ອິນໂດເນເຊຍໄດ້ເປັ່ງຄຳປະກາດອອກມາຢ່າງຖ້ວມລົ້ນ ກ່ຽວກັບການຍົກຍ້າຍນະຄອນຫລວງຂອງຕົນອອກຈາກຈາກາຕາໄປ ໂດຍໃຊ້ເງິນທຶນທີ່ອາດຈະຮອດ 40 ຕື້ໂດລາ ທີ່ມາຈາກນັກລົງທຶນດ້ານເທັກໂນໂລຈີທີ່ໃຫຍ່ທີ່ສຸດຂອງໂລກ ໃຫ້ແກ່ຄະນະກຳມະການໃໝ່ ທີ່ລວມມີອະດີດນາຍົກລັດຖະມົນຕີອັງກິດ ທ່ານ ໂທນີ ແບລ. ການປະກາດໃນອາທິດແລ້ວນີ້ ແມ່ນມີຈຸດປະສົງໃຫ້ການຮັບປະກັນ ໃຫ້ຄົນມີຄວາມໝັ້ນໃຈຕໍ່ການຍົກຍ້າຍທີ່ມີລາຄາແພງ ໃນຂະນະທີ່ອິນໂດເນເຊຍເຮັດໃຫ້ການລົງທຶນຕ່າງປະເທດກາຍເປັນບູລິມະສິດອັນນຶ່ງຄືນມາອີກ. ແຕ່ວ່າ ຄົນກຸ່ມນຶ່ງທີ່ບໍ່ຮູ້ສຶກມີຄວາມໝັ້ນໃຈເລີຍ ກໍຄືພວກອະນຸລັກສິ່ງແວດລ້ອມ.
ພວກເຂົາເຈົ້າເວົ້າວ່າ ການແກ້ໄຂບັນຫາດັ່ງກ່າວ ຈະບໍ່ມີຫຍັງດີໄປກວ່າບັນຫາທີ່ມີຢູ່ນີ້. ປະເທດທີ່ມີພົນລະເມືອງຫລາຍອັນດັບ 4 ຂອງໂລກ ແຫ່ງນັ້ນ ກຳລັງຈະຍ້າຍນະຄອນຫລວງ ຍ້ອນມີການປ່ຽນແປງຂອງດິນຟ້າອາກາດ.
ຈາກາຕາເປັນນະຄອນທີ່ໃຫຍ່ຫລວງ ເຕັມໄປດ້ວຍມົນລະພິດ ທີ່ຈົມຢູ່ໃຕ້ການກົດດັນຂອງການສູບນ້ຳຂຶ້ນ. ແຕ່ວ່າ ສະຖານທີ່ໃໝ່ທີ່ຈະໄປຢູ່ໃນເກາະ ບໍແນວ ຊຶ່ງເປັນເກາະທີ່ໃຫຍ່ທີ່ສຸດຂອງຂົງເຂດເອເຊຍ ທີ່ສະພາບແວດລ້ອມໄດ້ຖືກທຳລາຍໂດຍການຂຸດບໍ່ແຮ່, ການເຮັດນິຄົມ, ນ້ຳມັນເຟືອດຊຶມອອກມາ ແລະຈູດປ່າເພື່ອບຸກເບີກທີ່ດິນໄປປູກຕົ້ນປາມເພື່ອເຮັດນ້ຳມັນ. ພວກອະນຸລັກສິ່ງແວດລ້ອມ ເປັນຫ່ວງວ່າ ບັນຫານີ້ມີແຕ່ຈະຮ້າຍແຮງຂຶ້ນ ເມື່ອຄົນຫລາຍລ້ານໄດ້ໄປຢູ່ໃນ ຄາລິແມນຕານ, ຊຶ່ງເປັນພາກສ່ວນນຶ່ງຂອງເກາະອິໂດເນເຊຍ ທີ່ຢູ່ຮ່ວມກັບມາເລເຊຍ ແລະບຣູໄນນັ້ນ.