ເຈົ້າໜ້າທີ່ອີນໂດເນເຊຍກ່າວວ່າ ຕໍາຫລວດທີ່ເກາະຕາກອາກາດບາຫລີ ໄດ້ສັງຫານ
ຜູ້ຕ້ອງສົງໃສເປັນພວກຫົວຕໍ່ສູ້ ຫ້າຄົນ ທີ່ວາງແຜນຈະທໍາການໂຈມຕີ ຮວມທັງປຸ້ນຈີ້
ເປົ້າໝາຍຫລາຍແຫ່ງໃນເກາະ.
ເຈົ້າໜ້າທີ່ກ່າວອີກວ່າ ຜູ້ຕ້ອງສົງໃສທັງຫ້າຄົນນັ້ນໄດ້ເສຍຊີວິດໄປໃນແລງວັນອາທິດ
ວານນີ້ ໃນການຍິງຕໍ່ສູ້ກັນກັບເຈົ້າໜ້າທີ່ຕໍາຫລວດ. ເຂົາເຈົ້າອະພິບາຍວ່າ ບ່ອນເກີດ
ເຫດນັ້ນແມ່ນເປົ້າໝາຍຕາມປົກກະຕິ ຂອງພວກກໍ່ການຮ້າຍ ແລະກ່າວອີກວ່າ
ຕໍາຫລວດໄດ້ຍຶດອາວຸດປືນສອງກະບອກ ແລະລູກກະສູນຈໍານວນຫລາຍສິບລູກ.
ສື່ມວນຊົນລາຍງານວ່າ ບັນດາສະມາຊິກຂອງໜ່ວຍ Detachment 88 ຊຶ່ງເປັນໜ່ວຍ
ຕໍ່ຕ້ານການກໍ່ການຮ້າຍຫົວກະທິນັ້ນ ໄດ້ປະກອບສ່ວນໃນການປາບປາມຄັ້ງນີ້.
ເຊື່ອກັນວ່າ ຫ້າຄົນທີ່ຖືກຂ້າຕາຍນັ້ນ ມີການເຊື່ອມໂຍງກັບກຸ່ມກໍ່ການຮ້າຍຕ້ອງສົງໃສ
ກຸ່ມນຶ່ງທີ່ຖືກກ່າວຫາວ່າ ໄດ້ຂ້າເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ ໃນລະຫວ່າງການປຸ້ນທະນາ
ຄານແຫ່ງນຶ່ງທີ່ເມືອງ ມີດານ ແຂວງຊູມາຕຣາເໜືອ ໃນທ້າຍປີ 2010. ມີລາຍງານວ່າ
ກຸ່ມດັ່ງກ່າວພະພາຍາມຊອກຫາເງີນມາເປັນທຶນດໍາເນີນກິດຈະການຂອງພວກເຂົາ .
ການປະຕິບັດການຄັ້ງນີ້ແມ່ນຕິດຕາມມາ ຫລັງຈາກການເລີ້ມຕົ້ນະດີຂອງ Umar Patek
ເມື່ອເດືອນແລ້ວນີ້ ຊຶ່ງເປັນຜູ້ສົງໃສກໍ່ການຮ້າຍອິສຣາມິກ ທີ່ສ້າງລະເບີດໄຊ້ໃນປີ 2002
ໂຈມຕີຢູ່ເກາະບາຫລີ ເຮັດໃຫ້ມີຜູ້ເສຍຊີວິດໄປກວ່າ 200 ຄົນ ຊຶ່ງສ່ວນໃຫ່ຍແມ່ນບັນດາ
ນັກທອງທ່ຽວ ອອສເຕຣຍ.