ປະທານາທິບໍດີໂອບາມາ ເລີ້ມຄຳປາໄສຂອງທ່ານທີ່ມະ
ຫາວິທະຍາໄລອິນໂດເນເຊຍໃນມື້ວັນພຸດແລ້ວໂດຍໄດ້
ສະທ້ອນໃຫ້ເຫັນ ເຖິງປະສົບພະການ ໃນການດຳລົງຊີ
ວິດຂອງທ່ານຢູ່ທີ່ອິນໂດເນເຊຍຊຶ່ງເປັນປະເທດທີ່ນັບຖື
ສາສະໜາອິສລາມທີ່ໃຫຍ່ທີ່ສຸດໃນໂລກ ຂະນະທີ່ທ່ານ
ຍັງເປັນເດັກຢູ່ນັ້ນ.
"ຂ້າພະເຈົ້າຂໍເລີ່ມດ້ວຍຕົ້ນຖ້ອຍຄໍາງ່າຍໆອັນນຶ່ງ
ວ່າ ອິນໂດເນເຊຍແມ່ນ ເປັນພາກສ່ວນນຶ່ງຂອງ
ຂ້າພະເຈົ້າ. ຄືເທື່ອທໍາອິດທີ່ຂ້າພະເຈົ້າເຂົ້າມາຢູ່
ໃນປະເທດນີ້ແມ່ນເວລາທີ່ແມ່ຂອງຂ້າພະເຈົ້າໄດ້
ແຕ່ງງານກັບຊາຍ ຊາວອິນໂດເນເຊຍຄົນນຶ່ງ ຊື່ Lolo Soetoro ຕອນທີ່ເປັນ
ເດັກນ້ອຍຄົນນຶ່ງນັ້ນຂ້າພະເຈົ້າໄດ້ກ້າວເຂົ້າໄປຢູ່ໃນໂລກທີ່ແຕກຕ່າງກັນໂລກ
ນຶ່ງ ແຕ່ໃນເວລາອັນໄວນັ້ນ ປະຊາຊົນອິນໂດເນເຊຍ ກໍເຮັດໃຫ້ຂ້າພະເຈົ້າ ມີ
ຄວາມຮູ້ສຶກເປັນກັນເອງເໝືອນວ່າຢູ່ກັບບ້ານຕົນ."
ໃນການຖະແຫຼງຕໍ່ພວກນັກສຶກສາຈຳນວນຫຼາຍພັນຄົນນັ້ນ ປະທານາທິບໍດີໂອບາມາ ໄດ້ ກ່າວຊົມເຊີຍການປ່ຽນແປງໄປສູ່ປະຊາທິປະໄຕຂອງອິນໂດເນເຊຍ ໃນຮອບນຶ່ງທົດສະວັດ
ຜ່ານມາ ແລະຮຽກຮ້ອງໃຫ້ມີການປະຕິຮູບເພີ່ມຕື່ມ ເພື່ອປາບປາມການສໍ້ລາດບັງຫຼວງຢູ່
ໃນປະເທດດັ່ງກ່າວ.ທ່ານໂອບາມາ ຍັງໄດ້ໃຊ້ຄຳໄສທີ່ສຳຄັນເທື່ອທີ 2 ຂອງທ່ານຢູ່ປະເທດ
ທີ່ຄົນ ສ່ວນໃຫຍ່ນັບຖືສາສະໜາອິສລາມ ເພື່ອໃຫ້ການອະທິບາຍເພີ້ມຕື່ມ ໃນ 3 ຂົງເຂດ
ວຽກງານທີ່ຕ່າງກໍຈະໃຫ້ຜົນປະໂຫຍດແກ່ປະເທດທັງສອງ ນັ້ນກໍຄືການພັດທະນາ ປະຊາ
ທິປະໄຕແລະສາສະໜາ.
ທ່ານໄດ້ກ່າວກ່ຽວກັບວ່າເສດຖະກິດຂອງໂລກມີຄວາມເຊື່ອມໂຍງກັນແນວໃດ ແລະການມີ
ບົດບາດເພີ່ມຂຶ້ນຂອງບັນດາປະເທດເສດຖະກິດພຸ່ງພົ້ນໃໝ່ ເຊັ່ນ ອິນໂດເນເຊຍ ກຳລັງດຳ
ເນີນຢູ່ໃນເວລານີ້ ໃນກຸ່ມຈີ 20 ຫຼື 20 ປະເທດທີ່ມີເສດຖະກິດໃຫຍ່ສຸດໃນໂລກ. ນອກນັ້ນ
ທ່ານຍັງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມ ທະວີການຮ່ວມມື ໃນການຮັບມືກັບການປ່ຽນແປງ
ຂອງດິນຟ້າອາກາດ ແລະໃຫ້ຄຳໝັ້ນສັນຍາວ່າ ຈະເພີ້ມຈຳນວນນັກສຶກສາແລກປ່ຽນ ລະ
ຫວ່າງສະຫະລັດກັບອິນໂດເນເຊຍຂຶ້ນເປັນສອງເທົ່າ. ຂະນະທີ່ໃຫ້ເຫດຜົນວ່າປະຊາທິປະ
ໄຕ ແລະຄວາມກ້າວໜ້າທາງດ້ານເສດຖະກິດມີຄວາມເຊື່ອມໂຍງກັນນັ້ນ ອີກຄັ້ງນຶ່ງປະທາ
ນາທິບໍດີໂອບາມາໄດ້ປະນາມການ ເລືອກຕັ້ງ ເມື່ອໄວໆມານີ້ຂອງມຽນມາ ຊຶ່ງບັນດາກຸ່ມ
ຝ່າຍຄ້ານກ່າວວ່າ ເຕັມໄປ ດ້ວຍການສໍ້ໂກງຄະແນນສຽງແລະການຂົ່ມຂູ່ພວກມີສິດປ່ອນ
ບັດນັ້ນ.
ທ່ານໄດ້ກ່າວປ້ອງກັນການດຳເນີນຄວາມພະຍາຍາມຂອງທ່ານເພື່ອປັບປຸງຄວາມ ສຳພັນ
ກັບປະຊາຄົມມຸສລິມຢູ່ໃນທົ່ວໂລກໂດຍໄດ້ດຳເນີນງານເພື່ອເຮັດໃຫ້ສົງ ຄາມຢູ່ໃນອີຣັກສິ້ນ
ສຸດລົງ ສ້າງຄວາມທຸ່ນທ່ຽງໃຫ້ແກ່ສະຖານະການໃນອັຟການິສຖານ ດຳເນີນການສ້າງສັນ
ຕິພາບລະຫວ່າງອິສຣາແອລແລະປາແລສໄຕນ໌. ແຕ່ທ່ານກໍຮັບຮູ້ວ່າ ຍັງຈຳເປັນຕ້ອງໄດ້ດຳ
ເນີນການຕື່ມອີກຫຼາຍໆຢ່າງ ແລະ ການກໍ່ຄວາມວຸ້ນວາຍຂອງຫົວຮຸນແຮງຈັດຕ້ອງໄດ້ຮັບ
ການປະລາໄຊ.
"ຂ້າພະເຈົ້າໄດ້ຊີ້ແຈງໃຫ້ເປັນທີ່ແຈ້ງຂາວແລ້ວວ່າອາເມລິການັ້ນບໍ່ເຄີຍແລະ
ຈະບໍ່ເຮັດສົງຄາມກັບສາສະໜາອິສລາມ. ແຕ່ແທນທີ່ຈະກະທໍາສິ່ງນັ້ນ ພວກ
ເຮົາທັງໝົດຈົ່ງພາກັນປາບປາມເອົາຊະນະກຸ່ມອາລຄາອີດາ ແລະເຄືອຂ່າຍ
ຂອງເຂົານັ້ນໃຫ້ໄດ້ ຄືພວກເຂົາຈະອ້າງເອົາບໍ່ໄດ້ວ່າຕົນ ເປັນຜູ້ນໍາຂອງກຸ່ມ
ສາສະໜາໃດນຶ່ງ ແນ່ນອນບໍ່ແມ່ນສາສະໜາອັນຍິ່ງໃຫຍ່ໃນໂລກ ເໝືອນດັ່ງ
ສາດສະໜາອີສລາມນັ້ນ."
