ການປະຕິບັດງານຊອກຄົ້ນຫາເຮືອບິນຂອງສາຍການບິນ
AirAsiaທີ່ຫາຍໄປ ຢູ່ໃນເຂດທະເລ ຈາວາ ພ້ອມກັບຜູ້ໂດຍ
ສານ 162 ຄົນ ໄດ້ຖືກໂຈະໄວ້ ໃນຄືນນີ້ ແລະມີກຳນົດຈະເລີ້ມ
ຄືນໃໝ່ ໃນເຊົ້າມືດວັນຈັນມືອື່ນ.
ຖ້ຽວບິນດັ່ງກ່າວຂອງ ສາຍການບິນລາຄາຖືກ AirAsia ໄດ້
ບິນອອກຈາກເມືອງສຸຣາໄບຢາຂອງອິນໂດເນເຊຍ ແລະມຸ້ງໜ້າ
ໄປຍັງສິງກະໂປ ເວລາມັນຫາຍໄປຈາກຈໍເຣດາ ໃນເວລາ 6:12
ເຊົ້າວັນອາທິດມື້ນີ້ ຕາມເວລາໃນທ້ອງຖິ່ນ ໂດຍຫາກໍບິນຂຶ້ນ
ຈາກເດີ່ນໄດ້ພຽງ 42 ນາທີ ຄືປະມານເຄິ່ງທາງໄປຍັງຈຸດໝາຍ
ປາຍທາງ. ເຈົ້າໜ້າທີ່ກ່າວວ່າ ກ່ອນ ຫາຍໄປນັ້ນ ນັກບິນໄດ້ຕິດ
ຕໍ່ໄປຍັງຫໍຄວບຄຸມການບິນ ຂໍອະນຸຍາດບິນຂຶ້ນສູ່ລະດັບສູງຂຶ້ນໄປອີກ ປະມານ 1800 ແມັດ ເພື່ອຫລີກເວັ້ນອາກາດປັ່ນປ່ວນ.
ຄຳຖະແຫລງສະບັບໜຶ່ງຂອງສາຍການບິນເວົ້າວ່າ ເຮືອບິນ Airbus ລຸ້ນ A320-200
ລຳນັ້ນ ມີຜູ້ໂດຍສານຊາວອິນໂດເນເຊຍ 149 ຄົນ ພ້ອມທັງຜູ້ໂດຍສານຊາວເກົາຫລີໃຕ້
3 ຄົນ ຊາວສິງກະໂປຄົນໜຶ່ງ ມາເລເຊຍຄົນໜຶ່ງ ແລະຊາວອັງກິດຄົນໜຶ່ງ. ສ່ວນຈຸບິນ
ແມ່ນປະກອບດ້ວຍ ຊາວອິນໂດເນເຊຍ 6 ຄົນ ແລະຄູ່ນັກບິນເເມ່ນຊາງວຝຣັ່ງ. ເຈົ້າໜ້າທີ່
ອິນໂດເນເຊຍກ່າວວ່າການປະຕິບັດງານຊອກຫາແລະກູ້ໄພ ກຳລັງດຳເນີນໄປ ຢູ່ໃນເຂດ
ທະເລຈາວາ.
ທ່ານ Ignasius Jonan ລັດຖະມົນຂົນສົ່ງອິນໂດເນເຊຍ ກ່າວວ່າ “ທະຫານ ແລະ
ທີມກູ້ໄພ ພ້ອມກັບອົງການຊອກຄົ້ນແລະຊ່ອຍກູ້ໄພຂອງສິງກະໂປ ຫຼື SAR
ໄດ້ເລີ້ມດຳເນີນການຊອກຄົ້ນແລ້ວ. ພວກເຮົາໄດ້ແຈ້ງໄປຍັງພວກກຳປັ່ນ
ແລະເຮືອທຸກລຳໃນຂົງເຂດ ໃຫ້ສົ່ງຂ່າວຂໍ້ມູນໃດໆກໍຕາມທີ່ເຂົາເຈົ້າມີ ກ່ຽວ
ກັບເຮືອບິນລຳນີ້ ແລະຂໍຮ້ອງໃຫ້ພວກເຂົາເຈົ້າກະກຽມເພື່ອໃຫ້ການຊ່ອຍ
ເຫຼືອໃດໆທີ່ຕ້ອງການນັ້ນ.”
ເຮືອບິນລຳນີ້ ແມ່ນດຳເນີນການໂດຍສາຍການບິນ AirAsia ປະຈຳ Indonesia ຊຶ່ງ
ເປັນສາຂານຶ່ງຂອງສາຍການບິນ AirAsia ທີ່ມີສຳນັກງານໃຫຍ່ ຕັ້ງຢູ່ໃນມາເລເຊຍ.