ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການຕຳຫຼວດ ອິນໂດເນເຊຍ ແລະ​ຄົນ​ອື່ນ​ອີກ​ ຖືກ​ປົດ​ຕຳ​ແໜ່ງ ຍ້ອນ​ໄພ​ຫາຍ​ຍະ​ນະຢູ່​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ


ແຟນ​ບານ​ຂອງ​ສະ​ໂມ​ສອນ Arema FC ພາ​ກັນ​ນົບ​ອະ​ທິ​ຖານ​ໃຫ້​ແກ່​ພວກ​ໄດ້​ຮັບ​ເຄາະ​ຮ້າຍຈາກ​ການ​ຢຽບ​ກັນ​ຕາຍ ຢູ່ນອກສະ​ໜາມ​ກິ​ລາ Kanjuruhan ໃນ​ເມືອງ Malang, ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ຈັນ 3 ຕຸ​ລາ, 2022.
ແຟນ​ບານ​ຂອງ​ສະ​ໂມ​ສອນ Arema FC ພາ​ກັນ​ນົບ​ອະ​ທິ​ຖານ​ໃຫ້​ແກ່​ພວກ​ໄດ້​ຮັບ​ເຄາະ​ຮ້າຍຈາກ​ການ​ຢຽບ​ກັນ​ຕາຍ ຢູ່ນອກສະ​ໜາມ​ກິ​ລາ Kanjuruhan ໃນ​ເມືອງ Malang, ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ຈັນ 3 ຕຸ​ລາ, 2022.

ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ບັນຊາ​ການ​ຕຳຫຼວດ​ອິນ​ໂດ​ເນ​ເຊຍ ​ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 9 ຄົນ ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ອີກ 18 ຄົນ​ກຳ​ລັງຖືກ​ສືບສວນ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ຍິງ​ແກັສນ້ຳຕາ​ ຢູ່​ໃນ​ສະໜາມ​ກິລາ​ເຕະບານ​ທີ່​ເຮັດ​ໃຫ້​ເກີດ​ການ​ຢຽບ​ກັນ​ຊຶ່ງ​ເປັນ​ເຫດ​ໃຫ້ ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 125 ຄົນ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ສະມາຊິກຂອງຄອບຄົວທີ່ໂສກເສົ້າທຸກ​ລະ​ທົມໃຈ ພະ​ຍາ​ຍາມ​ທີ່​ຈະ​ທໍ​າ​ໃຈ​ກ່ຽວ​ກັບການສູນເສຍຄົນທີ່ເຂົາເຈົ້າຮັກ, ລວມທັງເດັກນ້ອຍ 17 ຄົນ ຢູ່ໃນການແຂ່ງຂັນກິ​ລາທີ່ເມືອງມາ​ລັງໃນ​ແຂວງຈາ​ວາ​ຕາ​ເວັນ​ອອກ ທີ່ມີ​ແຕ່ແຟນບານ​ມາ​ຈາກ​ເມືອງ​ຂອງ​ທີມ ອາ​ເຣ​ມາ ເອັ​ຟ​ຊີ (Arema FC) ເທົ່າ​ນັ້ນທີ່​ເຂົ້າ​ໄປ. ຜູ້​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ຫ້າມບໍ່​ໃຫ້​ຜູ້​ສະ​ໜັບ​ສະ​ໜຸນ​ທີມເພີ​ເຊ​ບາ​ຢາ ຊູ​ຣາ​ບາ​ຢາ (Persebaya Surabaya) ທີ່​ເປັນ​ທີມ​ໄປ​ຈາກ​ບ່ອນ​ອື່ນນັ້ນ ​ເຂົ້າ​ໄປ ຍ້ອນ​ມີ​ປະ​ຫວັດ​ຂອງ​ການ​ໃຊ້​ຄວາມຮຸ​ນ​ແຮງລະ​ຫວ່າງ​ຄູ່​ແຂ່ງ​ຂັນເຕະບານຂອງ​ອິນ​ໂດ​ເນ​ເຊຍ.

ຊາຍ​ຄົນ​ນຶ່ງ​ໂຍນດອກ​ໄມ້ຢູ່ນອກ​ສະ​ໜາມ​ກິ​ລາ Kanjuruhan ບ່ອນ​ທີ່​ມີ​ການ​ຢຽບ​ກັນ​ຕາຍ​ທີ່​ເຮັດ​ໃຫ້ 100 ປາຍ​ຄົນ​ເສຍ​ຊີ​ວິດ​ໃນ​ວັນ​ເສົາ​ຜ່ານ​ມາໃນ​ເມືອງ Malang, ແຂວງ​ຈາ​ວາ​ຕາ​ເວັນ​ອອກ ໃນ​ອິນ​ໂດ​ເນ​ເຊຍ, ວັນ​ທີ 4 ຕຸ​ລາ, 2022
ຊາຍ​ຄົນ​ນຶ່ງ​ໂຍນດອກ​ໄມ້ຢູ່ນອກ​ສະ​ໜາມ​ກິ​ລາ Kanjuruhan ບ່ອນ​ທີ່​ມີ​ການ​ຢຽບ​ກັນ​ຕາຍ​ທີ່​ເຮັດ​ໃຫ້ 100 ປາຍ​ຄົນ​ເສຍ​ຊີ​ວິດ​ໃນ​ວັນ​ເສົາ​ຜ່ານ​ມາໃນ​ເມືອງ Malang, ແຂວງ​ຈາ​ວາ​ຕາ​ເວັນ​ອອກ ໃນ​ອິນ​ໂດ​ເນ​ເຊຍ, ວັນ​ທີ 4 ຕຸ​ລາ, 2022

ໄພຫາຍ​ຍະ​ນະໃນຄືນວັນເສົາຜ່ານ​ມາ ແມ່ນເຫດ​ການນຶ່ງໃນຈໍານວນເຫດ​ການທີ່​ມີຜູ້ເສຍຊີວິດຫລາຍທີ່ສຸດໃນການແຂ່ງຂັນກິລາ.

ບັນດາຜູ້ຫຼິ້ນກິລາ​ໃຫ້ແກ່ທີມອາ​ເຣ​ມາ ແລະເຈົ້າໜ້າທີ່ໄດ້ວາງພວງມາລາ ໃນວັນຈັນ ວານນີ້ ຢູ່ຕໍ່ໜ້າສະໜາມກິລາດັ່ງ​ກ່າວ.

ທ່ານຈາ​ວິ​ເອີ ໂຣ​ກາ (Javier Roca), ຫົວໜ້າຄູຝຶກກ່າວວ່າ "ພວກເຮົາມາທີ່ນີ້ໃນ​ນາມທີມເພື່ອຂໍການອະໄພຈາກຄອບຄົວ ທີ່ຖືກກະທົບຈາກໂສກນາດ​ຕະ​ກຳອັນນີ້, ຂໍ​ອະ​ໄພ​ຈາກຜູ້ທີ່ສູນເສຍຄົນທີ່ຕົນຮັກ ຫຼືຜູ້ທີ່ຍັງໄດ້ຮັບການປິ່ນປົວຢູ່ໃນໂຮງຫມໍຢູ່."

ໃນ​ຄືນ​ວັນ​ຈັນ​ວານ​ນີ້, ​ແຟນກິ​ລາບານ​ເຕະ​ປະມານ​ພັນ​ຄົນ ​ທີ່​ນຸ່ງ​ເສື້ອ​ສີ​ດຳ​ໄດ້​ພາກັນ​ໄຕ້​ທຽນ​ໄວ້​ອາ​ໄລ ຢູ່ທີ່​ສະໜາມ​ກິລາ​ເຕະບານ​ ໃນ​ເມືອງເບ​ກາ​ຊີ (Bekasi) ຊຶ່ງ​ຢູ່​ຕິດ​ກັບ​ເມືອງ​ຫລວງ​ຈາ​ກາ​ຕາ ​ເພື່ອ​ສູດ​ມົນ​ພາ​ວະ​ນາ ​ໃຫ້ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ຫາຍ​ຍະ​ນະອັນ​ນີ້.

ບັນດາຜູ້ເຫັນເຫດການກ່າວວ່າ ແຟນບານຂອງ​ທີມ​ອາ​ເຣ​ມາ (Arema) ປະ​ມານ 42,000 ຄົນ ໄດ້ແລ່ນເຂົ້າໄປໃນສະໜາມດ້ວຍຄວາມໂກດແຄ້ນ ໃນວັນເສົາຜ່ານ​ມາຫຼັງຈາກທີມນັ້ນ ໄດ້ພ່າຍແພ້ດ້ວຍ​ຄະ​ແນນ 3 ຕໍ່ 2, ເຊິ່ງເປັນການສູນເສຍຄັ້ງທຳອິດ ທີ່ມີ​ການ​ແຂ່ງ​ຂັນ​ຢູ່ຖິ່ນ​ຂອງ​ຕົນ ​ກັບ​ທີມເພີ​ເຊ​ບາ​ຢາ (Persebaya) ໃນຮອບ 23 ປີ. ບາງ​ຄົນ​ແກວ່ງແກ້ວ ​ແລະ​ວັດຖຸ​ອື່ນໆ​ ໃສ່​ຜູ້​ຫຼິ້ນກິ​ລາ​ແລະ​ເຈົ້າ​ໜ້າ​ທີ່ຄວບ​ຄຸມ​ການແຂ່ງ ​ຂັນ​. ຢ່າງ​ໜ້ອຍ​ລົດ​ຕຳ​ຫຼວດ 5 ຄັນ​ຖືກປີ້ນ ​ແລະ​ຖືກ​ຈູດຢູ່​ນອກ​ສະໜາມ​ກິລາ.

XS
SM
MD
LG