ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກີດ​ການ​ປະ​ທະ​ກັນ ໃນ​ນະ​ຄອນຫຼວງ ຈາ​ກາ​ຕ້າ ລຸນຫຼັງ​ການ​ເລືອກ​ຕ​ັ້ງ


ຜູ້​ສະ​ໜັບ​ສະ​ໜູນ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ປ​ຣາ​ໂບ​ໂລ ຊູບ​ຽນ​ໂຕ, ຫາມ​ຜູ້​ຊາຍ​ທີ່​ໄດ້​ຮັບ​ບາດ​ເຈັບ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຕຳ​ຫຼວດ, ນະ​ຄອນຫຼວງ ຈາ​ກາ​ຕ້າ, ອິນ​ໂດ​ເນ​ເຊຍ. 22 ພຶດ​ສະ​ພາ, 2019.
ຜູ້​ສະ​ໜັບ​ສະ​ໜູນ ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ປ​ຣາ​ໂບ​ໂລ ຊູບ​ຽນ​ໂຕ, ຫາມ​ຜູ້​ຊາຍ​ທີ່​ໄດ້​ຮັບ​ບາດ​ເຈັບ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ​ກັບ​ຕຳ​ຫຼວດ, ນະ​ຄອນຫຼວງ ຈາ​ກາ​ຕ້າ, ອິນ​ໂດ​ເນ​ເຊຍ. 22 ພຶດ​ສະ​ພາ, 2019.

ຜູ້​ປົກ​ຄອງ​ນະ​ຄອນຫຼວງ ຈາ​ກາ​ຕ້າ ຂອງ ອິນ​ໂດ​ເນ​ເຊຍ ໄດ້ກ່າວ​ວ່າ ຢ່າງ​ໜ້ອຍ​ຫົກ​ຄົນ
ໄດ້ເສຍຊີວິດໃນວັນພຸດມື້ນີ້ ໃນຂະນະທີ່ພວກສະໜັບສະໜູນຂອງທ່ານ ປຣາໂບໂວ
ຊູບຽນໂຕ, ອະດີດນາຍພົນທະຫານບົກ ຜູ້ທີ່ຜ່າຍແພ້ໃນການເລືອກຕັ້ງນັ້ນ, ໄດ້ປະທະ
ກັບກອງກຳລັງຮັກສາຄວາມປອດໄພ ໃນວັນພຸດມື້ນີ້.

ພວກ​ປະ​ທ້ວງ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ແຍກ​ຕົວ ໃນ​ຂະ​ນະ​ທີ່​ຕຳຫຼວດ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຊັກ​
ຊວນໃຫ້ເຂົາເຈົ້າໜີອອກໄປ ໂດຍເວົ້າວ່າ ມັນແມ່ນບຸນມາຣາດານ ແລະ ເຂົາເຈົ້າຄວນ
ຫຼີກເວັ້ນ ຈາກການກໍ່ຄວາມຮຸນແຮງ ໃນລະຫວ່າງເດືອນສັກສິດນີ້. ພວກປະທ້ວງຍັງໄດ້
ພະຍາຍາມທີ່ຈະຈູດຫໍພັກ ແລະ ລົດຂອງຕຳຫຼວດ. ໃນທີ່ສຸດ ຕຳຫຼວດກໍໄດ້ໃຊ້ແກັສນ້ຳ
ຕາ ເພື່ອຂັບໄລ່ພວກປະທ້ວງນັ້ນ.

ໂຄ​ສົກ​ຕຳຫຼວດ​ແຫ່ງ​ຊາດ ທ່າ​ນ ເດ​ດີ ປ​ຣາ​ເສ​ຕຽວ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ປະ​ທ້ວງ​
ໄດ້ກາຍເປັນຄວາມຮຸນແຮງ ໃນຕອນຄ່ຳຂອງວັນອັງຄານວານນີ້ ແລະ ໄດ້ດຳເນີນຕໍ່ໄປ
ຈົນຮອດຕອນເຊົ້າຂອງວັນພຸດມື້ນີ້. ມີຫຼາຍກວ່າສິບຄົນໄດ້ຖືກຈັບກຸມ.

