ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາກ​ສົບ​ຂອງ​ມະ​ນຸດ ຖືກ​ເກັບ​ກູ້​ ຂຶ້ນ​ມາ​ໄດ້ ຈາກ​​ເຮືອ​ບິນ​ໂດຍ​ສານ ອິນ​ໂດ​ເນ​ເຊຍ ຕົກ


ພວກ​ພະ​ນັກ​ງານ​ກູ້​ໄພ ຊອກ​ຫາ​ພວກຜູ້​ໂດຍ​ສານ​ ທີ່​ໄດ້​ຮັບເຄາະ​ຮ້າຍ ຂອງ​ ສາ​ການ​ບິນ Lion Air ຕົກ​ຢູ່​ໃນ​ທະ​ເລເຂດ ຢູ​ຈັງ ກາ​ຣາ​ວັງ​ ເກາະ​ຈາ​ວາ ຕາ​ເວັນ​ຕົກ ຂອງ​ອິນ​ໂດ​ເນ​ເຊຍ, ເມື່ອຈັນ ທີ 29 ຕຸ​ລາ 2018.
ພວກ​ພະ​ນັກ​ງານ​ກູ້​ໄພ ຊອກ​ຫາ​ພວກຜູ້​ໂດຍ​ສານ​ ທີ່​ໄດ້​ຮັບເຄາະ​ຮ້າຍ ຂອງ​ ສາ​ການ​ບິນ Lion Air ຕົກ​ຢູ່​ໃນ​ທະ​ເລເຂດ ຢູ​ຈັງ ກາ​ຣາ​ວັງ​ ເກາະ​ຈາ​ວາ ຕາ​ເວັນ​ຕົກ ຂອງ​ອິນ​ໂດ​ເນ​ເຊຍ, ເມື່ອຈັນ ທີ 29 ຕຸ​ລາ 2018.

ໜ່ວຍຊອກຄົ້ນຫາແລະກູ້ໄພ ໃນວັນອັງຄານມື້ນີ້ ສືບຕໍ່ພາລະກິດການເກັບກູ້ ຊາກສົບ
ຂອງຜູ້ໂດຍສານ ແລະຈຸບິນ ຈຳນວນ 189 ຄົນ ທີ່ເຊື່ອກັນວ່າ ໄດ້ເສຍຊີວິດ ໃນເວລາ
ເຮືືອບິນອາຍພົ່ນ ສາຍການບິນ Lion Air ຂອງພວກເຂົາເຈົ້າ ໄດ້ຕົກລົງສູ່ທະເລ ຫຼັງ
ຈາກທີ່ໄດ້ບິນຂຶ້ນຈາກ ນະຄອນຫຼວງ ຈາກກາຕາ ບໍ່ເທົ່າໃດນາທີ ໃນຕອນເຊົ້າ ຂອງ
ວັນຈັນວານນີ້.

ບັນດາເຈົ້າໜ້າທີ່ ໄດ້ກ່າວເມື່ອຕອນແລງວັນຈັນວານນີ້ວ່າ 24 ຖົງທີ່ບັນຈຸຊາກສົບ ຂອງ
ມະນຸດ ໄດ້ຖືກນຳສົ່ງໄປໂຮງໝໍ ເພື່ອລະບຸໂຕ. ເຄື່ອງຂອງຫຼາຍຮ້ອຍອັນ ກໍຍັງໄດ້ຖືກ
ເກັບກູ້ຂຶ້ນມາ ຈາກຈຸດທີ່ເຮືອບິນຕົກ ລວມມີປຶ້ມອ່ານ ກະເປົາ ຜູ້ຊາຍ ໂທລະສັບມືຖື
ຖົງເຄື່ອງຕ່າງໆນາໆ ແລະ ຊິ້ນສ່ວນໂຕຖັງນ້ຳມັນຂອງ ເຮືອບິນ. ລວມຢູ່ໃນພວກຜູ້
ເຄາະຮ້າຍ ກໍຍັງມີເດັກນ້ອຍຄົນນຶ່ງ ແລະ ເດັກທາ ລົກສອງຄົນ.

ນັກດຳນ້ຳ ປະມານ 40 ຄົນ ກຳລັງເຂົ້າຮ່ວມ ໃນການຊອກຄົ້ນຫາ ຊາກຖ້ຽວ ບິນ
JT610 ຂອງສາຍການບິນ Lion Air ຊຶ່ງໄດ້ຫາຍໄປ ຈາກຈໍເຣດາ 13 ນາທີ ຫຼັງຈາກ
ໄດ້ບິນຂຶ້ນ ເພື່ອມຸ້ງໜ້າໄປຍັງເມືອງຫຼວງ ເຂດບັງກາ-ບີລີຕັງ ​ຊຶ່ງ ເປັນຂົງເຂດ ອຸດສາ
ຫະກຳ ບໍ່ກົ່ວ. ເຮືອບິນລຳດັ່ງກ່າວ ແມ່ນເຊື່ອກັນວ່າ ຈົມຢູ່ ໃນທະເລ ຈາວາ ເລິກ
ປະມານ 30 ຫາ 35 ແມັດ. ທາງການຂອງອິນໂດເນເຊຍ ກ່າວວ່າ ພວກນັກບິນ ໄດ້ຂໍ
ຮ້ອງ ເພື່ອບິນກັບຄືນໄປຍັງສະໜາມບິນ ບໍ່ດົນກ່ອນ ທີ່ເຮືອບິນຈະຕົກ.

