ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິນໂດເນເຊຍຫ້າມປະຊາຊົນ ໄປເປັນຄົນໃຊ້ ຢູ່ມາເລເຊຍ


ລັດຖະມົນຕີ ກະຊວງແຮງງານ ຂອງອິນໂດເນເຊຍ ທ່ານ Muhaimin Iskandar
ລັດຖະມົນຕີ ກະຊວງແຮງງານ ຂອງອິນໂດເນເຊຍ ທ່ານ Muhaimin Iskandar

ອິນໂດເນເຊຍຫ້າມປະຊາຊົນຂອງຕົນ ບໍ່ໃຫ້ໄປເຮັດວຽກເປັນຄົນຮັບໃຊ້ຢູ່ມາເລເຊຍ ລຸນຫຼັງ ທີ່ໄດ້ເກີດຄະດີກະທໍາທາລຸນຕໍ່ຄົນ​ໃຊ້ ທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງ ລະຫວ່າງປະເທດເພື່ອນ ບ້ານທັງສອງ.

ລັດຖະມົນຕີກະຊວງແຮງງານ ຂອງອິນໂດເນເຊຍ ທ່ານ Muhaimin Iskandar ໄດ້ອອກ ແຈ້ງການຫ້າມ​ດັ່ງກ່າວ​ໃນ​ມື້ວານ​ນີ້ ນຶ່ງມື້ຫຼັງຈາກ ເຈົ້າໜ້າທີ່ອິນໂດເນເຊຍ ປະກາດຈັບສາມີ ພັນລະຍາຄູ່ນຶ່ງ ທີ່ຖືກກ່າວຫາວ່າ ຂົ່ມຂືນສຳເລົາ ທຸບຕີ ແລະໃຊ້ນໍ້າຮ້ອນ ລວກຄົນຮັບໃຊ້ ຊາວອິນໂດເນເຊຍ ອາຍຸ 26 ປີ ຈາກເກາະສຸມາດຕຣາ. ຄົນໃຊ້ແມ່ຍິງຜູ້ນີ້ ໄດ້ຖືກພົບເຫັນ ຂະນະທີ່ພວມພະເນຈອນ ​ໄປແບບບໍ່ມີຈຸດໝາຍ ໃນພາກເໜືອຂອງເກາະປີນັງ ໃນສັບປະດາ ແລ້ວ.

ມີຊາວອິນໂດເນເຊຍ ຈຳນວນຫຼວງຫຼາຍ ໄປເຮັດວຽກເປັນຄົນຮັບໃຊ້ ຢູ່ໃນມາເລເຊຍ ທີ່ມີ ເສດຖະກິດດີກວ່າ ​ແຕ່​ຢູ່​ທີ່​ນັ້ນ ຊາວອິນໂດເນເຊຍຈຳນວນນຶ່ງ ໄດ້ຮັບການປະຕິບັດຕໍ່ແບບບໍ່ ເປັນທຳ. ອົງການຂ່າວຝຣັ່ງລາຍງານວ່າ ຊາວອິນໂດເນເຊຍ 500 ຄົນ ໄດ້ພາກັນປະທ້ວງ ຕໍ່ການກະທຳຮຸນແຮງເທື່ອລ່າສຸດນີ້ ຢູ່ນອກສະຖານທູດມາເລເຊຍໃນນະຄອນຫຼວງຈາກາຕ້າ ໃນມື້ວັນພຸດວານນີ້.

ໃນເດືອນສິງຫາຜ່ານມາ ກໍມີການປະທ້ວງແບບກະຈັດກະຈາຍຫຼາຍໆຄັ້ງ ຕໍ່ຕ້ານມາເລເຊຍ ຫຼັງຈາກໄດ້ເກີດເຫດການທີ່ປະເທດທັງສອງຕ່າງກໍ​ໄດ້​ຈັບ​ແລະ​ກັກຂັງ ພົນລະເມືອງຂອງອີກ ຝ່າຍນຶ່ງ ໃນບໍລິເວນນ່ານນໍ້າ ທີ່ຍັງມີການຂັດແຍ້ງກັນ.

ທາງ​ຝ່າຍມາເລເຊຍກໍໄດ້ປະທ້ວງຢ່າງແຂງຂັນຫຼັງຈາກການປະທ້ວງຄັ້ງນຶ່ງທີ່ໄດ້ມີການແກວ່ງ ອຸດຈາລະ ເຂົ້າໄປໃສ່ບໍລິເວນສະຖານທູດ ຂອງມາເລເຊຍ.

ເຈົ້າໜ້າທີ່ມາເລເຊຍ ໄດ້ຫ້າມບໍ່ໃຫ້ປະຊາຊົນຂອງຕົນ ໄປເຮັດວຽກເປັນຄົນຮັບໃຊ້ ຢູ່ໃນອິນ ໂດເນເຊຍ ໃນປີກາຍນີ້ ແຕ່ການຫ້າມດັ່ງກ່າວ ບໍ່ໄດ້ມີຜົນກະທົບຫຍັງຫຼາຍ.

XS
SM
MD
LG