ຜູ້​ປົກ​ຄອງ​ນະ​ຄອນຫຼວງ ຈາ​ກາ​ຕ້າ ທ່ານ ອາ​ນີ​ສ໌ ບາ​ສ​ເວ​ດານ ໄດ້​ກ່າວ​ຕໍ່ອົງ ການ​ຂ່າວ
ໃນທ້ອງຖິ່ນວ່າ ຫຼາຍກວ່າ 200 ຄົນໄດ້ຮັບບາດເຈັບ.

ໃນ​ວັນ​ອັງ​ຄານ​ວານນີ້, ໂຄ​ສົກ​ຕຳຫຼວດ​ອີກ​ຄົນ​ນຶ່ງ ທ່ານ ເອັມ ອິກ​ບາ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​
ນັກຂ່າວວ່າ ຕຳຫຼວດຈະບໍ່ໃຊ້ລູກປືນແທ້ ເພື່ອຄວບຄຸມການປະທ້ວງນັ້ນ.

ຄະ​ນະ​ກຳ​ມາ​ທິ​ການ ການ​ເລືອກ​ຕັ້ງ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້ຢືນ​
ຢັນວ່າ ປະທານາທິບໍດີ ອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ເຊິ່ງຮູ້ໃນອີກຊື່ນຶ່ງວ່າ
ໂຈໂກວີ, ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງອີກສະໄໝ ດ້ວຍຄະນະແນນສຽງ 55.50
ເປີເຊັນ, ໂດຍເອົາຊະນະອະດີດນາຍພົນທະຫານບົກ ທ່ານ ປຣາໂບໂວ. ໄຊຊະນະດັ່ງ
ກ່າວ ໄດ້ຮັບການຢືນຢັນ ໂດຍຄະນະກຳມາທິການ ການເລືອກຕັ້ງທົ່ວໄປ. ທ່ານ ປຣາ
ໂບໂວ, ຜູ້ທີ່ໄດ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍ ດີສີ່ຄັ້ງທີ່ຜ່ານມາ, ເຊິ່ງມີສາຍ
ພົວພັນ ກັບນັກການເມືອງລະດັບສູງ ແລະ ຜູ້ນັບຖືສາສະໜາອິສລາມຫົວຮຸນແຮງຈັດ
ນັ້ນ, ໄດ້ຮັບ 44.50 ເປີເຊັນ.

ທ່ານ ປ​ຣາ​ໂບ​ໂວ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ອັງ​ຄານ​
ວານນີ້, ຮຽກຮ້ອງໃຫ້ຜູ້ສະໜັບສະໜູນຂອງທ່ານ ສະແດງການສະໜັບສະໜູນຂອງ
ເຂົາເຈົ້າຢ່າງສະຫງົບ. ທ່ານໄດ້ກ່າວວ່າ “ຂະບວນການຂອງພວກເຮົາຄວນເປັນໄປ
ຕາມລັດຖະທຳມະນູນ, ປະຊາທິປະໄຕ, ສັນຕິພາບ, ປາສະຈາກຄວາມຮຸນແຮງໃດໆ.
ຜູ້ທີ່ຍັງເຊື່ອຖືໃນຂ້າພະເຈົ້າ ແລະ ໝູ່ເພື່ອນຂອງຂ້າພະເຈົ້າຢູ່ທີ່ນີ້… ພວກເຮົາຕໍ່ສູ້ບໍ່
ພຽງແຕ່ເພື່ອຜົນປະໂຫຍດສ່ວນຕົວເທົ່ານັ້ນ, ແຕ່ເພື່ອອຳນາດອະທິປະໄຕຂອງປະຊາ
ຊົນ, ເພື່ອປະຊາທິປະໄຕ, ເພື່ອເອກະລາດຂອງ ອິນໂດເນເຊຍ, ເພື່ອໃຫ້ປອດໄພ
ຈາກການຮຸກຮານໃນທຸກຮູບແບບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG