ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນໂດເນເຊຍ ຄົ້ນພົບ ແຜນກໍ່ການຮ້າຍ


ເຈົ້າໜ້າທີ່ ອິນໂດເນເຊຍ ກ່າວ ວ່າ ຕົນໄດ້ຄົ້ນພົບຫລັກຖານສະ ແດງໃຫ້ເຫັນວ່າ ພວກມຸສະລິມ ຫົວຮຸນແຮງ ທີ່ຖືກຈັບໄດ້ ໃນການບຸກ ເຂົ້າໄປກວດຄົ້ນ ຫລາຍໆຄັ້ງນັ້ນ ໄດ້ວາງແຜນ ທີ່ຈະສັງຫານ ປະທານາທິບໍດີ ຊູຊິໂລ ບຳບັງ ຢຸດໂທໂຢໂນ.

ຜູ້ບັນຊາການ ຕຳຫລວດແຫ່ງ ຊາດຂອງອິນໂດເນເຊຍ ທ່ານ ບຳບັງ ເຮັນດາໂຊ ດານູຣີ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງ ຈາກາຕ້າ ໃນວັນສຸກມື້ ນີ້ວ່າ ພວກຫົວຮຸນແຮງ ມີແຜນທີ່ຈະປະກາດ ໃຫ້ອິນໂດເນເຊຍ ເປັນລັດອິສະລາມ ຫລັງຈາກ ໄດ້ສັງຫານ ປະທານາທິບໍດີ ຢຸດໂທໂຢໂນ ຕະຫລອດທັງ ພວກເຈົ້າໜ້າທີ່ຕ່າງໆ ແຂກຜູ້ມີກຽດ ແລະທູຕານຸທູດ ຕ່າງປະເທດ ໃນລະຫວ່າງ ການສະເຫລີມສະຫລອງ ວັນເອກກະລາດ ຂອງອິນໂດເນເຊຍ ໃນວັນທີ 17 ສິງຫາ ຈະມານີ້.

ທ່ານ ດານູຣີ ເວົ້າວ່າ ນອກນັ້ນ ພວກຫົວຮຸນແຮງ ຍັງມີແຜນການ ທີ່ຈະບຸກເຂົ້າໄປ ຢຶດເອົາໂຮງແຮມຫລູຫລາ ຫຼາຍໆຫລັງ ໃນນະຄອນຫຼວງ ຈາກາຕ້າ ແລະເກາະຊາວາ ແລ້ວຫລັງຈາກນັ້ນ ກໍຈະສັງຫານ ຊາວຕ່າງປະເທດ ຮວມທັງ ຊາວອະເມລິກັນ ນຳດ້ວຍ. ການໂຈມຕີ ໂຮງແຮມນີ້ ຈະມີລັກສະນະ ຄ້າຍຄືກັນ ກັບການໂຈມຕີ ໂຮງແຮມທີ່ ນະຄອນມຸມໄບ ປະເທດອິນເດຍ ໃນປີ 2008 ທີ່ມີຜູ້ເສຍຊີວິດ 166 ຄົນນັ້ນ.

ຜູ້ບັນຊາການຕຳຫລວດ ອິນໂດເນເຊຍ ກ່າວວ່າ ການວາງແຜນ ໂຈມຕີທີ່ວ່ານີ້ ໄດ້ຖືກ ຄົ້ນພົບ ໃນລະຫວ່າງ ການບຸກເຂົ້າໄປ ກວດຄົ້ນຫລາຍໆຄັ້ງ ໃນທົ່ວປະເທດ ອິນໂດເນເຊຍ ນັບແຕ່ເດືອນກຸມພາ ເປັນຕົ້ນມາ ເວລາພວກເຈົ້າໜ້າທີ່ອິນໂດເນເຊຍ ຄົ້ນພົບຄ້າຍຝຶກແອບ ແຫ່ງນຶ່ງ ຂອງພວກກໍ່ການຮ້າຍ ທີ່ແຂວງອາເຈ່ ໃນເກາະ ສຸມາຕຣານັ້ນ.

XS
SM
MD
LG