ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ນອກຝັ່ງທະເລ ອິນໂດເນເຊຍ (ເບິ່ງສະໄລດ໌ກັບວີດີໂອ)


 ພວກປະຊາຊົນຂີ່ລົດຈັກພາກັນ ຟ້າວພາກັນໄປລີ້ໄພໃນທີ່ດິນສູງ ຫຼັງຈາກແຜ່ນດິນໄຫວໃນແຂວງ Aceh ອິນໂດເນເຊຍ.
ວັນທີ 11 ເມສາ 2012.
ພວກປະຊາຊົນຂີ່ລົດຈັກພາກັນ ຟ້າວພາກັນໄປລີ້ໄພໃນທີ່ດິນສູງ ຫຼັງຈາກແຜ່ນດິນໄຫວໃນແຂວງ Aceh ອິນໂດເນເຊຍ. ວັນທີ 11 ເມສາ 2012.

ກົມ​ສໍາ​ຫຼວດທໍລະ​ນີວິທະຍາ​ສະຫະລັດ​ກ່າວ​ວ່າ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ມີຄວາມ​ແຮງ 8.6 ຣິກ​ເຕີຢູ່​ນອກ​ຝັ່ງ​ທະ​ເລ​ທາງ​ກໍ້າຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ອິນ​ໂດ​ເນ​ເຊຍ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າ ຈະ​ເກີດ​ຄື້ນຟອງ​ຍັກ​ສຸ​ນະ​ມິ​ໃນ​ທົ່ວພາກ​ພື້ນ​ມະຫາ​ສະມຸດ​ອິນ​ເດຍນັ້ນ.

ແຜ່ນດິນ​ໄຫວ​ໄດ້ເກີດ​ຂຶ້ນ​ຢູ່​ນອກ​ຝັ່ງ​ທະ​ເລ​ອອກ​ໄປ​ປະມານ 430 ຫຼັກ ກິ​ໂລ​ແມັດທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງເມືອງ Banda Aceh ຊຶ່ງ ​ເປັນເມືອງ​ຫຼວງ​ ແລະ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ແຂວງ Aceh ​ແລະຢູ່​ເລິກ​ລົງໄປຈາກ​ໜ້ານໍ້າປະມານ 22 ຫຼັກ.

ໃນ​ປີ 2004 ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ທີ່​ສຸດ ທີ່​ມີ​ຄວາມ​ແຮງ 9.1 ຣິກ​ເຕີໄດ້​ ເກີດ​ຂຶ້ນ​ຢູ່​ນອກ​ຝັ່ງ​ທະ​ເລ​ເກາະ​ຊູ​ມາຕຣາ ຂອງ​ອິນ​ໂດ​ເນ​ເຊຍ ​ເຮັດໃຫ້​ເກີດ​ຄື້ນຟອງ​ສຸ​ນະ​ມິ​ໃນ​ມະຫາ​ສະມຸດ​ອິນ​ເດຍຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 230 ພັນ ​ຄົນ ປະມານ​ເຄິ່ງນຶ່ງ​ຂອງ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ແມ່ນຢູ່​ໃນ​ແຂວງ Aceh.

ແຜ່ນດິນ​ໄຫວ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ຢູ່ເລິກ​ລົງ​ໄປ​ໃນ​ລະດັບ​ດຽວ​ກັນ​ກັບ​ປີ 2004 ໃນ​ມະຫາ
ສະມຸດ​ອິນ​ເດຍ ຊຶ່ງ​ລາຍ​ງານ​ເວົ້າ​ວ່າ ​ໄດ້​ສັ່ນ​ສະ​ເທືອ​ນພວກ​ຕຶກອາຄານ​ຫຼາຍ​ຫຼັງໃນ​ໄລຍະ
ໄກ​ໄປ​ຮອດ​ສິງກະ​ໂປ ​ໄທ​ແລະ​ອິນ​ເດຍ.

ແຜ່ນດິນໄຫວນອກຝັ່ງທະເລອິນໂດເນເຊຍ
ແຜ່ນດິນໄຫວນອກຝັ່ງທະເລອິນໂດເນເຊຍ

ສູນ​ເຕືອນ​ໄພ​ສຸ​ນະ​ມິ​ໃນ​ມະຫາ​ສະມຸດ​ປາຊີ​ຟິກ ​ໄດ້​ອອກ​ຄໍາ​ເຕືອນ​ໃຫ້ລະວັງໄພ​ຄື້ນຟອງ​ສຸ​
ນະ​ມິດ​ໄປ​ຍັງ 28 ປະ​ເທດ​ແລະ​ດິນ​ແດນ​ແຄມ​ມະຫາສະມຸດ​ອິນ​ເດຍ ​ແລະ​ເຕືອນ​ວ່າ ​ແຜ່ນ
ດິນໄຫວ​ທີ່​ມີ​ຄວາມ​ແຮງ​ຂະໜາດ​ນີ້ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພາ​ໃຫ້​ເກີດ​ຄື້ນຟອງ​ສຸ​ນະ​ມິ​ທີ່
ສາມາດທໍາລາຍ​ຢ່າງ​ກວ້າງຂວາງ​ໄດ້ ​ແຕ່​ສູນ​ການ​ເຕືອນ​ໄພ​ດັ່ງກ່າວ ​ເວົ້າ​ເຊ່ນ​ກັນ​ວ່າ ຕົນຍັງ​ບໍ່​ທັນ​ໄດ້ຮັບ​ການ​ຢືນຢັນ​ໃດໆກ່ຽວ​ກັບ​ການ​ເກີດ​ຄື້ນຟອງ​ສຸ​ນະ​ມິ​ນັ້ນ.

ທີ່​ໄທ ທາງ​ການ​ກໍາລັງ​ພາກັນ​ຂຸ້ນຂ້ຽວ​ອົບ​ພະຍົບພວກ​ຜູ້​ຄົນ​ທີ່​ໄປ​ທ່ອງ​ທ່ຽວອອກ​ຈາກ​ຊາຍ​
ຫາດ​ຕ່າງໆ. ​ໄດ້​ມີ​ການ​ອອກ​ຄໍາ​ເຕືອນ​ໄພ​ກ່ຽວ​ກັບ​ຄື້ນຟອງສຸ​ນະ​ມິ​ຕາມ​ຫົວ​ເມືອງ​ຕ່າງໆ​
ແຄມ​ເກາະ​ຊູ​ມາຕຣາຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ.

XS
SM
MD
LG