ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຈະເປັນເຈົ້າພາບ ຈັດປະກວດ ນາງງາມໂລກ


ພວກນາງງາມ ທີ່ຈະເຂົ້າຮ່ວມການປະກວດ Miss World ພວມອອກມາ ຈາກສູນປະຊຸມບາຫລີ ຫຼັງຈາກການຝຶກຊ້ອມ (16 ກັນຍາ 2013)
ພວກນາງງາມ ທີ່ຈະເຂົ້າຮ່ວມການປະກວດ Miss World ພວມອອກມາ ຈາກສູນປະຊຸມບາຫລີ ຫຼັງຈາກການຝຶກຊ້ອມ (16 ກັນຍາ 2013)
ພວກນາງງາມຈາກທົ່ວໂລກ ຈະພາກັນຍ່າງລຸໆລ້າຍໆ ເມື່ອໄປ
ເຖິງສະໜາມບິນບາຫລີ ປະເທດອິນໂດເນເຊຍ ໃນວັນເສົາມື້ນີ້ ເຖິງແມ່ນໄດ້ມີການປະທ້ວງ ແລະການເຕືອນຈາກສະຖານທູດ
ຕ່າງໆມາໄດ້ຫລາຍອາທິດແລ້ວກໍຕາມ ທີ່ວ່າພວກຫົວຮຸນແຮງ
ອາດຈະທຳການໂຈມຕີ ການປະກວດ ນາງງາມ Miss World
ນັ້ນ.

ການປະກວດໃນປີນີ້ ມີກຳນົດຈະຈັດຂຶ້ນທີ່ນະຄອນຫຼວງຈາກາ
ຕ້າຂອງອິນໂດເນເຊຍແຕ່ໄດ້ຖືກຍ້າຍໄປຍັງເກາະຕາກອາກາດ
ບາຫລີ ຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາຮິນດູທ່າມກາງ ທີ່ມີຄວາມວິຕົກກັງວົນທາງດ້ານຄວາມປອດໄພ.

ພວກມຸສລິມຫົວຮຸນແຮງ ໄດ້ທຳການປະທ້ວງຕໍ່ສະຖານທີ່ຈັດການປະກວດນາງງາມໃນປີນີ້ ຢູ່ອິນໂດເນເຊຍ ຊຶ່ງເປັນປະເທດນັບຖືສາສະໜາອິສລາມ ທີ່ໃຫຍ່ທີ່ສຸດໃນໂລກ.

ພວກປະທ້ວງເວົ້າວ່າ ມັນເປັນການໝິ່ນປະໝາດ ທີ່ໃຫ້ພວກແມ່ຍິງນຸ່ງຊຸດອາບນໍ້າແລະນຸ່ງ ຊຸດລາຕີອອກມາເດີນໂຊໃຫ້ເບິ່ງ ຢູ່ໃນປະເທດທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາອິສ ລາມນັ້ນ.

ເຖິງແມ່ນໄດ້ມີການເຄື່ອນໄຫວດັ່ງກ່າວນີ້ກໍຕາມ ແຕ່ຄວາມວິຕົກກັງວົນກໍຍັງມີຢູ່ ທີ່ຢ້ານວ່າ ພວກມຸສລິມຫົວຮຸນແຮງ ອາດຈະຫາທາງລົບກວນ ການປະກວດນາງງາມຄັ້ງນີ້. ສະຖານ ທູດອອສເຕຣເລຍ ອັງກິດແລະສະຫະລັດ ຕ່າງກໍໄດ້ອອກຄຳເຕືອນຕໍ່ປະຊາຊົນຂອງຕົນທີ່ ວາງແຜນ ຈະເດີນທາງໄປຍັງເກາະບາຫລີ ໃນລະຫວ່າງການປະກວດນາງງາມຄັ້ງນີ້ ໂດຍ ເວົ້າວ່າອາດຈະມີການປະທ້ວງຂະໜາດໃຫຍ່ ຫລືການໂຈມຕີເກີດຂຶ້ນກໍເປັນໄດ້.
XS
SM
MD
LG