ໃນວັນເສົາວານນີ້ ອິນໂດເນເຊຍ ໄດ້ແຈ້ງໃຫ້ ນັກໂທດຄ້າຢາ
ເສບຕິດ ຊາວຕ່າງດ້າວ ທີ່ລໍຖ້າປະຫານຊີວິດ ຢ່າງໜ້ອຍ 7 ຄົນ
ຊາບຢ່າງເປັນທາງການວ່າ ພວກເຂົາເຈົ້າຈະຖືກລົງໂທດປະຫານ
ຊີວິດ ຊຶ່ງໄດ້ກະຕຸ້ນໃຫ້ມີການຮ້ອງຂໍຊີວິດ ຂອງພວກເຂົາເຈົ້າໄວ້
ໂດຍທັນທີ ຈາກຫົວໜ້າອົງການສະຫະປະຊາຊາດ.
ທະນາຍຄວາມຂອງນັກໂທດຊາວຕ່າງປະເທດຄົນນຶ່ງ ກ່າວວ່າ
ພວກຕົນໄດ້ຮັບໜັງສືແຈ້ງການ ປະຫານຊີວິດ ລ່ວງໜ້າ 72
ຊົ່ວໂມງ ຕາມທີ່ ກຳນົດໃຫ້ ໂດຍກົດໝາຍອິນໂດເນເຊຍ.
ມີພວກນັກໂທດຄ້າຢາເສບຕິດ 10 ຄົນ ໃນນັ້ນແມ່ນມີ ຊາວ
ຕ່າງປະເທດ 9 ຄົນ ແລະ ຄົນອິນໂດເນເຊຍຜູ້ນຶ່ງ.
ນັກໂທດສັນຊາດຝຣັ່ງຜູ້ນຶ່ງ ໄດ້ຮັບການບັນເທົາໂທດ ປະຫານຊີວິດ ຊົ່ວຄາວ ຫຼັງຈາກທີ່
Paris ໄດ້ເພີ້ມທະວີການກົດດັນຕໍ່ Jakarta.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ຂໍຮ້ອງອິນໂດເນເຊຍ ໃຫ້ “ຍັບຍັ້ງຈາກການປະຫານຊີວິດ” ແລະ ຮຽກຮ້ອງເຖິງປະທານາທິບໍດີ Joko Widodo ໃຫ້ພິຈາລະນາງົດ ການລົງໂທດປະຫານຊີວິດໄວ້ຊົ່ວຄາວ.
ລວມຢູ່ໃນບັນດາຜູ້ກະທຳຄວາມຜິດຖານຄ້າຢາເສບຕິດ ແມ່ນມີຊາວ ອອສເຕຣເລຍ ບຣາຊີລ ຝຣັ່ງ ແລະ ໄນຈີເຣຍ. ການເອົາທ່າທີ ແບບແຂງກະດ້າງ ຂອງອິນໂດເນເຊຍ ກ່ຽວກັບໂທດປະຫານຊີວິດ ທີ່ບັງຄັບໂດຍກົດໝາຍ ສຳຫລັບພວກຄ້າຢາເສບຕິດນັ້ນ ໄດ້ເຮັດໃຫ້ສາຍສຳພັນ ກັບບັນດາປະເທດເຫຼົ່ານັ້ນ ເຄັ່ງຕຶງ.