ເຮືອບິນຂອງສາຍການບິນ Lion Air ລຳນຶ່ງ ພ້ອມກັບຜູ້ໂດຍສານ 188 ຄົນ ແລະ ພະ
ນັກງານເຮືອບິນ ໄດ້ຕົກລົງໃນທະເລ ບໍ່ດົນຫຼັງຈາກໄດ້ບິນຂຶ້ນຈາກນະຄອນຫຼວງ
ຈາກາຕາ, ອີງຕາມການກ່າວຂອງອົງການໄພພິບັດຂອງ ອິນໂດເນເຊຍ.
ໂຄສົກຂອງອົງການດັ່ງກ່າວ ທ່ານ ຊູໂຕໂປ ເປີໂວ ນູໂກຣໂຮ ໄດ້ເອົາຮູບຂອງຊາກ
ເຮືອບິນລົງໃນ ທວິດເຕີ, ລວມມີ ໂທລະສັບມືຖືທີ່ຖືກອັດຫຍໍ້, ປື້ມ, ກະເປົາ ແລະ ຊິ້ນ
ສ່ວນລຳຕົວຂອງເຮືອບິນ ທີ່ຖືກເກັບມາໄດ້ ໂດຍເຮືອສຳຫຼວດ ແລະ ຊ່ວຍເຫຼືອ.
ທ່ານ ນູໂກຣໂຮ ກ່າວວ່າ ຖ້ຽວບິນດັ່ງກ່າວ ມີຜູ້ໂດຍສານ 181 ຄົນ, ລວມທັງເດັກນ້ອຍ
ຄົນນຶ່ງ ແລະ ເດັກທາຣົກສອງຄົນ, ແລະ ເຈົ້າໜ້າທີ່ການບິນ 7 ຄົນ.
ສາຍການບິນ Lion Air ຖ້ຽວບິນ JT610 ໄດ້ບິນອອກຈາກສະໜາມບິນ ໃນເວລາ
ປະມານ 6:20 ຕອນເຊົ້າຕາມເວລາໃນທ້ອງຖິ່ນ ແລະ ມີກຳນົດລົງຈອດໃນເມືອງຫຼວງ
ຂອງພາກພື້ນ ບັງກາ-ເບລີຕຸງ ເຊິ່ງເປັນບ່ອນຂຸດຄົ້ນຂີ້ກົ່ວ ໃນເວລາ 7:20 ຕອນເຊົ້າ,
ອີງຕາມເວັບໄຊ້ Flightradar 24.
ອຸບັດຕິເຫດດັ່ງກ່າວ ຖືກລາຍງານເປັນຄັ້ງທຳອິດ ທີ່ເປັນເຮືອບິນ ໂບອິງ 737 MAX,
ເປັນເຮືອບິນລຸ້ນໃໝ່, ແມ່ນເຮືອບິນທີ່ຖືກຂາຍຢ່າງກວ້າງຂວາງ ຍ້ອນມັນປະຢັດນໍ້
າມັນໄດ້ຫຼາຍ.
ບໍລິສັດທີ່ຜະລິດເຮືອບິນດັ່ງກ່າວເວົ້າໃນ ທວິດເຕີ ວ່າ ເຂົາເຈົ້າຮູ້ ກ່ຽວກັບ ອຸບັດຕິເຫດ
ແລະ ໄດ້ “ຕິດຕາມສະຖານະການດັ່ງກ່າວຢ່າງໃກ້ຊິດ.”