ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນ​ໂດ​ເນ​ເຊຍ ​​ຂໍ​ຂະ​ມາ​ໂທດ ຕໍ່​ປະ​ເທດ​ເພື່ອນ​ບ້ານ ທີ່ຕົນ ເປັນຕົ້ນເຫດ ຂອງຄັວນໄຟ (ວີດີໂອ/ສະໄລດ໌)


ລັດຖະມົນຕີກະຊວງປະຊາສົງເຄາະ ທ່ານ Agung Laksono ຊີ້ແຈງ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການມອດໄຟປ່າ ຢູ່ເກາະສຸ​ມາຕຣາ.
ລັດຖະມົນຕີກະຊວງປະຊາສົງເຄາະ ທ່ານ Agung Laksono ຊີ້ແຈງ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການມອດໄຟປ່າ ຢູ່ເກາະສຸ​ມາຕຣາ.
ປະທານາທິບໍດີອິນ​ໂດ​ເນ​ເຊຍ ​ໄດ້​ກ່າວ​ຂໍ​ຂະ​ມາ​ໂທດ ຕໍ່​ເພື່ອນ
​ບ້ານປະ​ເທດ​ມາ​ເລເຊຍ​ແລະ​ສິງກະ​ໂປ ສໍາລັບຄັວນ​ໄຟທີ່​ເກີດ​
ມາ​ຈາກ​ໄຟ​ໄໝ້​ປ່າ​ ໃນ​ປະ​ເທດ​ຂອງທ່ານນັ້ນ.

ປະທານາທິບໍດີ Susulo Bambang Yudhoyono ​ໄດ້​ກ່າວ
ໃນ​ແລງ​ວັນ​ຈັນວານ​ນີ້ວ່າ ລັດຖະບານ​ຂອງ​ທ່ານ​ກໍາລັງ​ເຮັດ​ສຸດ
​ຄວາມ​ສາມາດ ​ເທົ່າ​ທີ່​ຈະ​ເຮັດໄດ້ ​ເພື່ອ​ຕໍ່ສູ້​ກັບໄຟປ່າ​ໃນ​ເກາະ
ສຸ​ມາຕຣາຂອງອິນ​ໂດ​ເນ​ເຊຍ.

ທາງ​ກຸງຈາ​ກາ​ຕາ​ ໄດ້​ສົ່ງ​ເຮືອບິນ​ແລະ​ເຮ​ລິ​ຄອບ​ເຕີ​ຫຼາຍລໍາ ​
ຂຶ້ນ​ໄປ​ຊ່ວຍ​ດັບ​ໄຟ ທີ່ເກີດຈາກການ​ຖາງ​ປ່າ​ເຮັດ​ໄຮ່​ຂອງ​
ພວກຊາວສວນ ​ໃນ​ເຂດ​ປ່າ​ບຶງ​ແລະ​ສວນ​ໄຮ່ຂອງ​ບໍລິສັດ​ຕ່າງໆ.

ທ່ານ Yudhoyono ​ກ່າວ​ວ່າ: “ບໍ່​ວ່າ​ຈະ​ເປັນ​ບໍລິສັດ​ອິນ​ໂ​ດ​ເນ​ເຊຍ ຫລື​ບໍລິສັດ​
ຕ່າງປະ​ເທດກໍຕາມ ​ແມ່ນ​ຈະ​ມີ​ການ​ນໍາ​ໃຊ້​ກົດໝາຍ​ຕໍ່​ເຂົາ​ເຈົ້າ ຢ່າງ​ເຄ່ງ​ຄັດ​
ແລະ​ຍຸຕິ​ທໍາ”



ຄັວນ​ໄຟ​ດັ່ງກ່າວ​ໄດ້​ກໍ່​ໃຫ້​ເກີດ ມົນ​ລະພິດ​ແລະ​ວິ​ກິດ​ການ​ດ້ານ​ສະພາບ​ແວດ​ລ້ອມ​ ມາ
​ເປັນ​ເວລາ​ນຶ່ງ​ອາທິດແລ້ວ​ ຢູ່​ໃນ​ສິງກະ​ໂປ ບ່ອນ​ທີ່​ຄຸນ​ນະພາ​ບຂອງ​ອາກາດ ​ໄດ້​ດີ​ຂຶ້ນ
ໃນທີ່​ສຸດ ຫຼັງຈາກ​ທີ່​ໄດ້ຕົກ​ຕໍ່າລົງ​ສູ່​ລະດັບ​ທີ່​ເປັນອັນຕະລາຍ​ຕໍ່​ຊີວິດ ​ຂອງ​ພວກ​ເຈັບ​ປ່ວຍ ​ແລະ​ຄົນເຖົ້າຄົນ​ແກ່​.

​ບັດ​ນີ້ ຄັວນ​ໄຟ​ໄດ້​ເຄື່ອນ​ຍ້າຍ​ຂຶ້ນ​ເໜືອ​ ​ໄປ​ປົກ​ຄຸມ​ປະ​ເທດມາ​ເລ​ເຊຍ ທີ່​ໄດ້​ເຮັດ​ໃຫ້ທາງ
​ການ​ຕ້ອງ​ໄດ້​ສັ່ງ​ອັດໂຮງຮຽນ ​ໃນນະຄອນຫລວງ​ກົວ​ລາ ລໍາ​ປົວ ໃນ​ວັນ​ອັງຄານມື້​ນີ້ ​
ແລະ​ບັງຄັບ​ໃຫ້ຫລາຍໆ​ຄົນ​ພາກັນ​ໃຊ້​ໜ້າ​ກາກ​ແລະຢູ່​ແຕ່ໃນ​ເຮືອນ.

INDONESIA HAZE VOSOT
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG