ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສ​ຊາວ​ຈີນ 2 ຄົນ ​ກ່ຽວ​ກັບ​ເຫດ​ລະ​ເບີດ ທີ່​ໂຮງ​ງານ​ນິ​ກ​ໂກ


ແຟ້ມ - ຕຳ​ຫຼວດ​ແລະ​ຄົນ​ງານ​ຢືນ​ຢູ່​ໃກ້ໆ​ເຕົາ​ຫຼອມ ທີ່​ໂຮງ​ງານ PT Indonesia Tsingshan Stainless Steel ໃກ້​ເມືອງ​ມາ​ໂຣ​ວາ​ຣີ ຢູ່​ເກາະ​ຊູ​ລາ​ເວ​ສີ ທາງ​ພາກ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 24 ທັນ​ວາ 2023.
ແຟ້ມ - ຕຳ​ຫຼວດ​ແລະ​ຄົນ​ງານ​ຢືນ​ຢູ່​ໃກ້ໆ​ເຕົາ​ຫຼອມ ທີ່​ໂຮງ​ງານ PT Indonesia Tsingshan Stainless Steel ໃກ້​ເມືອງ​ມາ​ໂຣ​ວາ​ຣີ ຢູ່​ເກາະ​ຊູ​ລາ​ເວ​ສີ ທາງ​ພາກ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 24 ທັນ​ວາ 2023.

ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ​ໄດ້​ລະ​ບຸ​ຊື່​ຊາວ​ຈີນ 2 ຄົນ ​ເປັນ​ຜູ້​ຕ້ອງ​ສົງ​ໄສ ​ໃນ​ເຫດ​ລະ​ເບີດຂອງ​ເຕົາ​ຫຼອມ​ ທີ່​ໂຮງ​ງານ​ນິກໂກ (nickel) ຂອງ​ຈີນ ຢູ່​ເກາະ​ຊູ​ລາ​ເວ​ສີ ທີ່​ເຮັດ​ໃຫ້​ຄົນ​ງານ 21 ຄົນ​ເສຍ​ຊີ​ວິດ ແລະ​ອີກ​ຫຼາຍ​ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ມີ​ຄົນ​ງານ​ຈີນ 8 ຄົນແລະ​ຄົນ​ງານ​ອິນ​ໂດ​ເນ​ເຊຍ 13 ຄົນ​ເສຍ​ຊີ​ວິດ ຫຼັງ​ຈາກ​ເຕົາ​ຫຼອມ ທີ່​ໂຮງ​ງານ PT Indonesia Tsingshan Stainless Steel ລະ​ເບີດ​ຂຶ້ນ ໃນ​ຂະ​ນະ​ທີ່​ພວກ​ຄົນ​ງານ​ກຳ​ລັງ​ທຳ​ການ​ສ້ອມ​ແປງ​ຢູ່.

ຕຳ​ຫຼວດ​ກ່າວ​ວ່າ ຕົນ​ຈະ​ຕັ້ງ​ຂໍ້​ຫາ​ທາງ​ອາ​ຍາ ໃນ​ຖານ​ບໍ່​ເອົາ​ໃຈ​ໃສ່ ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຮ້າຍ​ແຮງ ຊຶ່ງ​ມີ​ໂທດ​ໜັກ​ເຖິງ​ຕິດ​ຄຸກ 5 ປີ.

ເຂົາ​ເຈົ້າ​ກ່າວ​ວ່າ ບຸກ​ຄົນ​ທັງ​ສອງ​ເປັນ​ຜູ້​ຄວບ​ຄຸມ ແລະ​ຮອງ​ຫົວ​ໜ້າ​ຄວບ​ຄຸມ​ເຕົາ​ຫຼອມ ຢູ່​ທີ່​ໂຮງ​ງານ​ນິກ​ໂກ​ຂອງ​ຈີນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG