ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາກ​ຂອງ​ເຮືອ​ບິນ ອິນ​ໂດ​ເນ​ເຊຍ ຖືກ​ພົບ​ເຫັນ​ ຢູ່​ໃຕ້​ນ້ຳ


ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ໂດຍ​ສານ ກອດ​ກັນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລໍ​ຖ້າ​ຂ່າວ ກ່ຽວ​ກັບ ເຮືອ​ບິນ Lion Air ທີ່​ໄດ້​ຕົກ​ຢູ່ນອກ​ເກາະ ຈາ​ວາ ທີ່​ສະ​ໜາມ​ບິນ ເດ​ປາ​ຕີ ອາ​ເມຍ ໃນ​ເກາະ ປັງ​ກາ​ລ ປີ​ນັງ, ປະ​ເທດ ອິນ​ໂດ​ເນ​ເຊຍ. 29 ຕຸ​ລາ, 2018.
ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ໂດຍ​ສານ ກອດ​ກັນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລໍ​ຖ້າ​ຂ່າວ ກ່ຽວ​ກັບ ເຮືອ​ບິນ Lion Air ທີ່​ໄດ້​ຕົກ​ຢູ່ນອກ​ເກາະ ຈາ​ວາ ທີ່​ສະ​ໜາມ​ບິນ ເດ​ປາ​ຕີ ອາ​ເມຍ ໃນ​ເກາະ ປັງ​ກາ​ລ ປີ​ນັງ, ປະ​ເທດ ອິນ​ໂດ​ເນ​ເຊຍ. 29 ຕຸ​ລາ, 2018.

ຄະ​ນະ​ຄົ້ນ​ຫາ ແລະ ກອບ​ກູ້ ໄດ້​ພົບ​ຊາກ​ຂອງ​ເຮືອ​ບິນ​ອິນ​ໂດ​ເນ​ເຊຍ ທີ່​ໄດ້​ຕົກ​ລົງ​ໃນ
ທະເລ ຈາວາ ພຽງບໍ່ເທົ່າໃດນາທີ ຫຼັງຈາກໄດ້ບິນຂຶ້ນ ຈາກສະໜາມບິນ ຈາກາຕາ ໃນ
ຕອນເຊົ້າວັນຈັນທີ່ຜ່ານມາ.

ຜູ້​ບັນ​ຊາ​ການກອງ​ທັບ ທ່ານ ຮາ​ດີ ຈາ​ຈັນ​ໂຕ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ບັນ​ດາ​ເຈົ້າ​ໜ້າ
ທີ່ “ເຊື່ອຢ່າງໜັກແໜ້ນ” ວ່າ ເຂົາເຈົ້າໄດ້ພົບຈຸດ ທີ່ຖ້ຽວບິນ JT610 ຂອງສາຍການບິນ
ໄລອອນ ເຊິ່ງໄດ້ຫາຍໄປຈາກຈໍເຣດາ ຫຼັງຈາກໄດ້ບິນຂຶ້ນ ເພື່ອເດີນທາງໄປເກາະ
ບັງກາ-ເບລິຕຸງ ທີ່ຢູ່ໃກ້ຄຽງ. ເຈົ້າໜ້າທີ່ກອງທັບເຮືອ ທ່ານ ແຮຣິສ ໂຈໂກ ນູໂກຣໂຮ
ໄດ້ກ່າວຕໍ່ສະຖານີໂທລະພາບ ອິນໂດເນເຊຍ ວ່າວັດຖຸຍາວ 22 ແມັດ ໄດ້ຖືກພົບເຫັນ
ໄດ້ຕອນເດິກຂອງວັນອັງຄານວານນີ້. ທ່ານ ນູໂກຣໂຮ ໄດ້ກ່າວວ່າ ນັກດຳນ້ຳຈະຖືກສົ່ງ
ໄປສຳຫຼວດວັດຖຸດັ່ງກ່າວ ຫຼັງຈາກເຂົາເຈົ້າໄດ້ທຳການສະແກນໃຕ້ນ້ຳ ເພື່ອຫາຮູບທີ່ມີ
ລາຍລະອຽດກວ່າເກົ່າ.

ການ​ຊອກ​ຫາ​ຈຸດ​ຂອງ​ຊາກ​ເຮືອ​ບິນ ​ໄດ້​ຈະ​ເຮັດ​ໃຫ້​ກຸ່ມ​ນັກ​ຊ່ວຍ​ເຫຼືອ ຫຍັບໃກ້​ເຂົ້າອີກ​
ນຶ່ງບາດກ້າວ ໃນການກອບກູ້ກ່ອງບັນທຶກສຽງ ແລະ ບັນທຶກຂໍ້ມູນການບິນ ທີ່ຮູ້ຈັກກັນ
ວ່າ ກ່ອງດຳນັ້ນ, ເຊິ່ງມັນຈະໃຫ້ຂໍ້ມູນທີ່ສຳຄັນ ກ່ຽວກັບວ່າ ເປັນຫຍັງຄົນຂັບເຮືອບິນ
ຈຶ່ງຂໍບິນກັບຄືນສູ່ສະໜາມບິນ ບໍ່ດົນຫຼັງຈາກໄດ້ບິນຂຶ້ນ.

ຜູ້​ໂດຍ​ສານ​ທັງ​ໝົດ 189 ຄົນ ແລະ ກັບ​ພະ​ນັກ​ງານ​ເຮືອ​ບິນ​ໄດ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​
ເຫດດັ່ງກ່າວນັ້ນ. ບັນດານັກດຳນ້ຳທີ່ເຂົ້າຮ່ວມໃນການຄົ້ນຫາ ແລະ ກອບກູ້ດັ່ງກ່າວ
ໄດ້ພົບຊາກສົບຂອງມະນຸດຫຼາຍພໍ ທີ່ຈະເອົາໃສ່ຖົງສົບຫຼາຍເຖິງ 48 ຖົງ ຈາກສະຖານ
ທີ່ເກີດອຸບັດຕິເຫດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG