ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອຸບັດຕິເຫດ ເຮືອບິນຕົກ ໃນອິນໂດເນເຊຍ


ຜູ້ຄົນກຳລັງພາກັນເກັບເອົາຊິ້ນສ່ວນຕ່າງໆຂອງເຮືອບິນໂດຍສານ ທີ່ໄດ້ປະສົບອຸບັດຕິເຫດຕົກ ຢູ່ນອກແຄມຝັ່ງ ທະເລຂອງແຂວງປາປົວ (7 ພຶດສະພາ 2011)
ຜູ້ຄົນກຳລັງພາກັນເກັບເອົາຊິ້ນສ່ວນຕ່າງໆຂອງເຮືອບິນໂດຍສານ ທີ່ໄດ້ປະສົບອຸບັດຕິເຫດຕົກ ຢູ່ນອກແຄມຝັ່ງ ທະເລຂອງແຂວງປາປົວ (7 ພຶດສະພາ 2011)

ເຈົ້າໜ້າທີ່ການບິນອິນໂດເນເຊຍກ່າວວ່າ ເຮືອບິນໂດຍສານ
ລຳນຶ່ງ ທີ່ບັນທຸກຜູ້ໂດຍສານຢ່າງນ້ອຍ 25 ຄົນໄດ້ປະສົບອຸ
ບັດຕິເຫດຕົກໃສ່ທະເລ ໃນແຂວງປາປົວຕາເວັນຕົກ ຊຶ່ງຕັ້ງ
ຢູ່ທາງພາກຕາເວັນອອກຂອງປະເທດໃນວັນເສົາມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ໄດ້ມີການພົບເຫັນສົບ ພວກເສຍຊີວິດ
ແລ້ວ 15 ຄົນຈາກເຮືອບິນໂດຍສານຂອງບໍລິສັດລັດວິສາ
ຫະກິດອິນໂດເນເຊຍ Merpati ທີ່ໄດ້ບິນຂຶ້ນຈາກ ເມືອງ
Sorong ແລະມຸ່ງໜ້າໄປຍັງເມືອງ Kaimana.

ອົງການຂ່າວຝຣັ່ງລາຍງານວ່າ ສຳລັບສົບພວກເສຍຊີວິດ
ສ່ວນທີ່ຍັງເຫຼືອແມ່ນຕົກຄ້າງຢູ່ພາຍໃນຊາກຂອງເຮືອບິນ
ສອງໝາກປິ່ນທີ່ຕໍ່ໃສ່ເຄື່ອງອາຍພົ່ນຫຼື turboprop.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂດຍສານແມ່ນຮວມທັງທາລົກຄົນນຶ່ງແລະເດັກນ້ອຍອີກ 2 ຄົນ.

ເຈົ້າໜ້າທີ່ການບິນອິນໂດເນເຊຍເວົ້າວ່າ ສະພາບອາກາດປັ່ນປ່ວນອາດເປັນສາເຫດພາໃຫ້
ເຮືອບິນຕົກ.

ໝູ່ເກາະໝູ່ດອນທີ່ກວ້າງໃຫຍ່ຂອງອິນໂດເນເຊຍ ແມ່ນກາງຕໍ່ຢ່າງໜັກ ໃສ່ການຂົນສົ່ງທາງ
ອາກາດແລະອິນໂດເນເຊຍເປັນນຶ່ງໃນເອເຊຍທີ່ມີປະວັດຂີ້ຮ້າຍຫຼາຍກ່ຽວກັບຄວາມປອດໄພ
ໃນການເດີນທາງໆອາກາດ.

XS
SM
MD
LG