ໃນຕອນເຊົ້າຂອງມື້ດຽວກັນນີ້ ປະທານາທິບໍດີໂອບາມາແລະພັນລະຍາຂອງທ່ານ ທ່ານ
ນາງ Mitchell ໄດ້ໄປຢ້ຽມວັດ Istaglal ຂອງສາສະໜາອິສລາມ ໃນນະຄອນຫຼວງຈາ
ກາຕ້າ ທີ່ຕັ້ງຢູ່ຕໍ່ໜ້າໂບດຂອງສາສະໜາຄຣິສຕ໌. ທ່ານໂອບາມາເວົ້າວ່າ ສະຫະລັດແລະ
ອິນໂດເນເຊຍ ມີຄວາມເຊື່ອມໂຍງກັນດ້ວຍປະເພນີກ່ຽວກັບການອະນຸໂລມຜ່ອນຜັນທີ່
ມີມາເປັນເວລາຊ້ານານ. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ.
"ເລຶ່ອງນຶ່ງທີ່ຂຽນໄວ້ຢູ່ໃນຄໍາຂວັນຂອງປະເທດຊາດເຮົາ ເຊັ່ນຄໍາທີ່ວາ E
pluribus unum ໝາຍຄວາມວ່າ ຈາກຫລາຍອັນ ໃຫ້ ເປັນອັນນຶ່ງດຽວ.
ແລະຄໍາວ່າ Bhineka Tunggal ika ຄວາມສາມະຄີ ຫລືຄວາມເປັນນໍ້າ ນຶ່ງໃຈດຽວກັນໃນຄວາມຫລາກຫລາຍ. ພວກເຮົາເປັນສອງປະເທດ ທີ່ ເດີນທາງໄປໃນເສັ້ນທາງທີ່ແຕກຕ່າງກັນແຕ່ນັ້ນປະເທດຊາດຂອງພວກ ເຮົາກໍສະແດງໃຫ້ເຫັນວ່າປະຊາຊົນຫລາຍ ຮ້ອຍລ້ານຄົນທີ່ມີຄວາມເຊື່ອ
ຖືທີ່ແຕກຕ່າງກັນນັ້ນ ສາມາດໂຮມເຂົ້າເປັນອັນນຶ່ງອັນດຽວກັນ ໃນເສລີ ພາບຢູ່ພາຍໃຕ້ທຸງຜືນດຽວກັນໄດ້."
ລຸນຫຼັງທີ່ໄດ້ກ່າວຄຳປາໄສແລ້ວ ພວກຜູ້ຊົມຈຳນວນນຶ່ງກໍພາກັນຫຸ້ມໄປເບິ່ງຂະບວນ ລົດຂອງປະທານາທິບໍດີໂອບາມາທີ່ແລ່ນຜ່ານໄປ. ນາຍ Deden Subagya ໄດ້ລາ
ພັກການນຶ່ງມື້ ເພື່ອບາງທີອາດຈະມີໂອກາດໄດ້ເຫັນປະ ທານາທິບໍດີຂອງສະຫະລັດ.
// ສຽງ //
ນາຍ Subagya ເວົ້າວ່າລາວຢາກຈະຈັບມືຫລືຢ່າງນ້ອຍກໍໄດ້ໂບກມືໃຫ້ແກ່ຂະບວນ
ຂອງປະທານາທິບໍດີໂອບາມາ. ການເດີນທາງໄປຢ້ຽມຢາມອິນໂດເນເຊຍຂອງປະທາ
ນາທິບໍດີໂອບາມາ ໄດ້ຖືກຕັດໃຫ້ສັ້ນລົງ ຍ້ອນຢ້ານເຝື້ອຂີ້ເຖົ່າພູໄຟ Merapi ທີ່ພວມ
ລະເບີດຢູ່ໃນເຂດພາກກາງຂອງເກາະ Java ທີ່ອາດເປັນອັນຕະລາຍ ຕໍ່ເຮືອບິນຂອງ
ປະທານາທິບໍດີ. ຫຼັງຈາກນັ້ນທ່ານໄດ້ເດີນທາງຕໍ່ໄປຍັງກຸງໂຊລເພື່ອເຂົ້າຮ່ວມກອງປະ ຊຸມສຸດຍອດເສດຖະກິດຂອງກຸ່ມຈີ 20 ທີ່ນັ້ນ.