ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ.ອິນໂດເນເຊຍ ຕິຕຽນ ອອສເຕຣເລຍ ກ່ຽວກັບ ການລັກຟັງ ໂທສະສັບ


ປະທານາປິບໍດີ ອິນ​ໂດ​ເນ​ເຊຍ ທ່ານ Yudhoyono ຕິຕຽນອອສ​ເຕ​ຣເລຍ ປະຕິ​ເສດບໍ່​ຍອມຂໍ​ຄະມາ​ໂທດ ກ່ຽວກັບການລັກຟັງ ໂທສະສັບ
ປະທານາປິບໍດີ ອິນ​ໂດ​ເນ​ເຊຍ ທ່ານ Yudhoyono ຕິຕຽນອອສ​ເຕ​ຣເລຍ ປະຕິ​ເສດບໍ່​ຍອມຂໍ​ຄະມາ​ໂທດ ກ່ຽວກັບການລັກຟັງ ໂທສະສັບ
ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ທ່ານ Susilo Bambang
Yudhoyono ຕິຕຽນອອສ​ເຕ​ຣເລຍ ທີ່​ປະຕິ​ເສດບໍ່​ຍອມຂໍ​ຄະ
​ມາ​ໂທດ ກ່ຽວ​ກັບ​ການ​ກ່າວ​ຫາ​ທີ່ວ່າ ອອສ​ເຕຣ​ເລຍລັກ​ຟັງ​ ການ
​ສົນທະນາ​ທາງໂທລະສັບ​ຂອງ​ທ່ານ.

ຢູ່​ໃນການ​ສົ່ງ tweets ທີ່​ຕໍ່​ເນື່ອງ​ກັນຫຼາຍໆ​ຄັ້ງໃນ​ວັນ​ອັງຄານ​ມື້
​ນີ້ ຜູ້​ນໍາອິນ​ໂດ​ເນ​ເຊຍ ​ໄດ້​ກ່າວ​ຫາ​ວ່ານາຍົກລັດຖະມົນຕີອອສ​
ເຕ​ຣເລຍ ທ່ານ Tony Abbott ວ່າ ດູ​ໜິ່ນແລະ​ບໍ່​ສະ​ແດງ​ຄວາມ​
ສຳນຶກ​ຜິດ​ຕໍ່​ການ​ກ່າວຫາກ່ຽວ​ກັບ​ການລັກລອບ ຟັງ​ໂທລະສັບທີ່
​ທ່ານ​ຮ້ອງວ່າ “​ເຈັບ​ຊໍ້າ.”

ອິນ​ໂດ​ເນ​ເຊຍ ​ໄດ້​ຮຽກ​ເອກ​ອັກຄະ​ລັດຖະທູດຂອງ​ຕົນຈາກອອສ
​ເຕຣ​ເລຍກັບ​ຄືນ ປະ​ເທດ ​ແລະ​ກ່າວ​ວ່າ ຕົນ​ຈະທົບ​ທວນຄືນ​
ການຮ່ວມ​ມືຂອງ​ສອງ​ຝ່າຍທັງ​ໝົດ ຫລັງ​ຈາກ​ທີ່​ມີ​ການ​ເປີດ​ເຜີຍ​
ກ່ຽວ​ກັບ​ເລື່ອງ​ນີ້.

ນາຍົກລັດຖະມົນຕີ Abbott ​ໄດ້​ກ່າວ​ຕໍ່​ສະພາ ​ໃນ​ວັນ​ອັງຄານ​ມື້​ນີ້​
ວ່າ ທ່ານ​ເສຍ​ໃຈ ​ກ່ຽວ​ກັບຄວາມ​ອັບອາຍໃດໆກໍ​ຕາມ ຕໍ່ຄູ່​ຕໍາແໜ່​ງຝ່າຍອິນ​ໂດ​ເນ​ເຊຍ ​ແຕ່​ກໍ ບໍ່​ຄວນ​ຄາດ​ຫວັງ​ ໃຫ້ອອສ​ເຕ​ເລຍຂໍ​ຄະ​ມາ​ໂທດຕໍ່ອັນ​ທີ່​ທ່ານ​ຮ້ອງວ່າ “ບາດກ້າວ ​ເພື່ອ​ປ້ອງ​ກັນ​ປະ​ເທດ​ຂອງ​ເຮົາ.”

ຜູ້​ນໍາອອສ​ເຕຣ​ເລຍບໍ່​ໄດ້ໃຫ້ການ​ຢືນຢັນຫລື​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ​ສືບ​ລັບ ​ແຕ່ກໍ​ກ່າວ​ວ່າ ອອສ​ເຕ​ຣເລຍ​ເກັບ​ກຳ​ຂໍ້​ມູນລັບ​ເຫຼົ່ານີ້ ກໍ​ເພື່ອ​ຊ່ວຍ​ເຫລື​ອບັນດາ​ພັນ ທະ​ມິດ​ຂອງ​ຕົນບໍ່​ແມ່ນ ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.
XS
SM
MD
LG