ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫລວດອີນໂດເນເຊຍ ສັງຫານ ຜູ້ຕ້ອງສົງໃສ ວາງແຜນກໍ່ການຮ້າຍ ຫ້າຄົນ


ເຈົ້າໜ້າທີ່ຕໍາຫລວດຢືນຍາມຮັກສາ ຫີບສົບຂອງຜູ້ຕ້ອງຫາກໍ່ການຮ້າຍຄົນນຶ່ງ ທີ່ໂຮງພະຍາບານ Denpasar, ເກາະບາຫລີ, ອິນໂດເນເຊຍ, ວັນຈັນ ທີ 19, ເດືອນມີນາ 2012.
ເຈົ້າໜ້າທີ່ຕໍາຫລວດຢືນຍາມຮັກສາ ຫີບສົບຂອງຜູ້ຕ້ອງຫາກໍ່ການຮ້າຍຄົນນຶ່ງ ທີ່ໂຮງພະຍາບານ Denpasar, ເກາະບາຫລີ, ອິນໂດເນເຊຍ, ວັນຈັນ ທີ 19, ເດືອນມີນາ 2012.

ເຈົ້າ​ໜ້າ​ທີ່​ອີນ​ໂດ​ເນ​ເຊຍກ່າວ​ວ່າ​ ຕໍາຫລວດ​ທີ່ເກາະ​ຕາກ​ອາກາດບາຫລີ ​ໄດ້ສັງຫາ​ນ
ຜູ້​ຕ້ອງ​ສົງ​ໃສ​ເປັນ​ພວກ​ຫົວ​ຕໍ່ສູ້ ​ຫ້າ​ຄົນ ທີ່​ວາງ​ແຜນຈະ​ທໍາ​ການໂຈມ​ຕີຮວມທັງປຸ້​ນຈີ້ ​
ເປົ້າ​ໝາຍ​ຫລາຍ​ແຫ່ງ​ໃນເກາະ.

ເຈົ້າ​ໜ້າ​ທີ່ກ່າວ​ອີກວ່າ ຜູ້​ຕ້ອງສົງ​ໃສ​ທັງ​ຫ້າ​ຄົນ​ນັ້ນ​ໄດ້​ເສຍ​ຊີວິດໄປ​ໃນແລງວັນ​ອາທິດ
ວານ​ນີ້ ​ໃນ​ກາ​ນຍິງ​ຕໍ່ສູ້ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ. ​ເຂົາ​ເຈົ້າ​ອະພິ​ບາຍ​ວ່າບ່ອນ​ເກີ​ດ​
ເຫດ​ນັ້ນແມ່ນ​ເປົ້າ​ໝາຍ​ຕາມ​ປົກກະຕິ ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະກ່າວອີກ​ວ່າ
ຕໍາຫລວດ​ໄດ້​ຍຶດອາ​ວຸດ​ປືນ​ສອງ​ກະບອກ ​ແລະ​ລູກ​ກະ​ສູນ​ຈໍາ​ນວນຫລາຍ​ສິບ​ລູກ.

ສື່ມວນ​ຊົນ​ລາຍ​ງານ​ວ່າ ບັນດາສະມາຊິກຂອງໜ່ວຍ Detachment 88 ຊຶ່ງ​ເປັນ
ໜ່ວຍຕໍ່ຕ້ານ​ການ​ກໍ່​ການ​ຮ້າຍຫົວ​ກະທິນັ້ນ ​ໄດ້​ປະກອບ​ສ່ວນ​ໃນ​ການ​ປາບ​ປາມຄັ້ງ​ນີ້.

ເຊື່ອກັນ​ວ່າ ຫ້າ​ຄົນ​ທີ່​ຖືກ​ຂ້າ​ຕາຍ​ນັ້ນ​ ມີ​ການ​ເຊື່ອມ​ໂຍງ​ກັບກຸ່​ມກໍ່​ການ​ຮ້າຍ​ຕ້ອງ​ສົງ​ໃສ
ກຸ່ມ​ນຶ່ງ ທີ່ຖືກກ່າວ​ຫາ​ວ່າ ​ໄດ້​ຂ້າ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຄົນ​ນຶ່ງ ​ໃນ​ລະຫວ່າງ​ການ​ປຸ້ນ​
ທະ​ນາຄາ​ນ​ແຫ່ງ​ນຶ່ງທີ່​ເມືອງ ມີ​ດານ ແຂວງຊູ​ມາຕຣາເໜືອ​ ໃນ​ທ້າຍ​ປີ 2010. ມີ​ລາຍ​
ງານ​ວ່າກຸ່​ມດັ່ງ​ກ່າວ​ພະພາຍາ​ມຊອກ​ຫາເງີ​ນ​ມາ​ເປັນ​ທຶນ​ດໍາ​ເນີນ​ກິດ​ຈະ​ການ​ຂ​ອງ
ພວກເຂົາ .

ການ​ປະຕິບັດ​ການ​ຄັ້ງ​ນີ້ແມ່ນຕິດຕາມ​ມາ ຫລັງ​ຈາກ​ການ​ເລີ້ມຕົ້ນດໍາ​ເນີນ​ຄະ​ດີ​ນາຍ
Umar Patek ​ເມື່ອ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນຊາວ​ມຸສລິ​ມ​ຫົວ​ຕໍ່ສູ້ ທີ່​ທາງ​ການ​ສົງ​ໃສ​ວ່າ ​
ເປັນ​ຜູ້​ສ້າງ​ລະເບີດ​ທີ່​ໃຊ້​ໃນ​ການ​ໂຈມ​ຕີຢູ່​ເກາະ​ບາ​ຫລີ ​ໃນປີ 2002 ​ທີ່ເຮັດ​ໃຫ້​ມີຜູ້​ເສຍ
ຊີວິດໄປ​ຫລາຍກວ່າ 200 ຄົນ ຊຶ່ງ​ສ່ວນ​ໃຫ່ຍ​ແມ່ນ​ບັນດານັກ​ທ່ອງ​ທ່ຽວຊາວອອສ
ເຕຣ​ເລຍ

XS
SM
MD
LG