ພີ່​ນ້ອງ​ຄົນ​ນຶ່ງຂອງ​ພວກໂດຍ​ສານ​ ສູດ​ມົນ​ ໃນ​ຂະ​ນະ​ທີ່​ລາວ ແລະ ຄົນ​ອື່ນໆ​ລໍ​ຖ້າຟັງ​ຂ່າວ ກ່ຽວ​ກັບ ເຮືອ​ບິນ​ Lion Air ທີ່​ຕົກ​ຢູ່ນອກ​ເກາະ ຈາ​ວາ ຢູ່​ສະ​ໜາມ​ບິນ ເດ​ປາ​ຕີ ອາ​ເມຍ, ເມືອງ ປັງ​ກາ​ລ ປີ​ນັງ, ອິນ​ໂດ​ເນ​ເຊຍ. 29 ຕຸ​ລາ, 2018.
ພີ່​ນ້ອງ​ຄົນ​ນຶ່ງຂອງ​ພວກໂດຍ​ສານ​ ສູດ​ມົນ​ ໃນ​ຂະ​ນະ​ທີ່​ລາວ ແລະ ຄົນ​ອື່ນໆ​ລໍ​ຖ້າຟັງ​ຂ່າວ ກ່ຽວ​ກັບ ເຮືອ​ບິນ​ Lion Air ທີ່​ຕົກ​ຢູ່ນອກ​ເກາະ ຈາ​ວາ ຢູ່​ສະ​ໜາມ​ບິນ ເດ​ປາ​ຕີ ອາ​ເມຍ, ເມືອງ ປັງ​ກາ​ລ ປີ​ນັງ, ອິນ​ໂດ​ເນ​ເຊຍ. 29 ຕຸ​ລາ, 2018.


ອຸບັດຕິເຫດນີ້ ໄດ້ຖືກລາຍງານ ຄັ້ງທຳອິດ ທີ່ກ່ຽວພັນກັບເຮືອບິນ ໂບອິງ 737 ລຸ້ນ
MAX 8 ຊຶ່ງເປັນລຸ້ນໄດ້ຮັບການຍົກລະດັບ ທີ່ໄດ້ຂາຍດີຢ່າງກວ້າງຂວາງ ຊຶ່ງຖືວ່າ
ເປັນເຮືອບິນທີ່ປະຢັດນ້ຳມັນຫຼາຍ. ຫົວໜ້າສາຍການບິນ Lion Air ທ່ານ ແອດວາຣດ໌
ຊີເຣຕ ໄດ້ກ່າວບອກບັນດານັກຂ່າວວ່າ ເຮືອບິນລຳນີ້ ໄດ້ມີ ບັນຫາທາງດ້ານເຕັກນິກ
ໃນລະຫວ່າງການບິນ ຈາກເກາະຕາກ​ອາ​ກາດບາ​ຫລີ ໄປຍັງນະຄອນຫຼວງຈາກາຕາ
ໃນຄືນກ່ອນໜ້ານີ້ ແຕ່ບັນຫາດັ່ງກ່າວກໍໄດ້ຖືກແກ້ ໄຂແລ້ວ ອີງຕາມລະບຽບການ.
ເຮືອບິນລຳນີ້ ໄດ້ຖືກນຳໃຊ້ ມາເປັນເວລາພຽງ ສອງເດືອນເທົ່ານັ້ນ.

ການຕົກຂອງເຮືອບິນ ໃນວັນຈັນວານນີ້ ແມ່ນຮອຍດ່າງອີກອັນນຶ່ງ ໃນພາກທຸລະກິດ
ການບິນ ຂອງອິນໂດເນເຊຍ ທີ່ກຳລັງເຕີບໃຫຍ່ຂະຫຍາຍໂຕ ຊຶ່ງໄດ້ຮັບ ຊື່ສຽງອັນ
ຂີ້ຮ້າຍ ໃນການຄວບຄຸມດ້ານຄວາມປອດໄພ ນັ້ນ. ພວກສາຍການບິນ ຂອງ
ອິນໂດເນເຊຍ ເຄີຍຖືກຫ້າມບໍ່ໃຫ້ປະຕິບັດການບິນຢູ່ໃນສະຫະລັດ ແລະ ສະຫະພາບ
ຢູໂຣບ ໃນເມື່ອກ່ອນ.

Search and rescue crews Tuesday continued the grim task of recovering the bodies of the 189 passengers and crew believed to have perished when their Lion Air jetliner crashed into the sea minutes after taking off from Jakarta early Monday morning.

Officials said late Monday night that 24 body bags with human remains have been taken to a hospital for identification. Several hundreds of pieces of items have also been recovered from the crash site, including books, wallets, cellphones,bags and parts of the aircraft fuselage. Among the victims were one child and two babies.

About 40 divers are involved in the search for the wreckage of Lion Air Flight JT610, which vanished from radar screens 13 minutes after take off on a flight to the capital of the Bangka-Belitung tin mining region. The plane is believed to be about 30 to 35 meters deep in the waters of the Java Sea. Authorities say the pilots requested to return to the airport shortly before the crash.

The accident is the first reported that involves a Boeing 737 MAX 8, an updated, widely-sold aircraft that is more fuel-efficient. Lion Air chief Edward Sirait told reporters the aircraft suffered a technical problem during a flight from the resort island of Bali to Jakarta the night before, but was resolved according to procedure. The plane had only been in service for two months.

Monday's crash is another black mark on Indonesia's fast-growing aviation sector, which has acquired a reputation for poor safety oversight. The country's airlines have previously been banned from operating in the United States and European Union.

XS
SM
MD
LG