ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ຖືກຕຳຫຼວດ ຍິງຕາຍ ຢູ່ອິນໂດເນເຊຍ


ແຜນທີ່ອິນໂດເນເຊຍ
ແຜນທີ່ອິນໂດເນເຊຍ
ໜ່ວຍຕໍ່ຕ້ານພວກກໍ່ການຮ້າຍຂອງອິນໂດເນເຊຍ ໄດ້ສັງຫານຜູ້
ຕ້ອງສົງໄສວ່າເປັນພວກຫົວຮຸນແຮງ 2 ຄົນ ໃນການບຸກເຂົ້າໄປ ກວດຄົ້ນດ້ວຍກຳລັງປະກອບອາວຸດ.

ເຈົ້າໜ້າທີ່ກ່າວວ່າ ສະມາຊິກຄົນນຶ່ງຂອງໜ່ວຍຕໍ່ຕ້ານພວກກໍ່
ການຮ້າຍ ທີ 88 ຂອງຕຳຫຼວດອິນໂດເນເຊຍ ໄດ້ຖືກຂ້າຕາຍ ແລະຈັບໄດ້ພວກຫົວຮຸນແຮງຄົນນຶ່ງ ໃນການປະຕິບັດງານທີ່
ເມືອງ Solo ໃນເຂດພາກກາງຂອງເກາະ Java.

ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງທີ່ເສຍຊີວິດທັງສອງແມ່ນມີອາຍຸໃນລະຫວ່າງ 18 ຫາ 19 ປີ ແລະພວກກ່ຽວມີສ່ວນພົວພັນກັບການກໍ່ຄວາມຮຸນແຮງເມື່ອໄວໆມານີ້ ຢູ່ໃນເຂດດັ່ງກ່າວ.

ອິນໂດເນເຊຍໄດ້ທຳການປະຕິບັດງານກວດລ້າງພວກຫົວຮຸນແຮງຫຼັງຈາກໄດ້ມີການວາງລະ ເບີດທີ່ເກາະບາຫຼີ ຊຶ່ງຈະຄົບຮອບ 10 ປີ ໃນເດືອນໜ້ານີ້.
XS
SM
MD
LG