ພູໄຟ ເມຣາປີ ຂອງອິນໂດເນເຊຍ ໄດ້ລະເບີດຂຶ້ນ ໃນວັນອັງຄານມື້ນີ້ ໂດຍໄດ້ສົ່ງຄວັນຂີ້ເຖົ່າຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າ ເໜືອເກາະຈາວາ ແລະໄດ້ປິດສະໜາມບິນທີ່ຢູ່ໃກ້ຄຽງນັ້ນ.
ອົງການພູໄປຂອງປະເທດ ໄດ້ອອກແຈ້ງເຕື່ອນ ໃຫ້ພົນລະເມືອງທັງຫຼາຍ ຢູ່ຫ່າງໄກຈາກເຂດສະເພາ ໃນບໍລິເວດອ້ອມແອ້ມພູໄຟ ເມຣາປີ ອອກໄປ 3.5 ກິໂລແມັດ.
ຂວັນຂີ້ເຖົ່າຂະໜາດໃຫຍ່ດັ່ງກ່າວທີ່ເກີດຂຶ້ນຍ້ອນການລະເບີດນັ້ນ ໄດ້ສົ່ງຄວັນຂີເຖົ່າຂຶ້ນສູ່ທ້ອງຟ້າສູງເຖິງ 6,000 ແມັດ ຊຶ່ງມັນໄດ້ກົດດັນໃຫ້ບັນດາເຈົ້າໜ້າທີ່ ຈຶ່ງຕ້ອງໄດ້ປິດສະໜາມບິນສາກົນຂອງເມືອງ ໂຊໂລ ໄວ້ເປັນການຊົ່ວຄາວ.
ພູໄຟດັ່ງກ່າວ ເປັນພູໄຟຂອງອິນໂດເນເສຍ ທີ່ຍັງບໍ່ທັນດັບແລະມີຂວັນອອກມາຢູ່ເລື້ອຍໆ. ເຫດການໃນວັນອັງຄານມື້ນີ້ ເປັນການລະເບີດຄັ້ງໃຫຍ່ເທື່ອທຳອິດຂອງພູໄຟ ເມຣາປີ ນັບຕັ້ງແຕ່ປີ 2010 ມາ ເມື່ອມັນໄດ້ເອົາຊີວິດພົນລະເມືອງ ຫຼາຍກວ່າ 350 ຄົນ. ພວກໝູ່ເກາະແຫ່ງນີ້ ຕັ້ງຢູ່ໃນອັນທີ່ເອີ້ນວ່າ “ວັງແຫວນຂອງໄຟ ຫຼື Ring of Fire” ຊຶ່ງເປັນເສັ້ນຮອຍແຕກແຫງທາງດ້ານທໍລະນີວິທະຍາຫຼາຍໆຈຸດ ຢູ່ໃນມະຫາສະໝຸດ ປາຊີຟິກ ທີ່ເຮັດໃຫ້ພວກເກາະທັງຫຼາຍ ມັກຈະເກີດເຫດການແຜ່ນດິນໄຫວ ແລະການລະເບີດຂອງພູໄຟ.