ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ປະ​ນາມການ​ໂຈມ​ຕີ ທີ່​ພົວ​ພັນ​ກັບ​ເຈົ້າ​ໜ້າ​ທີ່​ອາ​ຊຽນ ຢູ​່​ໃນ​ມຽນ​ມ​າ


ແຜ​ນ​ທີ່​ມຽນ​ມາ
ແຜ​ນ​ທີ່​ມຽນ​ມາ

ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ໃນ​ວັນ​ຈັນ​ວານນີ້ ໄດ້​ປະ​ນາມ​ການ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ອາ​ຊຽນທີ່​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ ​ທຳ​ໄປ​ໃຫ້ຢູ່​ໃນ​ປະ​ເທດ​ມຽນ​ມາ ແລະ​ຮຽກ​ຮ້ອງ​ໃຫ້​ຢຸດ​ເຊົາ​ການ​ກໍ່​ຄວາມ​ຮຸນ​ແຮງ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ໂຈ​ໂກວີ ອັນ​ເປັນ​ຊື່​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ປະ​ຊາ​ຊົນ​ມັກ​ຮ້ອງ​ທ່ານ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ​ກ່ຽວ​ກັບ​ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນ ແຕ່​ກໍ​ກ່າວ​ວ່າ ຈະ​ບໍ່​ສາ​ມາດ​ຂັດ​ຂວາງ ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ອິນ​ໂດ​ເນ​ເຊຍແລະ ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນ ເພື່ອ​ຊຸກ​ຍູ້​ໃຫ້​ມີ​ສັນ​ຕິ​ພາບ​ຢູ່​ໃນ​ມຽນ​ມາ.

ທ່ານ​ກ່າວ​ວ່າ “ຈົ່ງ​ຢຸດ​ເຊົາ​ການ​ໃຊ້​ກຳ​ລັງ ຢຸດ​ເຊົາ​ຄວາມ​ຮຸນ​ແຮງ ຍ້ອນ​ວ່າ​ ມັນ​ແມ່ນ​ປະ​ຊາ​ຊົນ​ຜູ້​ທີ່​ຈະ​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ. ເງື່ອນ​ໄຂ​ອັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ຜູ້​ໃດ​ເປັນ​ຜູ້​ຊະ​ນະ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ ອິນ​ໂດ​ເນ​ເຊຍ​ຊຸກ​ຍູ້​ໃຫ້​ຜູ້​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ທັງ​ໝົດ ເປີດ​ການ​ເຈ​ລະ​ຈາ​ຫາ​ລື​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ແມ່ນ​ກຸ່ມ​ໃດ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີນີ້.

ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ຊຶ່ງ​ເປັນ​ລັດ​ຖະ​ບານ​ເງົາ​ຢູ່​ໃນ​ມຽນ​ມາ ທີ່​ເປັນ​ພັນ​ທະ​ມິດ​ກັບ​ພວກທະ​ຫານ​ບ້ານຕໍ່​ຕ້ານກອງ​ທັບ ທີ່​ມີ​ຊື່​ວ່າ ກຳ​ລັງ​ປ້ອງ​ກັນ​ປະ​ຊາ​ຊົນ​ ຫຼື PDF ກ່າວ​ວ່າ ຕົນ​ບໍ່​ຮູ້​ວ່າ ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ​ຢູ່​ທີ່ນັ້ນ.

ກຳ​ລັງ PDF ບໍ່​ໄດ້​ໃຫ້​ຄຳ​ຕອບ​ໃນ​ທັນ​ທີ​ຕໍ່​ການ​ຂໍ​ຄວາມ​ເຫັນ.

ໂຄ​ສົກ​ຂອງ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ກໍ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ຕໍ່​ການ​ຂໍ​ຄວາມ​ເຫັນ​ເຊັ່ນ​ດຽວ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG