ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດອິນໂດເນເຊຍ ຍິງສັງຫານ ຜູ້ຖືກ ສົງໄສວາງລະເບີດ ທີ່ເກາະຈາວາ ຕາເວັນຕົກ


ຕຳຫຼວດຄົນນຶ່ງແນປືນ ໃສ່ຫ້ອງການຂອງລັດຖະບານທີ່ຢູ່
ໃກ້ຄຽງ ຫຼັງຈາກມີເຫດລະເບີດແຕກ ໃນຕົວເມືອງ Bandung ໃນເກາະຈາວາ ຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 27 ກຸມພາ 2017.
ຕຳຫຼວດຄົນນຶ່ງແນປືນ ໃສ່ຫ້ອງການຂອງລັດຖະບານທີ່ຢູ່ ໃກ້ຄຽງ ຫຼັງຈາກມີເຫດລະເບີດແຕກ ໃນຕົວເມືອງ Bandung ໃນເກາະຈາວາ ຕາເວັນຕົກ, ປະເທດອິນໂດເນເຊຍ, ວັນທີ 27 ກຸມພາ 2017.

ຜູ້ຕ້ອງສົງໄສກໍ່ການຮ້າຍຄົນນຶ່ງ ໄດ້ຖືກຍິງ ແລະເສຍຊີວິດ ໂດຍຕຳຫຼວດອິນໂດເນເຊຍ
ຫຼັງຈາກ ລະເບີດທີ່ປະດິດຂຶ້ນດ້ວຍຕົນເອງ ແຕກຂຶ້ນຢູ່ໃກ້ໆກັບອາຄານຂອງລັດຖະບານ
ໃນເມືອງ Bandung ຂອງອິນໂດເນເຊຍ.

ຜູ້ບັນຊາການຕຳຫຼວດ ນະຄອນ ຈາວາ ພາກຕາເວັນຕົກ ທ່ານ Anton Charliyan ກ່າວ
ວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ໃນເວລາໝໍ້ຫຸງຕົ້ມທີ່ໄດ້ຖືກດັດແປງດ້ວຍວັດຖຸລະເບີດ ແຕກ
ຂຶ້ນ ໃນວັນຈັນມື້ນີ້ ໃນພື້ນທີ່ເປົ່າຫວ່າງ ຢູ່ໃກ້ຄຽງ.

ທ່ານ Charliyan ກ່າວຕື່ມວ່າ ຜູ້ຕ້ອງສົງໄສຄົນນັ້ນ ໄດ້ແລ່ນເຂົ້າໄປໃນຕຶກດັ່ງກ່າວ ແລ້ວ
ໄດ້ວາງເພີງຢູ່ດ້ານໃນ ກ່ອນຜູ້ກ່ຽວ ຈະຖືກຍິງຕາຍໃນທີ່ສຸດ ໃນລະຫວ່າງການຍິງຕໍ່ສູ້ກັນ
ກັບເຈົ້າໜ້າທີ່ຕຳຫຼວດ.

ອິນໂດເນເຊຍ ໄດ້ຕົກເປັນເປົ້າໝາຍ ຂອງການໂຈມຕີຫຼາຍຄັ້ງ ໂດຍພວກຫົວຮຸນແຮງ
ອິສລາມ ໃນສອງສາມປີທີ່ຜ່ານມາ ຮວມທັງການໂຈມຕີດ້ວຍລະເບີດ ເມື່ອປີ 2002
ຕໍ່ສະຖານບັນເທີງແຫ່ງນຶ່ງ ທີ່ເກາະບາຫຼີ ອັນເຮັດໃຫ້ມີຜູ້ເສຍຊີວິດ 202 ຄົນ.

Indonesia Bombing
please wait
Embed

No media source currently available

0:00 0:00:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG