອັງຄານມື້ນີ້. ເປັນທີ່ຄາດກັນວ່າ ໂຕເລກຜູ້
ເສຍຊີວິດຈະເພີ່ມຂຶ້ນຕື່ມ.

ເຈົ້າໜ້າທີ່ຈາກພະແນກຄຸ້ມຄອງໄພພິບັດຂອງອິນໂດເນເຊຍ
ກ່າວວ່າ ມາເຖິງປັດຈຸບັນມີການພົບເຫັນຜູ້ເສຍຊີວິດແລ້ວ
23 ສົບ ແລະມີລາຍງານວ່າ 167 ຄົນຍັງສາຍສາບສູນ
ຕາມບ້ານຕ່າງໆທີ່ຕັ້ງຢູ່ແຄມຝັ່ງທະເລ ທີ່ຖືກຟອງຍັກພັດ ເຂົ້າຖະຫຼົ່ມ.

ເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດແມ່ນເກາະ Pagai ບ່ອນທີ່ເຈົ້າໜ້າທີ່ກ່າວວ່າ ຟອງທີ່
ມີຄວາມສູງ​ເຖິງ 3 ແມັດໄດ້ພັດເຂົ້າຝັ່ງເລິກເຂົ້າໄປໃນເກາະປະມານ 600 ແມັດ. ລະດັບ
ນໍ້າໄດ້ສູງຂຶ້ນຮອດຫຼັງຄາຢູ່ໃນບາງບ້ານ ແລະສ້າງຄວາມເສຍຫາຍ ໃຫ້ແກ່ 80% ຂອງບ້ານ
ເຮືອນ ທີ່ບ້ານ Muntai ເທິງເກາະ Silabu.

XS
SM
MD
LG